ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ກົມ ວສ-ປສ ການທະຫານ ຕ້ອນຮັບຄະນະຜູ້ແທນກົມການເມືອງ
ກົມໃຫຍ່ເສນາທິການກອງທັບ ສສ ຫວຽດນາມ

     ຕອນບ່າຍຂອງວັນທີ 15 ພຶດສະພາ 2017 ນີ້, ກົມວິທະຍາສາດ-ປະຫວັດສາດ ການທະຫານ ກະຊວງປ້ອງກັນປະເທດລາວ ຕ້ອນຮັບຄະນະຜູ້ແທນ
ກົມການເມືອງ ກົມໃຫຍ່ເສນາທິການກອງທັບປະຊາຊົນຫວຽດນາມ ນຳໂດຍ ພົນຈັດຕະວາ ໂຮ່ ແທງ ຕ໊ຶ ຫົວໜ້າກົມການເມືອງ ກົມໃຫຍ່ເສນາທິການ
ສູງສຸດກອງທັບປະຊາຊົນ ຫວຽດນາມ ພ້ອມຄະນະ ໃນໂອກາດມາຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ ແຕ່ວັນທີ 15-19 ພຶດສະພາ 2017 ໂດຍ
ການຕ້ອນຮັບຂອງ ສະຫາຍ ພັນເອກ ວຽງໄຊ ສົມວິຈິດ ຫົວໜ້າກົມວິທະຍາສາດ-ປະຫວັດສາດ ການທະຫານ ພ້ອມຄະນະ, ມີ ພັນເອກ ຝໍ ຈ້ຽວ ເກື່ອງ
ຮອງຫ້ອງການທູດປ້ອງກັນຊາດຫວຽດນາມປະຈຳລາວ ພ້ອມດ້ວຍພະນັກງານວິຊາການທີ່ກ່ຽວຂ້ອງເຂົ້າຮ່ວມ.


ຄະນະຜູ້ແທນກົມການເມືອງ ກົມໃຫຍ່ເສນາທິການກອງທັບປະຊາຊົນ ຫວຽດນາມ
ເຮັດວຽກຢູ່ ກົມວິທະຍາສາດ-ປະຫວັດສາດ ການທະຫານ ກະຊວງປ້ອງກັນປະເທດລາວ

     ຈຸດປະສົງການມາຢ້ຽມຢາມ ແລະ ເຮັດວຽກຂອງຄະນະຜູ້ແທນຄັ້ງນີ້ ກໍ່ເພື່ອແລກປ່ຽນບົດຮຽນກັບກົມວິທະຍາສາດ-ປະຫວັດສາດ ການທະຫານ ກະ
ຊວງປ້ອງກັນປະເທດລາວ ກ່ຽວກັບການເຄື່ອນໄຫວຮ່ວມສຳພັນສູ້ຮົບຂອງຊ່ຽວຊານ ແລະ ທະຫານອາສາສະໝັກຫວຽດນາມຮ່ວມສຳພັນສູ້ຮົບກັບກຳລັງ
ປະກອບອາວຸດຂອງລາວໃນໄລຍະຕໍ່ສູ້ຕ້ານກັບຈັກກະພັດຝຣັ່ງ ( 1949-1954 ) ແລະ ຕ້ານກັບຈັກກະພັດອາເມລິກາ ( 1955-1975 ) ແລະ ການປະ
ສານສົມທົບລະຫວ່າງກຳລັງປະກອບອາວຸດຂອງ 2 ປະເທດ ນັບແຕ່ ປີ 1976 ຈົນເຖິງປະຈຸບັນ; ພົບປະພະຍານປະຫວັດສາດໃນໄລຍະຕໍ່ສູ້ຕ້ານຈັກກະພັດ
ຝຣັ່ງ ( 1949-1954  ໂດຍສະເພາະແມ່ນບັນດາບັ້ນຮົບຕ່າງໆເຊັ່ນ: ບັ້ນຮົບພາກໃຕ້ລາວ, ພາກກາງລາວ, ພາກເໜືອລາວ ) ແລະ ພະຍານປະຫວັດສາດ
ທີ່ໄດ້ເຂົົ້າຮ່ວມຕໍ່ສູ້ໃນໄລຍະຕ້ານກັບຈັກກະພັດອາເມລິກາ ( 1955-1975 ); ສຳຫຼວດ, ຄົ້ນຄວ້າຊື່ເອີ້ນບາງສະຖານທີ່ ແລະ ຮ່ອງຮອຍປະຫວັດສາດ ຈຳ
ນວນໜຶ່ງ ກ່ຽວກັບການຮ່ວມສຳພັນສູ້ຮົບລະຫວ່າງຊ່ຽວຊານ ແລະ ທະຫານອາສາສະໝັກຫວຽດນາມຮ່ວມກັບກຳລັງປະກອບອາວຸດຂອງລາວ ໃນຕະ
ຫຼອດໄລຍະຕໍ່ສູ້ກູ້ຊາດບົນແຜ່ນດິນລາວ, ຄົ້ນຄວ້າຂໍ້ມູນເຫດການປະຫວັດສາດວຽກງານພັກ, ວຽກງານການເມືອງ, ເສດຖະກິດວັດທະນະທຳ ເພື່ອປະ
ກອບຂໍ້ມູນທີ່ຊັດເຈນເຂົ້າໃນປຶ້ມປະຫວັດສາດການຮ່ວມສຳພັນສູ້ຮົບຂອງສອງກອງທັບ ລາວ-ຫວຽດນາມ.


ທັງສອງຝ່າຍມອບຂອງຂັວນທີ່ລະນຶກ