ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ກົມໃຫຍ່ເສນາທິການກອງທັບ ປິດບັ້ນອົບຮົມຫັດແອບ ປະຈຳປີ 2017

     ຕອນເຊົ້າວັນທີ 13 ຕຸລານີ້, ກົມໃຫຍ່ເສນາທິການກອງທັບ ໄດ້ຈັດພິທີປິດບັ້ນອົບຮົມຫັດແອບກວດກາລະບຽບແບບແຜນ, ເຝິກຝົນກຳລັງແຮງກາຍ
ໃຫ້ນາຍ ແລະ ພົນທະຫານ ທົ່ວອົງການກົມໃຫຍ່ເສນາທິການກອງທັບ ປະຈຳປີ 2017 ຂຶ້ນ ຢູ່ທີ່ສະໂມສອນກົມໃຫຍ່ເສນາທິການກອງທັບ, ໂດຍການເຂົ້າ
ຮ່ວມເປັນປະທານຂອງ ທ່ານ ພົນຕີ ຈັນທອງ ສອນຕະອາດ ຮອງຫົວໜ້າກົມໃຫຍ່ເສນາທິການກອງທັບ, ມີຫົວໜ້າກົມ, ຮອງກົມ, ພະແນກການ ແລະ ພະ
ນັກງານ-ນັກຮົບທົ່ວອົງການກົມໃຫຍ່ເສນາທິການກອງທັບເຂົ້າຮ່ວມ.


ພົນຕີ ຈັນທອງ ສອນຕະອາດ ມອບທຸງຊະນະເລີດໃນການອົບຮົມຫັດແອບຝຶກຝົນກຳລັງກາຍປະຈຳປີ 2017

     ພັນໂທ ສີສະຫງຽ່ມ ອຸດົມ ຫົວໜ້າຫ້ອງການບໍລິຫານກົມໃຫຍ່ເສນາທິການກອງທັບ ໄດ້ສະຫຼຸບຕີລາຄາຄືນຜ່ານການອົບຮົມຫັດແອບກວດກາລະ
ບຽບແບບແຜນ, ເຝິກຝົນກຳລັງແຮງກາຍໃຫ້ນາຍ ແລະ ພົນທະຫານ (ເລີ່ມແຕ່ວັນທີ 4 ກໍລະກົດ-ວັນທີ 22 ກັນຍາ 2017) ເນື້ອໃນການອົບຮົມພາກ
ການເມືອງແມ່ນໄດ້ເຊື່ອມຊຶມມະຕິກອງປະຊຸມໃຫຍ່ ຄັ້ງທີ X ຂອງພັກ, ມະຕິ 4 ຂອງອົງຄະນະພັກກະຊວງປ້ອງກັນປະເທດ, ມະຕິ 5 ຂອງຄະນະພັກກົມ
ໃຫຍ່ເສນາທິການກອງທັບ ແລະ ສະພາບທີ່ພົ້ນເດັ່ນຂອງໂລກ ແລະ ພາກພື້ນ, ພາກການທະຫານແມ່ນເລັ່ງໃສ່ອົບຮົມລະບຽບບຸກຄົນຄົງທີ່, ເຄື່ອນທີ່, ລະ
ບຽບຮູບແຖວ, ຫັດກາຍ 2 ບົດ 24 ຈັ່ງຫວະ, ຫຼັກການຍິງປືນດ້ວຍລູກປືນແທ້, ພາກວິຊາສະເພາະແມ່ນອີງໃສ່ໜ້າທີ່ວິຊາສະເພາະທີ່ຈຳເປັນຂອງແຕ່ລະ
ກົມກອງ, ເຊິ່ງຜ່ານການອົບຮົມແຕ່ລະເປົ້າໝາຍຕົວຈິງສາມາດປະຕິບັດໄດ້ 100% ໃນນີ້ອັນດັບ 1 ແມ່ນກົມອົບ ຮົມຄະແນນລວມ 222,29 ຄະແນນ
ສະເລ່ຍ 74,43, ອັນດັບ 2 ແມ່ນກົມ 49 ຄະແນນລວມ 210,86 ຄະແນນສະເລ່ຍ 70,28 ແລະ ອັນດັບ 3 ແມ່ນຫ້ອງການກົມໃຫຍ່ເສນາທິການ
ກອງທັບຄະແນນລວມ 198,51 ຄະແນນສະເລ່ຍ 66,17 ທັງນີ້ກໍເພື່ອເຮັດໃຫ້ນາຍ ແລະ ພົນທະຫານທົ່ວອົງການກົມໃຫຍ່ເສນາທິການກອງ ທັບໄດ້ມີ
ຄວາມພ້ອມທາງດ້ານກຳລັງແຮງກາຍ, ມີຄວາມຊຳນິຊຳນານໃນວຽກງານວິຊາສະເພາະ ແລະ ມີຄວາມຮູ້ພື້ນຖານທາງດ້ານການນຳໃຊ້ສີລະປະຍຸດ-ຍຸດທະ
ວິທີ ແລະ ການປະຕິບັດລະບອບລະບຽບຕ່າງໆຂອງກອງທັບໃຫ້ເຂັ້ມງວດ, ມີລະດັບອັນແນ່ນອນ ແລະ ເປັນການກະຕຸກຊຸກຍູ້ວຽກງານອົບຮົມຫັດແອບ
ເພີ່ມກຳລັງແຮງກາຍຂອງນາຍ ແລະ ພົນທະຫານໃຫ້ມີສະຕິກຽມພ້ອມສູ້ຮົບ ແລະ ສາມາດປະຕິບັດໜ້າທີ່ການເມືອງຂອງຕົນທີ່ການຈັດຕັ້ງ-ຂັ້ນເທິງມອບ
ໝາຍໃຫ້ສຳເລັດຜົນເປັນຢ່າງດີ. ຈາກນັ້ນ ທ່ານປະທານກໍໃຫ້ກຽດຂຶ້ນມອບທຸງຊະນະເລີດໃນການອົບຮົມຫັດແອບຝືກຝົນກຳລັງກາຍປະຈຳປີ 2017 ໃນ
ຄັ້ງນີ້ມີຄື ຊະນະເລີດໄດ້ແກ່ກົມອົບຮົມ, ຮອງຊະນະເລີດກົມ 49 ແລະອັນດັບທີ 3 ໄດ້ແກ່ຫ້ອງການກົມໃຫຍ່.ໂອກາດນີ້ ທ່ານ ພົນຕີ ຈັນທອງ ສອນຕະອາດ ກໍໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ບັນດາສະຫາຍຍາດມາໄດ້ນັ້ນ ແລະ ຮຽກຮ້ອງໃຫ້ຄະນະພັກ-ຄະ ນະບັນຊາ, ພະນັກງານ-ນັກຮົບຈົ່ງສືບຕໍ່ສຶກສາອົບຮົມ ການເມືອງແນວຄິດໃຫ້ພະນັກງານ-ນັກຮົບ, ກຳແໜ້ນເນື້ອໃນຫຼັກການ, ກົດລະບຽບແບບແຜນຂອງກອງທັບ, ມີສະຕິຕື່ນຕົວສູງເຂົ້າຮ່ວມໃນວຽກງານອົບ ຮົມຫັດແອບ, ສ້າງໃຫ້ໄດ້ຄວາມຊຳນິຊຳນານຍົກສູງວຽກງານຝຶກຝົນກຳລັງກາຍໃຫ້ບັນລຸຜົນສູງໃນຕໍ່ໜ້າ.