ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ສະຫຼຸບວຽກງານ​ປ້ອງ​ກັນ​ພາຍ​ໃນ​ທົ່ວ​ກົມ​ໃຫ່ຍ​ເຕັກນິກ


ສະຫາຍ ພົນຕີ ກິລາກອນ ບຸນນະພົນ ກຳມະການ ຄະນະພັກກະຊວງ, ຫົວໜ້າ ກົມໃຫຍ່ເຕັກນິກກອງທັບ ​ເປັນ​ປະທານ

     ກົມໃຫຍ່ເຕັກນິກກອງທັບ ໄດ້ສະຫຼຸບຖອດຖອນບົດຮຽນ ວຽກງານປ້ອງກັນພາຍໃນຄັ້ງທີ I ຂຶ້ນໃນ ວັນທີ 13 ພະຈິກ ໂດຍການເປັນປະທານຂອງ ສະຫາຍ ພົນຕີ ກິ
ລາກອນ ບຸນນະພົນ ກຳມະການ ຄະນະພັກກະຊວງ, ຫົວໜ້າ ກົມໃຫຍ່ເຕັກນິກກອງທັບ, ມີຄະນະພັກ-ຄະນະບັນຊາ, ກົມ, ຫ້ອງການ, ບັນດາກົມກອງຮາກຖານຂຶ້ນກັບ
ແລະ ພະນັກງານ-ນັກຮົບ ທົ່ວກົມໃຫຍ່ເຕັກນິກເຂົ້າຮ່ວມ.

     ສະຫາຍ ພັນໂທ ພອນສີ ທອງສິງຄຳ ຫົວໜ້າ ພະແນກປ້ອງກັນພາຍໃນ ກົມໃຫຍ່ເຕັກນິກໄດ້ ສະຫຼຸບຕີລາຄາຄືນໃນຂົງເຂດວຽກງານ ປ້ອງກັນພາຍໃນໄລຍະຜ່ານມາ
ຄະນະພັກໄດ້ຊີ້ນຳ-ນຳພາພະນັກງານ-ນັກຮົບຈັດຕັ້ງປະຕິບັດຕາມແນວທາງນະໂຍບາຍຂອງພັກ, ລັດໂດຍປິ່ນອ້ອມ 4 ໜ້າທີ່ໃຫຍ່ 26 ແຜນງານທີ່ ຄະນະພັກ ກະຊວງປ້ອງ
ກັນປະເທດ ວາງອອກຢ່າງເຂັ້ມງວດ, ພ້ອມທັງເຄື່ອນໄຫວຊີ້ນໍາ-ນໍາພາບັນດາພະແນກການ, ຂະແໜງການ, ກົມກອງເຄື່ອນໄຫວຈັດຕັ້ງປະຕິບັດວຽກງານປ້ອງກັນພາຍໃນ
ແລະ ການກໍ່ສ້າງກອງສາມປອດ, ຕິດພັນກັບການກໍ່ສ້າງກອງວັດທະນະທໍາ-ນັກຮົບ ວັດທະນະທໍາເພື່ອສ້າງອົງການ ກົມກອງໃຫ້ມີຄວາມສະຫງົບ ປອດໄພ 100%, ພ້ອມ
ນັ້ນຍັງໄດ້ເອົາໃຈໃສ່ປ້ອງກັນຄວາມປອດໄພ ໃຫ້ແກ່ການນຳແຂກພາຍໃນ ແລະ ຕ່າງປະເທດ, ກອງປະຊຸມ, ງານບຸນວັນປະຫວັດສາດສຳຄັນຕ່າງໆ ຂອງຊາດຂອງພັກຂອງ
ກອງທັບ ທີ່ຢູ່ໃນຄວາມຮັບຜິດຊອບຂອງຕົນ ໃຫ້ມີຄວາມສະຫງົບປອດໄພໂດຍພື້ນຖານ ຕິດພັນກັບການສ້າງໜ່ວຍພັກປອດໃສເຂັ້ມແຂງ ໜັກແໜ້ນ ຢ່າງເປັນຂະບວນ
ການກວ້າງຂວາງ, ຜ່ານການຈັດຕັ້ງປະຕິບັດວຽກງານ ປ້ອງກັນພາຍໃນ ແລະ ການກໍ່ສ້າງກົມກອງປອດໃສ ປອດໄພ ປອດຄະດີ ໃນ 5 ປີຜ່ານມາທົ່ວກົມໃຫຍ່ເຕັກນິກກອງ
ທັບ ມີ 6 ກົມ 3 ຫ້ອງ ມີ 22 ກົມກອງຂຶ້ນກັບໄດ້ ເປັນກອງປອດໃສ, ປອດໄພ, ປອດຄະດີ 4 ປີຊ້ອນ ມີ 15 ກົມກອງ, 3ປີຊ້ອນ ມີ 8 ກົມກອງ, 2 ປີຊ້ອນມີ 2 ກົມກອງ,
1 ປີ ມີ 2 ກົມກອງ.

     ສະຫາຍ ພົນຕີ ກິລາກອນ ບຸນນະພົນ ກໍໄດ້ກ່າວສະແດງຄວາມຍ້ອງຍໍຊົມເຊີຍຕໍ່ບັນດາຜົນງານ ທີ່ບັນດາກົມກອງຍາດມາໄດ້ນັ້ນ ແລະ ພ້ອມທັງຮຽກຮ້ອງໃຫ້ ຄະນະ
ພັກ-ຄະນະບັນຊາ, ຄະນະກົມ, ຫ້ອງການ, ພະນັກງານ-ນັກຮົບ ຜູ້ທີ່ເຮັດວຽກງານປ້ອງກັນພາຍໃນ ຈົ່ງສືບຕໍ່ເອົາໃຈໃສ່ເປັນເຈົ້າການສຶກສາອົບຮົມການເມືອງນຳພາແນວ
ຄິດໃຫ້ນາຍ ແລະ ພົນທະຫານມີຄຸນທາດການເມືອງໜັກແໜ້ນ, ຍຶດໝັັ້ນອຸດົມການ ຂອງພັກ, ຍົກສູງສະຕິລະວັງຕົວເປັນເຈົ້າການປ້ອງກັນຕົນເອງ, ປ້ອງກັນກົມກອງກໍຄື
ກອງທັບ ແລະ ປ້ອງກັນແນວທາງແຜນນະໂຍບາຍຂອງພັກ, ກົດໝາຍຂອງລັດ, ລະບຽບຂອງພັກ, ກໍ່ສ້າງພັກໃຫ້ເຂັ້ມແຂງປອດໃສ, ຮັກສາຄຸນສົມບັດສິນທໍາປະຕິວັດ,
ແບບແຜນດໍາລົງຊີວິດໃຫ້ ປອດໃສ ໜັກແໜ້ນ ພະນັກງານ-ສະມາຊິກພັກເປັນເຈົ້າການສ້າງໜ່ວຍພັກ, ຮາກຖານພັກ ແລະ ອົງການຈັດຕັ້ງມະຫາຊົນຂອງພັກ ໃຫ້ມີຄວາມ
ເຂັ້ມແຂງໜັກແໜ້ນດ້ານ ການເມືອງ-ແນວຄິດ ແລະ ທາງດ້ານການຈັດຕັ້ງເອົາໃຈໃສ່ຕໍ່ການບໍາລຸງຍົກລະດັບ, ນຳໃຊ້ ແລະ ປະຕິບັດນະໂຍບາຍຕໍ່ພາກສ່ວນເຮັດວຽກງານ
ປ້ອງກັນພາຍໃນໃຫ້ດີ, ຮັບປະກັນວຽກງານປ້ອງກັນ ພາຍໃນໃຫ້ແຕ່ລະຂັ້ນມີຄວາມສະຫງົບປອດໄພ 100%.