ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ກອງປະຊຸມສ້າງແຜນການກຳນົດພະນັກງານນຳພາ-ບັນຊາ
ຂັ້ນສູນກາງຄຸ້ມຄອງຂອງກະຊວງປ້ອງກັນປະເທດ


ພົນໂທ ຈັນສະໝອນ ຈັນຍາລາດ ເປັນປະທານກອງປະຊຸມສ້າງແຜນການກຳນົດ
ພະນັກງານນຳພາ-ບັນຊາຂັ້ນສູນກາງຄຸ້ມຄອງຂອງກະຊວງປ້ອງກັນປະເທດ

     ໃນວັນທີ 14 ພະຈິກ 2018 ນີ້, ຢູ່ທີ່ສະໂມສອນກົມໃຫຍ່ເສນາທິການກອງທັບ ໄດ້ເປີດກອງປະຊຸມສ້າງແຜນການກຳນົດພະນັກງານນຳພາ-ບັນຊາຂັ້ນສູນກາງ
ຄຸ້ມຄອງຂອງກະຊວງປ້ອງກັນປະເທດ ໂດຍການເປັນປະທານຂອງ ທ່ານ ພົນໂທ ຈັນສະໝອນ ຈັນຍາລາດ ກຳມະການກົມການເມືອງສູນກາງພັກ ລັດຖະມົນຕີກະຊວງ
ປ້ອງກັນປະເທດ, ມີຄະນະພັກກະຊວງປ້ອງກັນປະເທດ, ຄະນະພັກກົມໃຫຍ່, ຫ້ອງວ່າການກະຊວງ, ທັງກຳລັງຫຼວງ ແລະ ກຳລັງທ້ອງຖິ່ນເຂົ້າຮ່ວມ.

     ທ່ານ ພົນຈັດຕະວາ ວົງສອນ ອິນປານພິມ ກຳມະການຄະນະພັກກະຊວງປ້ອງກັນປະເທດ ຮອງຫົວໜ້າກົມໃຫຍ່ການເມືອງກອງທັບໄດ້ໃຫ້ຮູ້ວ່າ: ການຈັດຕັ້ງປະ
ຕິບັດວຽກງານສ້າງແຜນການກຳນົດພະນັກງານນຳພາ-ຄຸ້ມຄອງໃນທົ່ວປະເທດຂອງກະຊວງປ້ອງກັນປະເທດ ໂດຍປະຕິບັດມະຕິຂອງກົມການເມືອງສູນກາງພັກ ວ່າດ້ວຍ
ມາດຕະຖານຂອງພະນັກງານນຳພາ-ຄຸ້ມຄອງ, ວຽກງານຄຸ້ມຄອງພະນັກງານ ແລະ ການສ້າງແຜນການກຳນົດພະນັກງານນຳພາ-ຄຸ້ມຄອງ ຈຶ່ງໄດ້ດຳເນີນກອງປະຊຸມທາບ
ທາມການສ້າງແຜນກຳນົດພະນັກງານທີ່ມີມາດຕະຖານ, ມີເງື່ອນໄຂ, ເພື່ອຈັດວາງເຂົ້າໃນຕຳແໜ່ງນຳພາ-ບັນຊາແຕ່ລະຂັ້ນໃນຊຸມປີຕໍ່ໜ້າ, ດ້ວຍເຫດນີ້ພວກເຮົາຕ້ອງໄດ້
ເອົາໃຈໃສ່ຄົ້ນຄວ້າໃຫ້ເລິກເຊິ່ງຕໍ່ເນື້ອໃນມະຕິຂອງກົມການເມືອງ, ກໍຄືຄຳແນະນຳຂອງສູນກາງພັກວ່າດ້ວຍມາດຕະຖານຂອງພະນັກງານນຳພາ-ຄຸ້ມຄອງ, ວຽກງານຄຸ້ມ
ຄອງພະນັກງານ ແລະ ວຽກງານສ້າງແຜນກຳນົດພະນັກງານນຳພາ-ຄຸ້ມຄອງ; ເພື່ອເປັນບ່ອນອີງໃນການເລືອກເຟັ້ນບັນດາເປົ້າໝາຍເປັນຕົ້ນ: ໂຄງປະກອບດ້ານອາຍຸ; ການ
ເລືອກເຟັ້ນເປົ້າໝາຍທີ່ຈະເຂົ້າໃນແຜນກຳນົດ; ການກຳນົດແຕ່ລະຕຳແໜ່ງງານ. ພວກເຮົາຕ້ອງເຂົ້າໃຈວ່າກອງປະຊຸມໃນຄັ້ງນີ້ແມ່ນສຸດທີ່ມີຄວາມໝາຍສຳຄັນໃນການຄົ້ນ
ຫາພະນັກງານສືບທອດປ່ຽນແທນໃນອະນາຄົດໃຫ້ຜູ້ທີ່ມີຄວາມຮູ້ຄວາມສາມາດ, ມີຄຸນທາດການເມືອງໜັກແໜ້ນ ເປັນຜູ້ສືບທອດຮັບພາລະກຳຂອງກອງທັບ ກໍຄືຂອງປະ
ເທດຊາດ, ນຳພາປັບປຸງການກໍ່ສ້າງກຳລັງປະກອບອາວຸດໃຫ້ມີຄວາມປອດໃສ, ເຂັ້ມແຂງ, ໜັກແໜ້ນ ເປັນຫຼັກແຫຼ່ງແກ່ນສານໃນພາລະກິດປົກປັກຮັກສາ ແລະ ສ້າງສາປະ
ເທດຊາດກ້າວເດີນຕາມອຸດົມການສັງຄົມນິຍົມດ້ວຍທ່ວງທ່າອັນໜັກແໜ້ນ.