ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ກອງບັນຊາການທະຫານແຂວງຫຼວງພະບາງປະກາດແຕ່ງຕັ້ງຫົວໜ້າການທະຫານຜູ້ໃໝ່

     ໃນວັນທີ 7 ພະຈິກ 2016 ນີ້, ກອງບັນຊາການທະຫານແຂວງຫລວງພະບາງ ໄດ້ຈັດຕັ້ງພິທີປະກາດແຕ່ງ ຕັ້ງຫົວໜ້າການທະຫານກອງບັນຊາການ
ທະຫານແຂວງຫລວງພະບາງຜູ້ໃໝ່ ແລະຊັບຊ້ອນໜ້າທີ່ຂອງນາຍທະຫານຈຳນວນໜຶ່ງ ໂດຍໃຫ້ກຽດເຂົ້າຮ່ວມເປັນປະທານຂອງ ທ່ານ ພົນຕີ ສຸວອນ
ເລືອງບຸນມີ ກຳມະການສູນກາງພັກ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດ, ຫົວໜ້າກົມໃຫຍ່ເສນາທິການກອງທັບ ມີທ່ານ ຄຳຂັນ ຈັນທະວີສຸກ ກຳ
ມະການສູນກາງພັກ ເລຂາພັກແຂວງ ເຈົ້າແຂວງໆຫລວງພະບາງ, ມີຜູ້ຕາງໜ້າມາຈາກບັນດາກົມກອງກະຊວງປ້ອງກັນປະເທດ, ຫ້ອງການ, ພະແນກການ
ແລະຄະນະພັກ-ຄະນະບັນຊາຕະຫລອດພະນັກງານຫລັກແຫລ່ງໃນທົ່ວກອງບັນຊາການທະຫານແຂວງຫລວງພະບາງເຂົ້າຮ່ວມ.

                                
                          
                          

     ພັນເອກ ບຸນປັນ ຂຸນພູມີ ຮອງຫົວໜ້າກົມພະນັກງານ ກົມໃຫຍ່ການເມືອງກອງທັບ ໄດ້ຂຶ້ນຜ່ານຂໍ້ຕົກລົງຂອງລັດຖະມົນຕີກະຊວງປ້ອງກັນປະເທດ
ວ່າດ້ວຍການຊັບຊ້ອນນາຍທະຫານຂັ້ນສູງໄປຮັບໜ້າທີ່ໃໝ່ຢູ່ກະຊວງປ້ອງກັນປະເທດຊົ່ວຄາວ, ໂດຍໄດ້ຖອນ ທ່ານ ພົນຈັດຕະວາ ບຸນຈັນ ວິໄລຈິດ ຫົວ
ໜ້າການທະຫານກອງບັນຊາການທະຫານແຂວງຫລວງພະບາງ ໄປຮັບໜ້າທີ່ໃໝ່ຢູ່ກະຊວງປ້ອງກັນປະເທດຊົ່ວຄາວ, ຈາກນັ້ນກໍຜ່ານດຳລັດຂອງນາຍົກລັດ
ຖະມົນຕີວ່າດ້ວຍການແຕ່ງຕັ້ງ ພັນເອກ ຄຳຫລ້າ ວົງວິໄລ ອະດີດຫົວຫນ້າການເມືອງກອງ “ກ 2” ມາຮັບຫນ້າທີ່ໃໝ່ ເປັນຫົວໜ້າການທະຫານກອງບັນ
ຊາການທະຫານແຂວງຫລວງພະບາງ, ໂອກາດນີ້ຍັງໄດ້ປະກາດຂໍ້ຕົກລົງວ່າດ້ວຍການແຕ່ງຕັ້ງຍົກຍ້າຍນາຍທະຫານໄປຮັບໜ້າທີ່ໃໝ່ຈຳນວນຫນຶ່ງ, ໃນ
ນັ້ນໄດ້ຍົກຍ້າຍພັນໂທ ວິລຽມ ວົງພິສານ ຫົວໜ້າການເມືອງກອງບັນຊາການທະຫານເມືອງຈອມເພັດ ໄປຮັບໜ້າທີ່ໃໝ່ເປັນຮອງຫົວໜ້າການເມືອງ ທັງ
ເປັນຫົວໜ້າຫ້ອງການເມືອງກອງບັນຊາການທະຫານແຂວງຫລວງພະບາງ, ແຕ່ງຕັ້ງ ພັນໂທ ອຸ່ນເຮືອນ ເຮືອງບົວສອນ ເປັນຮອງຫົວໜ້າການທະຫານ ທັງ
ເປັນຫົວໜ້າຫ້ອງເສນາທິການ-ກອງບັນຊາການທະຫານແຂວງຫລວງພະບາງ, ຍົກຍ້າຍ ພັນໂທ ໄຊພອນ ຄົມອາລຸນ ຮອງຫົວໜ້າການທະຫານກອງບັນ
ຊາການ ທະຫານແຂວງຫລວງພະບາງ ໄປຢູ່ຄະນະຈັດຕັ້ງແຂວງຫຼວງພະບາງ, ແຕ່ງຕັ້ງ ພັນໂທ ຊຽງຕີ ສາວະດີ ເປັນຫົວໜ້າການທະຫານກອງບັນຊາການ
ທະຫານເມືອງພູຄູນ, ພັນໂທ ບຸນທັນ ຫານຊະນະ ເປັນຫົວໜ້າການເມືອງກອງບັນ ຊາການທະຫານເມືອງໂພນທອງ, ພັນໂທ ສົມພານ ສຸລີຍະເດດ ເປັນ
ຫົວໜ້າການເມືອງກອງບັນຊາການທະຫານເມືອງປາກອູ, ພັນຕີ ອານຸ ເພັດສານຸວົງ ເປັນຫົວໜ້າການເມືອງກອງບັນຊາການທະຫານເມືອງຈອມເພັດ, ພັນ
ໂທ ສາຍພອນ ສຽນທະລີ ເປັນຮອງຫົວໜ້າການທະຫານ ທັງເປັນຫົວໜ້າພະແນກເສນາທິການກອງບັນຊາການທະ ຫານເມືອງພູຄູນ, ພັນຕີ ສອນທອງ
ແກ້ວບຸນທຳ ເປັນຮອງຫົວໜ້າການເມືອງ ທັງເປັນຫົວໜ້າພະແນກການເມືອງກອງບັນຊາການທະຫານເມືອງພູຄູນ ແລະພັນຕີ ຄຳເຜີຍ ແກ້ວທຸມມາ ເປັນ
ຮອງຫົວໜ້າການເມືອງ ທັງເປັນຫົວໜ້າພະແນກການເມືອງກອງບັນຊາການທະຫານເມືອງຈອມເພັດ. ທັງນີ້ກໍເພື່ອປັບປຸງບູລະນະກົງຈັກການຈັດຕັ້ງນຳພາ
ບັນຊາໃນກຳລັງປະກອບອາວຸດໃຫ້ໜັກແຫນ້ນເຂັ້ມແຂງໃນຮອບດ້ານເວົ້າລວມ, ເວົ້າສະເພາະກອງບັນຊາການທະຫານແຂວງຫລວງພະບາງ ເພື່ອເຮັດສຳ
ເລັດໜ້າທີ່ການເມືອງທີ່ຂັ້ນເທິງ ແລະການຈັດຕັ້ງມອບໝາຍໃຫ້.

     ໂອກາດນີ້ ທ່ານ ພົນຕີ ສຸວອນ ເລືອງບຸນມີ ກໍໄດ້ໂອ້ລົມໂດຍໄດ້ຊີ້ໃຫ້ເຫັນຄວາມຈຳເປັນໃນການປັບປຸງບູ ລະນະການຈັດຕັ້ງໃໝ່ ເພື່ອເປັນການປະ
ຕິບັດຕາມທິດທາງປັບປຸງກໍ່ສ້າງການຈັດຕັ້ງນຳພາ-ບັນຊາໃນກົມກອງກຳ ລັງປະກອບອາວຸດໃຫ້ມີຄວາມໜັກແໜ້ນເຂັ້ມແຂງ, ສາມາດເຮັດລ້ອນໜ້າທີ່
ການເມືອງຂອງຕົນ ພ້ອມກັນນັ້ນທ່ານກໍໄດ້ເນັ້ນໜັກໃຫ້ຄະນະພັກ-ຄະນະບັນຊາ ຈົ່ງເພີ່ມທະວີຄວາມຮັບຜິດຊອບຂອງຕົນໃຫ້ສູງ, ນຳພາບັນຊາກົມກອງ
ກ້າວຂຶ້ນຢ່າງບໍ່ຢຸດຢັ້ງເອົາໃຈໃສ່ປັບປຸງແບບແຜນວິທີເຮັດວຽກບົນຫລັກການລວມສູນປະຊາທິປະໄຕ, ເຮັດວຽກເປັນໝູ່ຄະນະ, ບຸກຄົນຮັບຜິດຊອບ ແລະ
ເພີ່ມທະວີຄວາມສາມັກຄີພາຍໃນໃຫ້ແໜ້ນແຟ້ນຍູ້ແຮງຂະບວນການກໍ່ສ້າງກອງແຂງ-ຫນ່ວຍພັກຮູ້ນຳພາຮອບດ້ານໃຫ້ມີໝາກຜົນດີກວ່າເກົ່າ.