ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ການນຳແຂວງອຸດົມໄຊ ມອບເຄື່ອງໃຫ້ກອງພັນ 414

     ເພື່ອເປັນການຫ້າງຫາກະກຽມສະເຫຼີມສະຫຼອງວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 68 ປີ ທີ່ຈະມາເຖິງນີ້, ທ່ານ ຄຳພຽງ ຢາຈົງວາ ກຳມະການ
ປະຈຳພັກແຂວງ, ຮອງເຈົ້າແຂວງໆອຸດົມໄຊ ພ້ອມດ້ວຍຄະນະໄດ້ນຳເອົາເຄື່ອງບໍລິໂພກ ແລະອຸປະກອນກີລາໄປມອບໃຫ້ກອງພັນ 414 ທະຫານແຂວງອຸ
ດົມໄຊ.

                                
                                                                    

     ເຄື່ອງທີ່ນຳມາມອບລວມມູນຄ່າ 1.800.000 ກີບ, ໂອກາດດຽວກັນນີ້ ຫ້ອງພະລາທິການທະຫານແຂວງອຸດົມໄຊ ກໍໄດ້ນຳເອົາເຄື່ອງອຸປະກອນກີລາ
ລວມມູນຄ່າ 1.840.000 ກີບ ມອບໃຫ້ກົມກອງດັ່ງກ່າວເຊັ່ນດຽວກັນ.

     ພັນຕີ ສົມພອນ ແສງອາລີນ ຫົວໜ້າການເມືອງກອງພັນ 414 ກ່າວຮັບ ແລະສະແດງຄວາມຂອບອົກຂອບໃຈການນຳແຂວງ ກໍຄືກອງບັນຊາການທະ
ຫານແຂວງ ທີ່ໄດ້ໃຫ້ຄວາມເປັນຫ່ວງເປັນໃຍນຳເອົາວັດຖຸປັດໄຈມາຊ່ວຍເຫຼືອກົມກອງ ພ້ອມທັງສັນຍາວ່າຈະນຳເອົາເຄື່ອງດັ່ງກ່າວໄປແຈກຍາຍໃຫ້ບັນດາ
ກົມກອງ ແລະໃຫ້ອ້າຍນ້ອງຜູ້ທີ່ປະຈຳຢູ່ເຂດຫ່າງໄກໃຫ້ທົ່ວເຖິງ.