ຄະນະຜູ້ແທນກົມໃຫຍ່ເສນາທິການກອງທັບ
ປະຊາຊົນຫວຽດນາມຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ
ສະຫາຍ ພົນຕີ ສຸວອນ ເລືອງບຸນມີ ຮອງລັດຖະມົນຕີກະຊວງປ້ອງກັນປະເທດ, ຫົວໜ້າກົມໃຫຍ່ເສນາທິການກອງທັບປະຊາຊົນລາວ ພ້ອມດ້ວຍຄະ
ນະທາງການໄດ້ໃຫ້ກຽດຕ້ອນຮັບ ສະຫາຍ ພົນຕີ ຟານ ວັນຢາງ ຮອງລັດຖະມົນຕີກະຊວງປ້ອງກັນປະເທດ, ຫົວໜ້າກົມໃຫຍ່ເສນາທິການກອງທັບປະຊາຊົນ
ຫວຽດນາມ ພ້ອມດ້ວຍຄະນະ ທີ່ໄດ້ເດີນທາງມາຢ້ຽມຢາມ ແລະເຮັດວຽກຢູ່ ສປປ ລາວ ໃນລະຫວ່າງວັນທີ 15-17 ມີນາ 2017 ນີ້, ຕາມຄຳເຊີນຂອງ
ສະຫາຍຫົວໜ້າກົມໃຫຍ່ເສນາທິການກອງທັບປະຊາຊົນລາວ, ເຊິ່ງພິທີຕ້ອນຮັບຢ່າງເປັນທາງການໄດ້ຈັດຂຶ້ນຢ່າງສົມກຽດຢູ່ທີ່ກະຊວງປ້ອງກັນປະເທດແຫ່ງ
ສປປ ລາວ.
ພົນຕີ ສຸວອນ ເລືອງບຸນມີ ຕ້ອນຮັບຄະນະຜູ້ແທນກົມໃຫຍ່ເສນາທິການກອງທັບປະຊາຊົນຫວຽດນາມ
ສະຫາຍ ພົນຕີ ສຸວອນ ເລືອງບຸນມີ ໄດ້ສະແດງຄວາມປິຕິຍິນດີເປັນຢ່າງຍິ່ງ ແລະເປັນກຽດຢ່າງສູງທີ່ໄດ້ຕ້ອນຮັບຄະນະຜູ້ແທນກອງທັບປະຊາຊົນຫວຽດ
ນາມທີ່ມາຢ້ຽມຢາມ ແລະເຮັດວຽກຢູ່ ສປປ ລາວ ໃນຄັ້ງນີ້ ເຊິ່ງໄດ້ນຳເອົາຄວາມສາມັກຄີຮັກແພງໄມຕີມິິດຕະພາບອັນດູດດື່ມ ຖານສະຫາຍອ້າຍນ້ອງອັນ
ໃກ້ຊິດສະໜິດສະໜົມ, ອົບອຸ່ນທີ່ສຸດມາສູ່ກອງທັບປະຊາຊົນລາວພວກຂ້າພະເຈົ້າ ທັງເປັນການປະກອບສ່ວນອັນສຳຄັນເຂົ້າໃນ ການສືບຕໍ່ເສີມຂະຫຍາຍ
ສາຍພົວພັນມິດຕະພາບຄວາມສາມັກຄີພິເສດ ແລະການຮ່ວມມືຮອບດ້ານທີ່ເປັນມູນ ເຊື້ອລະຫວ່າງສອງພັກ-ສອງລັດ, ສອງກອງທັບ ແລະປະຊາຊົນສອງ
ຊາດທີ່ມີມາແຕ່ດຶກດຳບັນນັ້ນໃຫ້ແໜ້ນແຟ້ນ ແລະເຕີບໃຫຍ່ຂະຫຍາຍຕົວຂຶ້ນເລື້ອຍໆ, ພ້ອມທັງຕີລາຄາສູງຕໍ່ບັນດາຜົນສຳເລັດໃນການຈັດຕັ້ງປະຕິບັດ
ອະນຸສັນຍາການຮ່ວມມືຊ່ວຍເຫຼືອເຊິ່ງກັນ ແລະກັນລະຫວ່າງ 2 ຝ່າຍ ໃນຂົງເຂດວຽກງານດ້ານຕ່າງໆໃນ ສົກປີຜ່ານມາ.
ພະນະທ່ານນາຍຍົກລັດທະມົນຕີ ແຫ່ງ ສປປ ລາວ ຕ້ອນຮັບ ພົນຕີ ຟານ ວັນ ຢາງ ຮອງລັດຖະມົນຕີກະຊວງປ້ອງກັນປະເທດ ຫວຽດນາມ
ພາຍຫຼັງສຳເລັດການພົບປະ ຄະນະກໍໄດ້ເດີນທາງໄປວາງພວງມາລາທີ່ອະນຸສາວະລີນັກຮົບນິລະນາມ (ດາວແດງ) ເຊິ່ງນຳພາຄະນະໂດຍ ພັນເອກ ຄຳ
ແສນ ມະຫາວົງ ຮອງຫົວໜ້າກົມພົວພັນຕ່າງປະເທດ ພ້ອມດ້ວຍຄະນະ, ຈາກນັ້ນຄະນະຜູ້ແທນດັ່ງກ່າວກໍໄດ້ເດີນທາງໄປເຂົ້າຢ້ຽມຂໍ່ານັບສະຫາຍ ພົນໂທ
ຈັນສະໝອນ ຈັນຍາລາດ ລັດຖະມົນຕີກະຊວງປ້ອງກັນປະເທດ ແລະເຂົ້າຢ້ຽມຂໍ່ານັບສະຫາຍ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ
ພ້ອມທັງໄດ້ລາຍງານຈຸດປະສົງ ແລະ ຜົນຂອງການພົບປະແລກປ່ຽນບົດຮຽນກັບທ່ານຫົວໜ້າກົມໃຫຍ່ເສນາທິການກອງທັບປະຊາຊົນລາວໃຫ້ຊາບ.
ພົນຕີ ສຸວອນ ເລືອງບຸນມີ , ພົນຕີ ຟານ ວັນ ຢາງ ແລະຄະນະຜູ້ແທນການທະຫານຂັ້ນສູງສອງປະເທດ ລາວ-ຫວຽດນາມ ຖ່າຍຮູບລວມ