ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ກະກຽມຄວາມພ້ອມໃຫ້ແກ່ການຈັດກອງປະຊຸມຫົວໜ້າແພດທະຫານອາຊຽນ ຄັ້ງທີ 7
ແລະ ກອງປະຊຸມຫົວໜ້າແພດທະຫານໜຸ່ມອາຊຽນ

     ກະຊວງປ້ອງກັນປະເທດໄດ້ຈັດກອງປະຊຸມ ເພື່ອກະກຽມຄວາມພ້ອມໃຫ້ແກ່ການຈັດກອງປະຊຸມຫົວໜ້າແພດທະຫານອາຊຽນ ຄັ້ງທີ 7 ແລະ ກອງ
ປະຊຸມຫົວໜ້າແພດທະຫານໜຸ່ມອາຊຽນທີ່ກອງທັບປະຊາຊົນລາວໄດ້ຮັບກຽດເປັນເຈົ້າພາບ, ໃນວັນທີ 15 ມິຖຸນາ 2017 ນີ້, ທີ່ສະໂມສອນກົມໃຫຍ່
ພະລາທິການກອງທັບ ໂດຍການເປັນປະທານຂອງ ທ່ານ ພົນຈັດຕະວາ ແກ່ນຈັນ ນັນທະລັງສີ ຫົວໜ້າກົມພົວພັນຕ່າງປະເທດ ກະຊວງປ້ອງກັນປະເທດ
ເຊິ່ງມີຄະນະພັກ-ຄະນະບັນຊາ, ບັນດາກົມກອງ ແລະ ອະນຸກຳມະການທີ່ກ່ຽວຂ້ອງເຂົ້າຮ່ວມ.


ພົນຈັດຕະວາ ແກ່ນຈັນ ນັນທະລັງສີ ເປັນປະທານກະກຽມຄວາມພ້ອມໃຫ້ແກ່ການຈັດກອງປະຊຸມ
ຫົວໜ້າແພດທະຫານອາຊຽນ ຄັ້ງທີ 7 ແລະ ກອງປະຊຸມຫົວໜ້າແພດທະຫານໜຸ່ມອາຊຽນ

     ພັນໂທ ເຟືອງໄຊ ມີລະກົງ ຫົວໜ້າພະແນກການເມືອງຄວາມໝັ້ນຄົງອາຊຽນ ໄດ້ຂຶ້ນຜ່ານຂໍ້ຕົກລົງຂອງກະຊວງປ້ອງກັນປະເທດ ວ່າດ້ວຍການແຕ່ງ
ຕັ້ງບັນດາອະນຸກຳມະການຮັບໃຊ້ກອງປະຊຸມດັ່ງກ່າວ ແລະ ເຜີຍແຜ່ແບ່ງວຽກງານ-ແບ່ງໜ້າທີ່ຮັບຜິດຊອບແຜນການເຄື່ອນໄຫວ, ວຽກງານຮັບປະກັນ
ດ້ານຕ່າງໆໃຫ້ແຕ່ລະພາກສ່ວນທີ່ກ່ຽວຂ້ອງຢ່າງລະອຽດຈະແຈ້ງ ເພື່ອເຮັດໃຫ້ 2 ກອງປະຊຸມດັ່ງກ່າວທີ່ຈະໄດ້ຈັດຂຶ້ນໃນລະຫວ່າງວັນ ທີ 11-15 ກໍລະ
ກົດ 2017 ທີ່ຈະມາເຖິງໃຫ້ບັນລຸຕາມຈຸດປະສົງຄາດໝາຍທີ່ກຳນົດໄວ້ ທັງຮັບປະກັນຄວາມ ປອດໄພ 100% ເຊິ່ງໃນກອງປະຊຸມຫົວໜ້າແພດທະຫານ
ອາຊຽນ ຄັ້ງທີ 7 ແລະ ກອງປະຊຸມຫົວໜ້າແພດທະ ຫານໜຸ່ມອາຊຽນທີ່ຈະເປີດຂຶ້ນໃນຕໍ່ໜ້ານີ້ແມ່ນເພື່ອເປັນການແລກປ່ຽນທັດສະນະ ແລະ ເສີມສ້າງ
ການພົວພັນ ຮ່ວມມືລະຫວ່າງແພດທະຫານບັນດາປະເທດອາຊຽນດ້ານການຊ່ວຍເຫຼືອມະນຸດສະທຳ ແລະ ບັນເທົາທຸກໄພພິບັດຕ່າງໆໃຫ້ແໜ້ນແຟ້ນ
ແລະ ມີປະສິດທິພາບດີຂຶ້ນເລື້ອຍໆ.