ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ຄະນະນຳກະຊວງປ້ອງກັນປະເທດ ​ເຂົ້າ​ອວຍພອນ
ສະຫາຍ ພົນ​ເອກ ສີສະ​ຫວາດ ​ແກ້ວ​ບຸນ​ພັນ ​ແລະ ສະຫາຍ ພົນ​ໂທ ​ໄອ່ ສຸລິຍະ​ແສງ


     ວັນທີ 15 ມັງກອນ ນີ້, ຄະນະນຳກະຊວງປ້ອງກັນປະເທດ ນຳໂດຍ ສະຫາຍ ພົນໂທ ສຸວອນ ເລືອງບຸນມີ ກຳມະການສູນກາງພັກ, ຮອງລັດຖະມົນຕີ ກະຊວງປ້ອງກັນ
ປະເທດ, ຫົວໜ້າກົມໃຫຍ່ເສນາທິການກອງທັບ ພ້ອມດ້ວຍຄະນະ ໄດ້ນຳເອົາກະຕ່າດອກໄມ້ ແລະ ກະຕ່າຂອງຂວັນເຂົ້າອວຍພອນສະຫາຍ ພົນເອກ ສີສະຫວາດ ແກ້ວບຸນ
ພັນ ອະດີດ ປະທານແນວລາວສ້າງຊາດ, ຢູ່ທີ່ເຮືຶອນພັກຂອງເພີ່ນ, ເນື່ອງໃນໂອກາດວັນສ້າງຕັ້ງກອງທັບປະຊາຊົນລາວ ທີ່​ໃກ້​ຈະ​ມາ​ເຖິງ​ໃນ​ວາລະ ຄົບຮອບ 71 ປີ ( ວັນທີ
20 ມັງກອນ 1949 - 20 ມັງກອນ 2020 ) ແລະ ໃນໂອກາດປີໃໝ່ສາກົນ ຄສ 2020.

     ສະຫາຍ ຮອງລັດຖະມົນຕີ ກະຊວງປ້ອງກັນປະເທດ ຕາງໜ້າ ໃຫ້ຄະນະນຳກະຊວງປ້ອງກັນປະເທດ ຕະຫຼອດຮອດພະນັກງານ-ນັກຮົບໃນທົ່ວກອງທັບໄດ້ກ່າວສະແດງ
ຄວາມກະຕັນຍູຮູ້ບຸນຄຸນຕໍ່ຜົນງານ, ທີ່ສະຫາຍ ພົນເອກ ສີສະຫວາດ ແກ້ວບຸນພັນ ໄດ້ປະກອບສ່ວນໃຫ້ແກ່ພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ,
ໂດຍສະເພາະແມ່ນການກໍ່ສ້າງກອງທັບປະຊາຊົນລາວ ພ້ອມທັງກ່າວຄຳອວຍພອນໄຊອັນປະເສີດໃຫ້ສະຫາຍຈົ່ງມີສຸຂະພາບແຂງແຮງ, ມີພາລະນາໄມສົມບູນ, ເປັນທຸງໄຊ
ເຕົ້າໂຮມຄວາມສາມັກຄີຂອງປວງຊົນລາວບັນດາເຜົ່າໃກ້ຊິດຕິດແທດ, ຊຸກຍູ້ສົ່ງເສີມ ແລະ ກໍ່ສ້າງກອງທັບປະຊາຊົນລາວໃຫ້ມີບາດກ້າວ ອັນໃໝ່, ກ້າວຂຶ້ນເປັນກອງທັບ
ປະຕິວັດ, ມີລະບຽບແບບແຜນ ແລະ ທັນສະໄໝ ນັບມື້ເຕີບໃຫຍ່ເຂັ້ມແຂງກ້າວຂຶ້ນຢ່າງບໍ່ຢຸດຢັ້ງ.

     ໂອກາດນີ້ ສະຫາຍ ພົນເອກ ສີສະຫວາດ ແກ້ວບຸນພັນ ກໍໄດ້ສະແດງຄວາມຂອບໃຈຕໍ່ຄະນະນຳກະຊວງປ້ອງກັນປະເທດ, ພະນັກງານ-ນັກຮົບທຸກຖ້ວນໜ້າ ໃນໂອກາດ
ວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 71 ປີ ກອງທັບ ປະຊາຊົນລາວຈົ່ງສືບຕໍ່ເຮັດສຳເລັດໜ້າທີ່ການເມືອງຂອງຕົນທີ່ຊາດ, ພັກ ແລະ ປະຊາຊົນລາວບັນດາເຜົ່າມອບ
ໝາຍໃຫ້, ເວລາໃດກໍຈົ່ງເປັນກຳແພງອັນແໜ້ນໜາ ແລະ ເສົາຄ້ຳສຳຄັນຂອງປະເທດຊາດ ສົມກັບເປັນກອງທັບ ວີລະຊົນຂອງຊາດລາວວີລະຊົນຕະຫຼອດໄປ.

     ໂອກາດດຽວກັນນີ້, ສະຫາຍ ພົນຕີ ພູວົງ ວົງພົມ ຮອງລັດຖະມົນຕີ ກະຊວງປ້ອງກັນປະເທດ ພ້ອມດ້ວຍຄະນະ ໄດ້ນຳເອົາກະຕ່າດອກໄມ້ ແລະ ກະຕ່າຂອງຂວັນເຂົ້າ
ອວຍພອນ ສະຫາຍ ພົນໂທ ໄອ່ ສຸລິຍະແສງ ອະດີດຮອງລັດຖະມົນຕີ ກະຊວງປ້ອງກັນປະເທດ ເຊັ່ນດຽວກັນ.