ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ທະຫານແຂວງໄຊສົມບູນສຳເລັດກອງປະຊຸມເຊື່ອມຊຶມມະຕິ 06 ສະໄໝ X ຂອງພັກ


ພົນຕີ ຈັນທອງ ສອນຕະອາດ ເປັນປະທານເປີດກອງປະຊຸມເຊື່ອມຊຶມມະຕິກອງປະຊຸມຄົບຄະນະຄັ້ງທີ 06 ສະໄໝທີ X ຂອງພັກ

     ໃນທ່າມກາງບັນຍາກາດທີ່ທົ່ວພັກທົ່ວກອງທັບ ແລະ ທົ່ວປວງຊົນລາວບັນດາເຜົ່າພວມອອກແຮງແຂ່ງຂັນສ້າງຂະບວນການໃຫ້ມີຄວາມຄຶກຄື້ນ
ມ່ວນຊື່ນ ເພື່ອຂໍ່ານັບຮັບຕ້ອນວັນສ້າງຕັ້ງກອງທັບປະຊາຊົນລາວຄົບຮອບ 70 ປີທີ່ຈະມາເຖິງນີ້, ໃນວັນທີ 9-10ຕຸລາ 2018 ຜ່ານມານີ້, ຢູ່ສະໂມສອນ
ຂອງກອງບັນຊາການທະຫານແຂວງໄຊສົມບູນໄດ້ເປີດກອງປະຊຸມເຊື່ອມຊຶມມະຕິກອງປະຊຸມຄົບຄະນະຄັ້ງທີ 06 ສະໄໝທີ X ແລະ ດໍາເນີນຊີວິດການ
ເມືອງໃຫ້ພະນັກງານຫຼັກແຫຼ່ງອ້ອມຂ້າງກອງບັນຊາການທະຫານແຂວງໄຊສົມບູນ ພາຍໃຕ້ການເຂົ້າຮ່ວມເປັນປະທານຂອງສະຫາຍ ພົນຕີ ຈັນທອງ ສອນ
ຕະອາດ ກໍາມະການຄະນະພັກກະຊວງປ້ອງກັນປະເທດ,ຮອງຫົວໜ້າກົມໃຫຍ່ເສນາທິການກອງທັບ, ມີພັນໂທ ຈັນທີ ວັນລາວົງ ເລຂາຄະນະພັກ-ຫົວໜ້າ
ການເມືອງກອງບັນຊາການທະຫານແຂວງໄຊສົມບູນ, ພັນໂທ ຄໍາອິ້ງ ກິ່ງແກ້ວ ຄະນະພັກ-ຫົວໜ້າການທະຫານກອງບັນ ຊາການທະຫານແຂວງ, ມີຄະນະ
ພັກ-ຄະນະບັນຊາອົງການ 5 ຫ້ອງ, ກອງບັນຊາການທະຫານເມືອງ, ກອງພັນນ້ອຍ, ກອງຮ້ອຍເອກະລາດ ແລະ ພະນັກງານຫຼັກແຫຼ່ງອອ້ມຂ້າງກອງບັນຊາ
ການເຂົ້າຮ່ວມຢ່າງພ້ອມພຽງ.

     ການດໍາເນີນຊີວິດການເມືອງໃນຄັ້ງນີ້ ແມ່ນຄວາມຮຽກຮ້ອງຕ້ອງການອັນຮີບດ່ວນເພຶ່ອປັບປຸງ, ຍົກສູງສະຕິຄວາມຮັບຜິດຊອບຂອງຄະນະພັກ, ສຳ
ມາຊິກພັກໃນການກໍານົດ ແລະ ປະຕິບັດຫຼັກການລວມສູນປະຊາ ທິປະໄຕ ເພຶ່ອເປັນການທົບທວນຫວນຄືນມູນເຊື້ອອັນສະຫງ່າງາມຂອງກອງທັບປະຊາ
ຊົນລາວຕະຫຼອດ 70 ປີ ພາຍໃຕ້ການນໍາພາຂອງພັກປະຊາຊົນປະຕິວັດລາວ ໃນນັ້ນເອກະສານທີ່ນໍາມາເຊື່ອມຊຶມມີ: ເອກະສານເຊື່ອມຊຶມບົດລາຍງານ
ກ່ຽວກັບການຕີລາຄາໃນການຈັດຕັ້ງປະຕິບັດມະຕິກອງປະຊຸມຄົບຄະນະຂອງຄະນະບໍລິຫານງານສູນກາງພັກຄັ້ງທີ 06 ສະໄໝທີ X ແລະ ວາງໜ້າທີ່ຈຸດ
ສຸມໃນຕໍ່ໜ້າ, ເຊື່ອມຊຶມເອກະສານເສີມຂະຫຍາຍທາດແທ້ມູນເຊື້ອອັນສະຫງ່າງາມຂອງກອງທັບປະຊາຊົນລາວ, ເຊື່ອມຊຶມເອກະສານລະບອບຄະນະບັນ
ຊາ 2 ຫົວໜ້າໃນກອງທັບປະຊາຊົນລາວ, ເຊື່ອມຊຶມເອກະສານຕັ້ງໜ້າເຝິກຝົນຫ່ໍຼຫຼອມຄຸນສົມບັດສິນທໍາປະຕິວັດ ແລະ ປັບປຸງແບບແຜນວິທີເຮັດວຽກ
ຂອງພະນັກງານນັກຮົບໃນໄລຍະໃໝ່ ກອງປະຊຸມຍັງໄດ້ຜ່ານຮ່າງໃບສໍາຫຼວດຕົນເອງແນະນໍາເຈາະຈີ້ມເນື້ອໃນສໍາຫຼວດບຸກຄົນໃນບັ້ນດໍາເນີນຊີວິດການ
ເມືອງແຕ່ລະກົມກອງທີ່ຂື້ນກັບກອງບັນຊາການທະຫານແຂວງໄຊສົມບູນ ເພື່ອຕໍານິຕິຊົມກໍ່ສ້າງເຊິ່ງກັນ ແລະ ກັນ.

     ໂອກາດນີ້, ທ່ານປະທານຍັງໄດ້ເນັ້ນໜັກໃຫ້ຄະນະພັກ-ຄະນະບັນຊາເອົາໃຈໃສ່ໃນການຕ້ານປະພຶດແບບອາດຍາສິດ, ການສໍ້ລາດບັງຫຼວງ, ເພຶ່ອພ້ອມ
ກັນຕ້ານສະກັດກັ້ນປາກົດການຫຍໍ້ທໍ້ຕ່າງໆພາຍໃນພັກໃຫ້ມີຄວາມໂປ່ງໃສ, ເຂັ້ມແຂງ, ໜັກແໜ້ນຍົກສູງຄວາມຮັບຜິດຊອບຂອງຖັນແຖວພະນັກງານເພຶ່ອ
ສ້າງຄວາມເຊື່ອໝັ້ນໃຫ້ປະຊາຊົນຕໍ່ການນໍາພາຂອງພັກອີກດ້ວຍ.