ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ກົມ ວສ-ປສ ການທະຫານ ເຜີຍແຜ່ເອກະສານສຳຄັນ

     ຕອນເຊົ້າຂອງວັນທີ 16 ພຶດສະພາ 2017 ນີ້, ກົມວິທະຍາສາດ-ປະຫວັດສາດ ການທະຫານ ໄດ້ຈັດຕັ້ງເພື່ອເຜີຍແຜ່ເຊື່ອມຊຶມເອກະສານສຳຄັນຫຼາຍ
ສະບັບ ໂດຍພາຍໃຕ້ການເປັນປະທານຂອງ ພັນເອກ ວິຊຽນ ສີສະອາດ ຮອງຫົວໜ້າກົມວິທະຍາສາດ-ປະຫວັດສາດ ການທະຫານ, ມີພະແນກການ ພ້ອມ
ດ້ວຍພະນັກງານ-ນັກຮົບພາຍໃນກົມເຂົ້າຮ່ວມຮັບຟັງ.


ສະຫາຍ ພັນເອກ ວິຊຽນ ສີສະອາດ ຮອງຫົວໜ້າກົມ ວສ-ປສ ການທະຫານ ເປັນປະທານຈັດຕັ້ງເຜີຍແຜ່ເຊື່ອມຊຶມເອກະສານສຳຄັນ

     ໂອກາດນີ້ ພັນເອກ ວິຊຽນ ສີສະອາດ ກໍ່ໄດ້ເຜີຍແຜ່ເອກະສານກ່ຽວກັບລັດຖະດຳລັດຂອງປະທານປະເທດ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນ
ລາວ ວ່າດ້ວຍການຈັດຕັ້ງ ແລະ ການເຄື່ອນໄຫວຂອງຫ້ອງວ່າການປະທານປະເທດ, ຂໍ້ຕົກລົງວ່າດ້ວຍຂໍ້ຫ້າມ ແລະ ວິໄນຂອງພະນັກງານ-ລັດຖະກອນຂະ
ແໜງການເງິນ, ດຳລັດວ່າດ້ວຍກອງທຶນການທ່ອງທ່ຽວ, ຂໍ້ຕົກລົງຂອງກົມໃຫຍ່ການເມືອງກອງທັບ ວ່າດ້ວຍທີ່ຕັ້ງ, ພາລະບົດບາດ, ຂອບເຂດສິດ ແລະ
ໜ້າທີ່ຂອງພະແນກວັດທະນະທຳ ກົມໂຄສະນາອົບຮົມ ກົມໃຫຍ່ການເມືອງກອງທັບ, ການຈັດຕັ້ງເຜີຍແຜ່ດຳລັດ ແລະ ການເຄື່ອນໄຫວຂອງກະຊວງຖະ
ແຫຼ່ງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ, ບົດລາຍງານຂໍທິດຊີ້ນຳກ່ຽວກັບການປັບປຸງຄະນະສະເພາະກິດແກ້ໄຂ້ລົດຕິດຢູ່ນະຄອນຫຼວງວຽງຈັນ, ແຜນ
ການແກ້ໄຂການສັນຈອນແອອັດໃນນະຄອນຫຼວງວຽງຈັນ ແລະ ແຈ້ງເຕືອນລະວັງໄພຄຸກຄາມທາງລະບົບຄອມພິວເຕີ ຊຶ່ງກຸ່ມຄົນບໍ່ຫວັງດີໄດ້ສວຍໃຊ້
ຫຼາຍຮູບແບບເພື່ອຕົວະຍົວະຫຼອກລວງ, ເອີ້ນໄຖ່ເອົາເງິນ, ແຮັກເອົາຂໍ້ມູນ, ສ້າງຄວາມເສຍຫາຍຕໍ່ລະບົບຄອມພິວເຕີ ແລະ ອື່ນໆ ທັງນີ້ກໍ່ເພື່ອໃຫ້ພະນັກ
ງານ-ນັກຮົບໃນທົ່ວກອງທັບ ໄດ້ຮັບຮູ້ເຊື່ອມຊຶມ ແລະ ກຳໄດ້ລະບົບໂຄງປະກອບການຈັດຕັ້ງ, ພາລະບົດບາດ, ຂອບເຂດສິດ ແລະ ໜ້າທີ່ການເຄື່ອນ
ໄຫວວຽກງານຂອງບັນດາອົງການຈັດຕັ້ງຕ່າງໆ ເພື່ອໃຫ້ມີປະສິດທິຜົນສູງ.