ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ທະຫານແຂວງຫົວພັນແລກປ່ຽນບົດຮຽນກັບອຳນາດການປົກຄອງບ້ານນາວຽງ

     ເພື່ອເປັນການສ້າງຂະບວນການ ແລະຜົນງານໄວ້ຂໍ່ານັບຮັບຕ້ອນວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 68 ປີ (20 ມັງກອນ 1949-20 ມັງ
ກອນ 2017) ທີ່ຈະມາເຖິງໃນມໍ່ໆນີ້ ໃຫ້ເຕັມໄປດ້ວຍບັນຍາກາດຟົດຟື້ນກວ້າງຂວາງ ແລະມີຄວາມໝາຍຄວາມສຳຄັນອັນເລິກເຊິງ ໃນຕອນເຊົ້າວັນທີ
12  ມັງກອນ 2017 ນີ້, ພັນໂທ ຄຳພັນ ພິມມະຫາໄຊ ຮອງຫົວໜ້າການເມືອງກອງບັນຊາການທະຫານແຂວງຫົວພັນ ພ້ອມດ້ວຍຄະນະ ໄດ້ລົງພົບປະ
ແລກປ່ຽນຖອດຖອນບົດຮຽນກັບບ້ານແຮກສ່ຽວນາວຽງ ເມືອງຊຳເໜືອ ໂດຍມີອຳນາດການປົກຄອງ, ເຖົ້າແກ່ແນວໂຮມ, ພໍ່ແມ່ປະຊາຊົນພາຍໃນບ້ານ
ເຂົ້າຮ່ວມ.

                                
                                                                   

     ໂອກາດນີ້ ທັງສອງຝ່າຍພ້ອມກັນປຶກສາຫາລືຕໍ່ກັບບັນຫາການພົວພັນຮ່ວມມືແຮກສ່ຽວ ແລະເສີມຂະຫຍາຍມູນເຊື້ອຂອງກອງທັບ, ເສີມສ້າງຄວາມ
ສາມັກຄີລະຫວ່າງກອງທັບກັບປະຊາຊົນ ເວົ້າສະເພາະແມ່ນຫ້ອງ ການເມືອງ ແລະບ້ານນາວຽງ ໃຫ້ມີຄວາມໜັກແໜ້ນ ແລະສະໜິດສະໜົມ.

     ໄລຍະ 1 ປີຜ່ານມາການພົວພັນຊ່ວຍເຫຼືອເຊິ່ງກັນ ແລະກັນ ລະຫວ່າງຫ້ອງການເມືອງກັບບ້ານນາວຽງ ໄດ້ກາຍເປັນຮູບປະທຳຫຼາຍດ້ານ. ເຊິ່ງມູນເຊື້ອ
ດັ່ງກ່າວນີ້ໄດ້ຮັບການຍົກຍ້ອງສັນລະເສີນເປັນຢ່າງຍິ່ງສົມກັບຄຳວ່າ: “ກອງທັບກັບປະຊາຊົນ ຄືປາກັບນ້ຳ”.