ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ປະກາດແຕ່ງຕັ້ງຮອງຫົວໜ້າ ກົມກວດກາ ກະຊວງປ້ອງກັນປະເທດ


ສະຫາຍ ພົນຕີ ສອນທອງ ພົມລາວົງ ຄະນະປະຈຳພັກກະຊວງ, ຮອງຫົວໜ້າ ກົມໃຫຍ່ການເມືອງກອງທັບ ​ເປັນ​ປະທານ

     ວັນທີ 14 ທັນວາ 2020 ນີ້, ກົມໃຫຍ່ການເມືອງກອງທັບ ໄດ້ປະກາດແຕ່ງຕັ້ງຮອງຫົວໜ້າ ກົມກວດກາ ກະຊວງປ້ອງກັນປະເທດ ຂຶ້ນໂດຍການເຂົ້າ
ຮ່ວມເປັນປະທານຂອງ ສະຫາຍ ພົນຕີ ສອນທອງ ພົມລາວົງ ຄະນະປະຈຳພັກກະຊວງ, ຮອງຫົວໜ້າ ກົມໃຫຍ່ການເມືອງກອງທັບ, ມີບັນດາຄະນະພັກ- ຄະ
ນະບັນຊາກົມກອງ, ຫ້ອງການ ແລະ ພະນັກງານທີ່ກ່ຽວຂ້ອງ ເຂົ້າຮ່ວມ.

     ສະຫາຍ ພັນເອກ ໂສພາວັນ ທຳມະເທວາ ຮອງຫົວໜ້າ ກົມພະນັກງານກົມໃຫຍ່ການເມືອງ ກອງທັບ ໄດ້ຜ່ານຂໍ້ຕົກລົງຂອງ ກະຊວງປ້ອງກັນປະເທດ
ວ່າດ້ວຍການແຕ່ງຕັ້ງຮອງຫົວໜ້າ ກົມກວດກາ ກະຊວງປ້ອງກັນປະເທດ ອີງຕາມກົດໝາຍນາຍທະຫານ ກອງທັບປະຊາຊົນລາວ ( ສະບັບປັບປຸງ ) ພາກທີ
II ໝວດທີ 4 ມາດຕາ 26 ວ່າ ດ້ວຍການແຕ່ງຕັ້ງ ແລະ ຍົກຍ້າຍນາຍທະຫານ, ອີງຕາມທິດທາງກ່ຽວກັບການປັບປຸງກົງຈັກການຈັດຕັ້ງນຳພາ-ບັນຊາ ໃນ
ກຳລັງປະກອບອາວຸດໃຫ້ ເຂັ້ມແຂງໜັກແໜ້ນຮອບດ້ານ ເພື່ອເຮັດສຳເລັດໜ້າທີ່ປົກປັກຮັກສາ ແລະ ພັດທະນາປະເທດຊາດ. ກະຊວງປ້ອງກັນປະເທດ ຕົກ
ລົງແຕ່ງຕັ້ງ ສະຫາຍ ພັນໂທ ສີສົມພູ ແກ້ວບຸນລ້ອມ ເປັນຮອງຫົວໜ້າ ກົມກວດກາ ກະຊວງປ້ອງກັນປະເທດ.

     ໂອກາດດັ່ງກ່າວ, ສະຫາຍ ພົນຕີ ສອນທອງ ພົມລາວົງ ໄດ້ສະແດງຄວາມດີໃຈ ແລະ ເນັ້ນໜັກໃຫ້ຜູ້ທີ່ໄດ້ຮັບການມອບໝາຍໜ້າທີ່ໃນຄັ້ງນີ້, ຈົ່ງເພີ່ມ
ທະວີເອົາໃຈໃສ່ສຶກສາອົບຮົມການເມືອງ-ນຳພາແນວຄິດ, ເຝິກຝົນຫຼໍ່ຫຼອມຕົນເອງໃຫ້ມີຄຸນທາດການເມືອງໜັກແໜ້ນ, ມີຄຸນສົມບັດສິນທຳປະຕິວັດ, ມີ
ແບບແຜນວິທີເຮັດວຽກ, ມີແບບແຜນດຳລົງຊີວິດ, ເຮັດວຽກເປັນໝູ່ຄະນະຕາມຫຼັກການລວມສູນປະຊາທິປະໄຕ, ແບ່ງໃຫ້ບຸກຄົນຮັບຜິດຊອບ, ກ້າເຮັດ
ກ້າຕັດສີນໃຈ ແລະ ຍອມຮັບໃນສິ່ງທີ່ຖືກຕ້ອງ, ສືບຕໍ່ເຮັດໜ້າທີ່ວຽກງານຂອງ ຕົນໃຫ້ສົມກັບຄວາມໄວ້ເນື້ອເຊື່ອໃຈຂອງຂັ້ນເທິງມອບໝາຍໃຫ້. ສ່ວນ
ຄະນະກົມກໍຕ້ອງພະຍາຍາມຊຸກຍູ້ຊ່ວຍເຫຼືອ, ສ້າງເງື່ອນໄຂ ຊ່ວຍເຫຼືອເຊິ່ງກັນ ແລະ ກັນ, ຮັກສາຄວາມສາມັກຄີເປັນແບບຢ່າງນຳໜ້າເພື່ອພ້ອມກັນສ້າງກົມ
ກອງ ໃຫ້ກາຍເປັນກົມກອງປອດໃສ ເຂັ້ມແຂງ ໜັກແໜ້ນ ເທື່ອລະກ້າວ.