ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ພິທີປະກາດການຈັດຕັ້ງ ຄະນະພັກ-ຄະນະບັນຊາ ກອງພັນໃຫຍ່ 605


ສະຫາຍ ພົນໂທ ປອ ທອງລອຍ ສີລິວົງ ຮອງລັດຖະມົນຕີ ກະຊວງປ້ອງກັນປະເທດ ​ເປັນ​ປະທານ

     ໃນວັນທີ 11 ຕຸລາ 2019 ນີ້, ພິທີປະກາດການຈັດຕັ້ງ ຄະນະພັກ-ຄະນະບັນຊາ ກອງພັນໃຫຍ່ 605 ໄດ້ຈັດຂຶ້ນຢູ່ທີ່ສະໂມສອນກົມກອງ ດັ່ງກ່າວ, ໂດຍການເປັນ
ກຽດເຂົ້າຮ່ວມຂອງ ສະຫາຍ ພົນໂທ ປອ ທອງລອຍ ສີລິວົງ ກຳມະການສູນກາງພັກ, ຮອງລັດຖະມົນຕີ ກະຊວງປ້ອງກັນປະເທດ ຫົວໜ້າ ກົມໃຫຍ່ການເມືອງກອງທັບ,
ມີສະຫາຍ ພົນຈັດຕະວາ ວົງແກ້ວ ວົງພິລາ ຫົວໜ້າ ກົມປືນໃຫຍ່ໜ້າດິນ ກົມໃຫຍ່ເສນາທິການ ກອງທັບ, ມີບັນດາກົມ, ຮອງກົມ, ແຂກທີ່ຖືກເຊີນພ້ອມດ້ວຍພະນັກ
ງານຫຼັກແຫຼ່ງເຂົ້າຮ່ວມ.

     ໃນພິທີ ສະຫາຍ ພັນເອກ ບຸນປັນ ຂຸນພູມີ ຮອງຫົວໜ້າກົມ ພະນັກງານກົມໃຫຍ່ ການເມືອງ ກອງທັບ ໄດ້ຂຶ້ນຜ່ານຂໍ້ຕົກລົງຂອງ ກະຊວງປ້ອງກັນປະເທດ ວ່າດວ້ຍ
ການອະນຸມັດໃຫ້ພະນັກງານ-ການນຳພັກການເພື່ອ ຮັບເບ້ຍບຳນານຄື: ອະນຸຍາດໃຫ້ ສະຫາຍ ພັນເອກ ຄຳເພົ້າ ອິນທະວົງ ເລຂາຄະນະພັກ ຫົວໜ້າ ການເມືອງກອງພັນ
ໃຫຍ່ 605 ພັກຜ່ອນຮັບເບ້ຍບຳນານ ແລະ ຍັງໄດ້ຜ່ານຂໍ້ຕົກລົງຂອງ ກະຊວງປ້ອງກັນປະເທດ ວ່າດ້ວຍ ການແຕ່ງຕັ້ງ ຫົວໜ້າ ການເມືອງ ຜູ້ໃໝ່ປ່ຽນແທນ, ຫົວໜ້າ
ການເມືອງຜູ້ເກົ່າທີ່ພັກການເພື່ອຮັບເບ້ຍບຳນານ ໃນນີ້ໄດ້ຕົກລົງແຕ່ງຕັ້ງ ສະຫາຍ ພັນໂທ ບົວຄຳ ສາມາວົງ ຄະນະພັກ ຫົວໜ້າ ພະແນກ ການເມືອງ ຂຶ້ນເປັນ ຫົວໜ້າ
ການເມືອງ ກອງພັນໃຫຍ່ 605, ແຕ່ງຕັ້ງ ສະຫາຍ ພັນໂທ ຄຳວອນ ສີຄູນເມືອງ ເປັນຮອງຫົວໜ້າ ການເມືອງ ທັງເປັນ ຫົວໜ້າ ພະແນກ ການເມືອງ ກອງພັນໃຫຍ່ 605
ຈາກນັ້ນ, ສະຫາຍ ພັນເອກ ທອງສີ ວິຈິດວົງສາ ຮອງຫົວໜ້າ ກົມຈັດຕັ້ງພັກ ກົມໃຫຍ່ ການເມືອງ ກອງທັບ ໄດ້ຂື້ນຜ່ານມະຕິຕົກລົງຂອງກະຊວງປ້ອງກັນປະເທດ ວ່າ
ດ້ວຍການບົ່ງຕົວແຕ່ງຕັ້ງ ເລຂາຄະນະພັກ ກອງພັນໃຫຍ່ 605 ໃນນັ້ນໄດ້ແຕ່ງຕັ້ງ ສະຫາຍ ພັນໂທ ບົວຄຳ ສາມາວົງ ເປັນເລຂາຄະນະພັກກອງພັນໃຫຍ່ 605.

     ໃນໂອກາດດັ່ງກ່າວນີ້, ສະຫາຍ ພົນໂທ ປອ ທອງລອຍ ສີລິວົງ ກໍໄດ້ມີຄຳເຫັນໂອ້ລົມຕໍ່ພິທີ ເຊິ່ງ ສະຫາຍ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ ຫົວໜ້າ ການເມືອງ ຜູ້
ເກົ່າທີ່ໄດ້ຜ່ານຜ່າຄວາມຫຍຸ້ງຍາກນາໆປະການໃນການຈັດຕັ້ງປະຕິບັດໜ້າທີ່ວຽກງານຂອງຕົນ ດ້ວຍຄວາມເອົາໃຈໃສ່ຈົນມີບາດກ້າວພົ້ນເດັ່ນຫຼາຍດ້ານໃນໄລຍະຜ່ານ
ມາ, ພ້ອມດຽວກັນນັ້ນຍັງໄດ້ເນັ້ນໜັກໃຫ້ ຫົວໜ້າ ການເມືອງ ພ້ອມດ້ວຍ ຄະນະຜູ້ໃໝ່, ຈົ່ງສືບຕໍ່ຈັດຕັ້ງປະຕິບັດໜ້າທີ່ ການເມືອງ ທີ່ຂັ້ນເທິງມອບໝາຍໃຫ້ດ້ວຍຄວາມ
ຮັບຜິດຊອບສູງ, ໂດຍການເພີ່ມທະວີບົດບາດການນຳພາຂອງຕົນຢ່າງຕັ້ງໜ້າ ແລະ ແຂງແຮງເພື່ອສືບຕໍ່ພັດທະນາ ກອງພັນໃຫຍ່ 605 ໃຫ້ມີຄວາມຈະເລີນກ້າວໜ້າ ແລະ
ຂະຫຍາຍຕົວຂຶ້ນເລື້ອຍໆ.