ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ສອງກະຊວງປ້ອງກັນປະເທດລາວ-ຫວຽດນາມ ລົງນາມແຜນການຮ່ວມມື ປະຈຳປີ 2017

     ສະຫາຍ ພົນໂທ ຈັນສະໝອນ ຈັນຍາລາດ ກຳມະການກົມການເມືອງສູນກາງພັກ, ລັດຖະມົນຕີກະ ຊວງປ້ອງກັນປະເທດ ພ້ອມດ້ວຍຄະນະທາງການ
ໄດ້ເດີນທາງໄປຢ້ຽມຢາມ ແລະລົງນາມແຜນການຮ່ວມມືປະ ຈຳປີ 2017 ລະຫວ່າງສອງກະຊວງປ້ອງກັນປະເທດລາວ-ຫວຽດນາມ ຢູ່ນະຄອນດ່າໜັງ ສສ
ຫວຽດນາມ ໃນລະຫວ່າງວັນທີ 7-10 ມັງກອນ 2017 ຜ່ານມານີ້, ຕາມຄຳເຊີນຂອງ ສະຫາຍ ພົນເອກ ໂງຊວນລິກ ກຳມະການກົມການເມືອງສູນກາງ
ພັກກອມມູນິດຫວຽດນາມ, ລັດຖະມົນຕີກະຊວງປ້ອງກັນປະເທດ ແຫ່ງ ສສ ຫວຽດນາມ, ເຊິ່ງພິທີຕ້ອນຮັບທາງການໄດ້ຈັດຂຶ້ນຢ່າງສົມກຽດຢູ່ທີ່ກອງບັນ
ຊາການທະຫານເຂດ 5 ກອງທັບປະຊາຊົນຫວຽດນາມ.

                                
                                              ທ່ານ ພົນໂທ ຈັນສະໝອນ ຈັນຍາລາດ ໄດ້ເດີນທາງໄປຢ້ຽມຢາມ ແລະລົງນາມແຜນການຮ່ວມມື ປະຈຳປີ 2017 ຢູ່ ສສ ຫວຽດນາມ

     ສະຫາຍ ພົນໂທ ຈັນສະໝອນ ຈັນຍາລາດ ໄດ້ສະແດງຄວາມປິຕິຍິນດີທີ່ໄດ້ນຳພາຄະນະຜູ້ແທນການທະຫານຂັ້ນສູງກອງທັບປະຊາຊົນລາວເດີນທາງ
ຢ້ຽມຢາມ ແລະລົງນາມແຜນການຮ່ວມມື ປະຈຳປີ 2017 ລະຫວ່າງສອງກະຊວງປ້ອງກັນປະເທດລາວ-ຫວຽດນາມໃນຄັ້ງນີ້ ແລະໄດ້ນຳເອົາຄວາມສາມັກ
ຄີຮັກແພງໄມຕີຈິດມິດຕະພາບອັນດູດດື່ມ ຖານສະຫາຍອ້າຍນ້ອງອັນໃກ້ຊິດສະໜິດສະໜົມອັນອົບອຸ່ນມາສູ່ກອງທັບປະຊາຊົນ ຫວຽດນາມ ທັງເປັນການ
ປະກອບສ່ວນອັນສຳຄັນເຂົ້າໃນການສືບຕໍ່ເສີມຂະຫຍາຍສາຍພົວພັນມິດຕະພາບຄວາມສາມັກຄີພິເສດ ແລະການຮ່ວມມືຮອບດ້ານທີ່ເປັນມູນເຊື້ອລະ
ຫວ່າງສອງພັກ-ສອງລັດ, ສອງກອງທັບ ແລະປະຊາຊົນສອງຊາດ ລາວ-ຫວຽດນາມ ໃຫ້ນັບມື້ແໜ້ນແຟ້ນ ແລະແຕກດອກອອກຜົນຂຶ້ນເລື້ອຍໆ.

     ການພົບປະສອງຝ່າຍຂອງຄະນະຜູ້ແທນການທະຫານຂັ້ນສູງລາວ-ຫວຽດນາມຄັ້ງນີ້ ໄດ້ຕີລາຄາຄືນ ໝາກຜົນຂອງການຮ່ວມມືໃນໄລຍະຜ່ານມາ ແລະ
ປຶກສາຫາລືເຖິງໝາກຜົນຂອງການຮ່ວມມືຊ່ວຍເຫຼືອເຊິ່ງກັນ ແລະກັນໃນຕໍ່ໜ້າທີ່ທັງສອງຝ່າຍມີຄວາມເປັນເອກະພາບນຳກັນ ໂດຍສະເພາະແມ່ນຂົງເຂດ
ວຽກງານກໍ່ສ້າງບຸກຄະລາກອນ, ວຽກງານພັກ-ວຽກງານການເມືອງ, ວຽກງານພະລາທິການເຕັກນິກ ພິເສດແມ່ນການກະກຽມໃຫ້ແກ່ການສະເຫຼີມສະຫຼອງ
ສອງວັນປະຫວັດສາດຄື: ວັນສົນທິສັນຍາມິດຕະພາບລາວ-ຫວຽດນາມ ຄົບຮອບ 40 ປີ ແລະວັນສ້າງຕັ້ງສາຍພົວພັນການທູດລາວ-ຫວຽດນາມ ຄົບ
ຮອບ 55 ປີ ແລະຂົງເຂດວຽກງານ ອື່ນໆອີກຈຳນວນໜຶ່ງ ຈາກນັ້ນຄະນະຜູ້ແທນການທະຫານຂັ້ນສູງທັງສອງຝ່າຍກໍໄດ້ຮ່ວມກັນລົງນາມບົດບັນທຶກຊ່ວຍ
ຈຳວ່າດ້ວຍການຮ່ວມມືລະຫວ່າງສອງກະຊວງປ້ອງກັນປະເທດ ລາວ-ຫວຽດນາມ ປະຈຳປີ 2017.