ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ກົມແຜນທີ່ໄຂຊຸດອົບຮົມການນຳໃຊ້ແຜນທີ່ການທະຫານ
ໃຫ້ພະນັກງານຂັ້ນບັນຊາ ແລະ ວິຊາການ


ພົນຕີ ສີດາລໍ່ ຈົ່ງເຕັງເຈ້ຍຊ້າ ເປັນປະທານໄຂຊຸດອົບຮົມການນໍາໃຊ້ແຜນທີ່ການທະຫານໃຫ້ພະນັກງານຂັ້ນບັນຊາແລະວິຊາການ ກົມກອງກໍາລັງຫຼວງ-ກໍາ
ລັງທ້ອງຖິ່ນເຂດພາກກາງ-ພາກໃຕ້ຂອງກົມແຜນທີ່ ກົມໃຫ່ຍເສນາທິການກອງທັບປະຈໍາປີ
2019

     ຊຸດອົບຮົມການນໍາໃຊ້ແຜນທີ່ການທະຫານໃຫ້ພະນັກງານຂັ້ນບັນຊາ ແລະ ວິຊາການບັນດາກົມກອງກໍາລັງຫຼວງ-ກໍາລັງທ້ອງຖິ່ນເຂດພາກກາງ-ພາກໃຕ້ຂອງກົມແຜນ
ທີ່ ກົມໃຫ່ຍເສນາທິການກອງທັບປະຈໍາປີ 2019, ໄດ້ໄຂຂຶ້ນໃນວັນທີ 13 ພຶດສະພາ 2019 ນີ້, ຢູ່ທີ່ສະໂມສອນກອງບັນຊາການທະຫານແຂວງຈໍາປາສັກ, ໂດຍການເປັນ
ປະທານຂອງ ສະຫາຍ ພົນຕີ ສີດາລໍ່ ຈົ່ງເຕັງເຈ້ຍຊ້າ ຮອງຫົວໜ້າກົມໃຫ່ຍເສນາທິການ ກອງທັບ, ມີຫົວໜ້າກົມ, ຮອງກົມແຜນທີ່ກອງທັບ, ມີສະຫາຍ ພົນຈັດຕະວາ ສຸ
ໄກ ພິມມະສານ ຮອງປະທານປ້ອງກັນຊາດ-ປ້ອງກັນຄວາມສະຫົງບແຂວງ, ຫົວໜ້າການທະຫານກອງບັນຊາການທະຫານແຂວງຈໍາປາສັກ, ພາກສ່ວນທີ່ກ່ຽວຂ້ອງ, ພ້ອມ
ດ້ວຍພະນັກງານບັນຊາ ແລະ ວິຊາການບັນດາກໍາລັງຫຼວງ-ກໍາລັງທ້ອງຖິ່ນຈາກ 8 ຫົວໜ່ວຍກົມກອງ, ເຊິ່ງລວມມີກອງພົນທີ 4, ກອງພົນທີ 5, ກອງບັນຊາການທະຫານ
ແຂວງຈໍາປາສັກ, ໂຮງ ຮຽນກໍ່ສ້າງນາຍສິບເລກ 2 ວຽງໄຊ, ກອງບັນຊາການທະຫານແຂວງສະຫວັນນະເຂດ, ສາລະວັນ, ເຊກອງ ແລະ ອັດຕະປືເຂົ້າຮ່ວມ.

     ຊຸດອົບຮົມຄັ້ງນີ້ ແມ່ນອີງຕາມທິດຊີ້ນໍາຂອງກົມໃຫ່ຍເສນາທິການກອງທັບ ວ່າດ້ວຍການເປີດຊຸດອົບຮົມການນໍາໃຊ້ແຜນທີ່ການທະຫານໃຫ້ກົມກອງກໍາລັງຫຼວງ-ກໍາ
ລັງທ້ອງຖິ່ນໃນຂອບເຂດທົ່ວປະເທດ, ກໍຄືວຽກງານຈຸດສຸມປະຈໍາປີ 2019 ຂອງກົມແຜນທີ່ກອງທັບ, ໃນນັ້ນຜູ້ເຂົ້າຮ່ວມຈະໄດ້ອົບຮົມພາກຄວາມຮູ້ທົ່ວໄປກ່ຽວກັບຫຼັກ
ການພື້ນຖານການນໍາໃຊ້ແຜນທີ່ການທະຫານ, ການນໍາໃຊ້ເຄື່ອງມືວັດແທກທີ່ທັນສະໄໝເຂົ້າໃນວຽກງານແຜນທີ່ການທະຫານ, ພາກສະເໜີຜ່ານແຜນທີ່ຕົວເລກ ແລະ
ແຜນທີ່ສາມມິຕິ, ຫຼັກການຂຽນ ແລະ ເເຕ້ມເຄື່ອງໝາຍເສນາເທິງແຜນທີ່ ແລະ ວິທີນໍາໃຊ້ເຄື່ອງຮັບສັນຍານດາວທຽມ GPS ແບບມືຖື ໃນນັ້ນຈະໄດ້ຂຶ້ນຫ້ອງພາກທິດ
ສະດີ 7 ວັນ ເທົ່າກັບ 49 ຊົ່ວໂມງ ແລະ ພາກປະຕິບັດຕົວຈິງ 2 ວັນ ເທົ່າກັບ 14 ຊົ່ວໂມງ, ເວລາຮຽນຕົວຈິງ 9 ວັນ ເທົ່າກັບ 63 ຊົ່ວໂມງ, ເວລາເປີດ-ປິດ 1 ວັນເທົ່າກັບ
7 ຊົ່ວໂມງ, ມີນັກສໍາມະນາກອນເຂົ້າຮ່ວມທັງໝົດ 131 ສະຫາຍ, ທັງນີ້ກໍເພື່ອຄວາມເປັນເອກະພາບທາງດ້ານຫຼັກການພື້ນຖານໃນການ ນໍາໃຊ້ແຜນທີ່ການທະຫານໃນ
ວຽກງານເສນາ, ການນໍາໃຊ້ເຄື່ອງມືທີ່ທັນສະໄໝກັບວຽກງານແຜນທີ່ ແລະ ຍັງເປັນການຍົກລະດັບຄວາມຮູ້ຄວາມສາມາດການນໍາໃຊ້ເຂັມທິດ, ກ້ອງສ່ອງ ແລະ ເຄື່ອງມື
ວັດແທກທີ່ທັນສະໄໝເຂົ້າໃນການເຄື່ອນໄຫວວຽກງານຕົວຈິງໃນສະເພາະໜ້າ ແລະ ຍາວນານໃຫ້ມີຄວາມເປັນເອກະພາບ, ມີຄຸນນະພາບສູງຂຶ້ນກວ່າເກົ່າ, ທັງເປັນການ
ຍົກລະດັບການນໍາໃຊ້ແຜນທີ່ການທະຫານໃຫ້ພະນັກງານບັນຊາ, ສ້າງພະນັກງານວິຊາສະເພາະແຜນທີ່ໃຫ້ກົມກອງເພື່ອເປັນເສນາທິການໃຫ້ຜູ້ບັນຊາໃນການຄົ້ນຄວ້າສະ
ພາບການລວມ, ສ້າງແຜນການເຄື່ອນໄຫວຂອບເຂດຍຸດທະສາດກົມກອງຮັບຜິດຊອບໃຫ້ມີປະສິດທິຜົນ.

     ໂອກາດເຂົ້າຮ່ວມເປີດຊຸດອົບຮົມໃນຄັ້ງນີ້, ສະຫາຍ ພົນຕີ ສີດາລໍ່ ຈົ່ງເຕັງເຈ້ຍຊ້າ ກໍໄດ້ເນັ້ນໜັກບາງບັນຫາ ແລະ ໄດ້ຮຽກຮ້ອງໃຫ້ທຸກພາກສ່ວນຍົກສູງຄວາມຮັບ
ຜິດຊອບຕໍ່ໜ້າທີ່ການເມືອງຂອງຕົນເຂົ້າໃນການຄົ້ນຄວ້າຮໍ່າຮຽນຮັກສາຄວາມສາມັກຄີພາຍໃນ-ພາຍນອກໃຫ້ແໜ້ນແຟ້ນສຸມສະຕິປັນຍາຄວາມຮູ້, ຄວາມສາມາດໃສ່
ການຄົ້ນຄວ້າຮໍ່າຮຽນເພື່ອກໍາໃຫ້ໄດ້ຫຼັກການທາງດ້ານທິດສະດີ ພາກປະຕິບັດຕົວຈິງຢູ່ສະໜາມ ແລະ ຮູ້ນໍາໄປຜັນຂະຫຍາຍຈັດຕັ້ງ-ອົບຮົມຢູ່ກົມກອງຂອງຕົນໃຫ້ໄດ້ຮັບ
ຜົນດີ ແລະ ມີຄວາມປອດໄພ, ຊຸດອົບຮົມດັ່ງ ກ່າວແມ່ນຈະໄດ້ດໍາເນີນໄປເປັນເວລາ 14 ວັນ ຈິ່ງຈະສໍາເລັດຕາມແຜນການ.