ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ທະຫານແຂວງຫຼວງນ້ຳທາ ສະຫຼຸບວຽກງານປ້ອງກັນຊາດ ປະຈຳປີ 2016

     ໃນລະຫວ່າງວັນທີ 9-10 ມັງກອນ 2017 ນີ້, ກອງບັນຊາການທະຫານແຂວງຫຼວງນ້ຳທາ ໄດ້ເປີດກອງປະຊຸມສະຫຼຸບວຽກງານປ້ອງກັນຊາດ ປະຈຳປີ
2016 ແລະວາງທິດທາງແຜນການ 2017 ຂຶ້ນຢູ່ທີ່ສະໂມ ສອນກອງບັນຊາການທະຫານແຂວງ ໂດຍການເປັນປະທານຂອງ ພັນເອກ ອີ່ນແກ້ວ ມະນີຈັນ
ກໍາມະການພັກແຂວງ ເລຂາພັກ ຫົວໜ້າການທະຫານກອງບັນຊາການທະຫານແຂວງ, ໃຫ້ກຽດເຂົ້າຮ່ວມຂອງ ທ່ານ ເພັດຖາວອນ ພິລະວັນ ກໍາມະການ
ສູນກາງພັກ ເລຂາພັກແຂວງ ເຈົ້າແຂວງໆຫຼວງນໍ້າທາ ທັງເປັນປະທານປ້ອງກັນຊາດ-ປ້ອງກັນຄວາມສະຫງົບແຂວງ ມີບັນດາສະຫາຍຄະນະພັກກອງບັນຊາ
ການ, ຄະນະພັກ-ຄະນະບັນຊາອົງ ການ 5 ຫ້ອງ, ກອງບັນຊາການທະຫານເມືອງ 5 ເມືອງ 2 ກອງພັນ, ກອງຮ້ອຍເອກະລາດ ແລະພະນັກງານຫຼັກແຫຼ່ງກົມ
ກອງອ້ອມຂ້າງເຂົ້າຮ່ວມ.

                                
                                                                      

     ພັນໂທ ຄໍາເຫຼັກ ສາຍຄໍາພວນ ຫົວໜ້າຫ້ອງການກອງບັນຊາການທະຫານແຂວງຫຼວງນໍ້າທາ ກໍໄດ້ຂຶ້ນຜ່ານບົດສະຫຼຸບໃນການຈັດຕັ້ງປະຕິບັດໜ້າທີ່
ວຽກງານປ້ອງກັນຊາດຕະຫຼອດໄລຍະ 1 ປີຜ່ານມາ ໂດຍປິ່ນອ້ອມການຈັດຕັ້ງປະຕິບັດ 4 ໜ້າທີ່ໃຫຍ່ 26 ແຜນງານທີ່ຄະນະພັກກະຊວງປ້ອງກັນປະເທດ
ວາງອອກ ເພື່ອຄວາມເປັນເອກະພາບໃນການປັບປຸງກໍ່ສ້າງກົມກອງໃຫ້ມີການຫັນປ່ຽນຢ່າງຕັ້ງໜ້າ ເປັນຕົ້ນແມ່ນການຈັ້ດຕັ້ງປະຕິບັດ ແນວທາງແຜນນະ
ໂຍບາຍຂອງພັກ ແລະວຽກງານຈຸດສຸມຂອງກອງບັນຊາການທະຫານແຂວງໃນໄລຍະຜ່ານມາ ສັງຮວມແລ້ວເຫັນວ່າສາມາດຍາດໄດ້ຜົນສໍາເລັດທີ່ໜ້າ
ເພິ່ງພໍໃຈຫຼາຍດ້ານ ໃນນີ້ອັນພົ່ນເດັ່ນກວ່າໝູ່ແມ່ນ ການຮັບປະກັນຄວາມສະຫງົບ ແລະຄວາມປອດໄພໃຫ້ແກ່ທ້ອງຖິ່ນແຂວງຫຼວງນໍ້າທາໄດ້ 100%
ຄຽງຄູ່ກັນນັ້ນກອງບັນຊາການທະຫານແຂວງພວກເຮົາ ຍັງໄດ້ເອົາໃຈໃສ່ໃນວຽກງານປູກຝັງ-ລ້ຽງສັດເພື່ອແກ້ໄຂຊີວິດການເປັນຢູ່ຂອງກົມກອງໃຫ້ດີຂຶ້ນ.

     ໃນໂອກາດທີ່ເຂົ້າຮ່ວມກອງປະຊຸມ ທ່ານເຈົ້າແຂວງກໍໄດ້ໃຫ້ກຽດໂອ້ລົມ ເຊິ່ງກ່ອນອື່ນທ່ານໄດ້ແດງຄວາມຍ້ອງຍໍຊົມເຊີຍຕໍ່ຜົນງານທີ່ກອງບັນຊາການ
ທະຫານແຂວງຍາດມາໄດ້ໃນໄລຍະ 1 ປີຜ່ານມາ ພ້ອມທັງຍົກໃຫ້ເຫັນສະພາບການຂອງໂລກ ແລະພາກພື້ນ, ອາຊຽນພາຍໃນປະເທດ ແລະຮຽກຮ້ອງໃຫ້
ເພີ່ມທະວີຄວາມສາມັກຄີໃຫ້ແໜ້ນແຟ້ນ ພ້ອມກັນເຮັດສໍາເລັດໜ້າທີ່ການເມືອງທີ່ພັກ-ລັດ, ມອບໝາຍໃຫ້ປາກົດຜົນເປັນຈິງ.