ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ແຕ່ງຕັ້ງ ຫົວໜ້າ ການເມືອງ-ການທະຫານແຂວງ ຫຼວງພະບາງ


ສະຫາຍ ພົນໂທ ສຸວອນ ເລືອງບຸນມີ ກໍາມະການສູນກາງພັກ, ຮອງລັດຖະມົນຕີ ກະຊວງປ້ອງກັນປະເທດ ຫົວໜ້າ ກົມໃຫຍ່ເສນາທິການກອງທັບ ​ເປັນ​ປະທານ

     ພິທີປະກາດແຕ່ງຕັ້ງ ຫົວໜ້າ ການເມືອງ-ການທະຫານ ຢູ່ກອງບັນຊາການທະຫານແຂວງຫຼວງພະບາງ ໄດ້ຈັດຂຶ້ນຢ່າງເປັນທາງການໃນຕອນເຊົ້າ ວັນ
ທີ 14 ກັນ ຍາ 2020 ນີ້ ໂດຍການເປັນປະທານຂອງ ສະຫາຍ ພົນໂທ ສຸວອນ ເລືອງບຸນມີ ກໍາມະການສູນກາງພັກ, ຮອງລັດຖະມົນຕີ ກະຊວງປ້ອງກັນ
ປະເທດ, ຫົວໜ້າ ກົມໃຫຍ່ເສນາທິການກອງທັບ. ເປັນກຽດເຂົ້າຮ່ວມມີ ສະຫາຍ ສາຍສະໝອນ ຄົມທະວົງ ຮອງເລຂາພັກແຂວງ ປະທານສະພາປະຊາຊົນ
ແຂວງຫຼວງພະບາງ, ມີສະຫາຍ ພັນເອກ ແປ້ນຄໍາບຸດ ຈັນແພງ ເລຂາຄະນະພັກ, ຫົວໜ້າ ການເມືອງ ກອງບັນຊາການທະຫານແຂວງ, ມີ ຫົວໜ້າ ກົມພະ
ນັກງານ, ກົມຈັດຕັ້ງພັກ, ຄະນະຈັດຕັ້ງແຂວງ, ຫ້ອງວ່າການປົກຄອງແຂວງ, ກອງບັນຊາການ ປກສ ແຂວງ, ຄະນະພັກ-ຄະນະບັນຊາ, ພະແນກການ, ກົມ
ກອງ, ໂຮງຮຽນ, ໂຮງໝໍ ພ້ອມດ້ວຍພະນັກງານຫຼັກແຫຼ່ງທົ່ວທະຫານ ແຂວງເຂົ້າຮ່ວມ.

     ໂອກາດນີ້, ສະຫາຍ ພົນຈັດຕະວາ ພູມີ ດາລາເພັດ ກຳມະການຄະນະພັກກົມໃຫຍ່, ຫົວໜ້າ ກົມພະນັກງານ ກົມໃຫຍ່ການເມືອງກອງທັບ ໄດ້ຂຶ້ນ
ຜ່ານດຳລັດຂອງ ນາຍົກລັດຖະມົນຕີ ສະບັບເລກທີ 464/ນຍ, ລົງວັນທີ 3 ສິງຫາ 2020 ວ່າດ້ວຍການແຕ່ງຕັ້ງ ສະຫາຍ ພັນເອກ ແປ້ນຄໍາ ບຸດຈັນແພງ
ເປັນຫົວໜ້າການເມືອງ ແລະ ດໍາລັດເລກທີ463/ນຍ, ລົງວັນທີ 3 ສິງຫາ 2020 ວ່າດ້ວຍການແຕ່ງຕັ້ງ ສະຫາຍ ພັນເອກ ວິລ່ຽມ ວົງທິສານ ເປັນ ຫົວໜ້າ
ການທະຫານຢູ່ກອງບັນຊາການທະຫານ ແຂວງ ຫຼວງພະບາງ. ພິທີຍັງໄດ້ຜ່ານມະຕິຕົກລົງ ຂອງຄະນະປະຈໍາພັກແຂວງ ວ່າດ້ວຍການແຕ່ງຕັ້ງເລຂາ, ຮອງເລ
ຂາ, ຄະນະປະຈໍາພັກກອງບັນຊາການ, ປະທານກວດກາພັກ, ຮອງປະທານກວດກາພັກ ກອງບັນຊາການທະຫານ ແຂວງ ຫຼວງພະບາງຕື່ມອີກ.

     ໃນພິທີ ສະຫາຍ ພົນໂທ ສຸວອນ ເລືອງບຸນມີ ໄດ້ຮຽກຮ້ອງ ແລະ ເນັ້ນໜັກໃຫ້ພະນັກງານທີ່ໄດ້ຮັບໜ້າທີ່ໃໝ່ ຈົ່ງຍົກສູງຄວາມຮັບຜິດຊອບຂອງຕົນຕໍ່
ໜ້າທີ່ການເມືອງ ທີ່ໄດ້ຮັບການມອບໝາຍຕັ້ງໜ້າເຝິກຝົນຫຼໍ່ຫຼອມທາງດ້ານຄຸນທາດການເມືອງ, ຄຸນສົມບັດສິນທໍາປະຕິວັດ ທາດແທ້ມູນເຊື້ອຂອງກອງທັບ
ໃຫ້ເລິກເຊິ່ງ, ເພີ່ມທະວີຄວາມສາມັກຄີພາຍໃນໃຫ້ໜັກແໜ້ນ, ພາຍນອກໃຫ້ກວ້າງຂວາງ, ຍົກສູງບົດບາດການນຳພາ ຂອງພັກ, ມີແບບແຜນວິທີເຮັດ
ວຽກ, ມີຄວາມເປັນເອກະພາບທຸກວຽກງານ, ປະຕິບັດຫຼັກການລວມສູນ ປະຊາທິປະໄຕ, ແບ່ງວຽກງານໃຫ້ບຸກຄົນຮັບຜິດຊອບ, ບົນຫຼັກການຂອງພັກ,
ສືບຕໍ່ສຶກສາອົບຮົມ ການເມືອງ-ນຳພາແນວຄິດ ໃຫ້ທົ່ວເຖິງທຸກເປົ້າໝາຍ, ເອົາໃຈໃສ່ປັບປຸງກໍ່ສ້າງກົມກອງໃຫ້ມີການຂະຫຍາຍຕົວຢ່າງຕໍ່ເນື່ອງ, ພ້ອມກັນ
ສ້າງກົມກອງຕົວແບບ, ກອງ 3 ປອດ ແລະ ສ້າງໃຫ້ໄດ້ໜ່ວຍພັກ ປອດໃສ ເຂັ້ມແຂງ ໜັກແໜ້ນ ເພື່ອນໍາພາກົມກອງຂອງຕົນໃຫ້ມີໃບໜ້າອັນໃໝ່.