ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ປະທານປະເທດ ແຫ່ງ ສປປ ລາວ ຕ້ອນຮັບ
ລັດຖະມົນຕີກະຊວງປ້ອງກັນປະເທດແຫ່ງ ສປ ຈີນ ເຂົ້າຢ້ຽມຂໍ່ານັບ

     ໃນວັນທີ 14 ກັນຍາ 2017, ທີ່ທຳນຽບປະທານປະເທດ, ທ່ານ ບຸນຍັງ ວໍລະຈິດ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ ປະທານປະເທດ
ແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ທ່ານ ພົນເອກ ສາງວ້ານສວນ ທີ່ປຶກສາແຫ່ງລັດ, ລັດຖະມົນຕີກະຊວງປ້ອງກັນປະເທດແຫ່ງ ສປ
ຈີນ ພ້ອມດ້ວຍຄະນະ ໃນໂອກາດທີ່ເດີນທາງມາຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ ໃນລະຫວ່າງວັນທີ 13-14 ກັນຍາ 2017 ນີ້.


ທ່ານ ບຸນຍັງ ວໍລະຈິດ ຕ້ອນຮັບລັດຖະມົນຕີກະຊວງປ້ອງກັນປະເທດແຫ່ງ ສປ ຈີນ ເຂົ້າຢ້ຽມຂໍ່ານັບ

     ໂອກາດດັ່ງກ່າວ, ທ່ານປະທານປະເທດ ໄດ້ສະແດງຄວາມຕ້ອນຮັບຢ່າງອົບອຸ່ນ ແລະ ຕີລາຄາສູງຕໍ່ການມາຢ້ຽມຢາມ ແລະ ເຮັດວຽກກັບກະຊວງປ້ອງ
ກັນປະເທດ ແຫ່ງ ສປປ ລາວ ຂອງທ່ານລັດຖະມົນຕີປ້ອງກັນປະເທດ ແຫ່ງ ສປ ຈີນ ພ້ອມດ້ວຍຄະນະໃນຄັ້ງນີ້ ເຊິ່ງເປັນການປະກອບສ່ວນອັນສຳຄັນເຂົ້າ
ໃນການຮັດແໜ້ນສາຍພົວພັນຮ່ວມມື ລາວ-ຈີນ ທີ່ມີມູນເຊື້ອມາແຕ່ດົນນານແລ້ວນັ້ນໄດ້ມີການຂະຫຍາຍຕົວຢ່າງວ່ອງໄວເລິກ ເຊິ່ງ ແລະ ມີປະສິດທິຜົນ
ສູງ ແລະ ການຮ່ວມມືຊ່ວຍເຫຼືອເຊິ່ງກັນ ແລະ ກັນ ລະຫວ່າງສອງກອງທັບ ລາວ-ຈີນແມ່ນບົນຈິດໃຈເປັນບ້ານໃກ້ເຮືອນຄຽງທີ່ດີເປັນເພື່ອນທີ່ດີເປັນຄູ່
ຮ່ວມມືທີ່ດີ ແລະ ເປັນສະຫາຍທີ່ດີທີ່ຊື່ສັດຕໍ່ກັນ ແລະ ຍາມໃດກໍໃຫ້ການສະໜັບສະໜູນ ສປປ ລາວ ໃນພາລະກິດປົກປັກຮັກສາ ແລະ ສ້າງສາປະເທດ
ຊາດ ເຊິ່ງໃນໄລຍະຜ່ານມາການພົວພັນຮ່ວມມືລະຫວ່າງສອງກອງທັບ ລາວ-ຈີນ ໄດ້ພັດທະນາຢ່າງຕັ້ງໜ້າຂຶ້ນສູ່ລະດັບສູງພົວພັນຖານຄູ່ຮ່ວມມືຍຸດທະ
ສາດຮອບດ້ານໝັ້ນຄົງຍາວນານເລິກເຊິ່ງ ແລະ ມີຜົນສຳເລັດນອກຈາກນັ້ນ, ສອງກອງທັບ ລາວ-ຈີນ ໄດ້ມີການເພີ່ມທະວີຮ່ວມມືວຽກງານປ້ອງກັນຊາຍ
ແດນສາມາດເຮັດໃຫ້ສະພາບຕາມຊາຍແດນມີຄວາມສະຫງົບສຸກການຄ້າຂາຍເຖື່ອນ ແລະ ຢາເສບຕິດກໍຫຼຸດໜ້ອຍຖ້ອຍລົງ ພ້ອມນັ້ນ, ກໍໄດ້ກ່າວຂອບ
ໃຈເປັນຢ່າງຍິ່ງທີ່ກະຊວງປ້ອງກັນປະເທດຈີນ ທີ່ໃຫ້ການຊ່ວຍເຫຼືອລ້າໃນດ້ານການກໍ່ສ້າງບຸກຄະລາກອນ, ເພີ່ມທະວີວຽກງານການຮ່ວມມືປ້ອງກັນຊາຍ
ແດນ, ວຽກງານການເມືອງ ແລະ ສືບຕໍ່ໃຫ້ການຊ່ວຍ ເຫຼືອທາງດ້ານອຸປະກອນເຕັກນິກດ້ານຕ່າງໆໃຫ້ແກ່ກອງທັບປະຊາຊົນລາວ ໂດຍສະເພາະຊ່ວຍເຫຼືອ
ລ້າທາງດ້ານວັດຖຸ-ອຸປະກອນ ແລະ ພາຫະນະເຂົ້າໃນການກະກຽມ ແລະ ຈັດກອງປະຊຸມລັດຖະມົນຕີປ້ອງກັນປະເທດອາຊຽນ ຄັ້ງທີ 10 ທີ່ກະຊວງປ້ອງກັນ
ປະເທດ ແຫ່ງ ສປປ ລາວ ຮັບກຽດເປັນເຈົ້າພາບໄດ້ຮັບຜົນສຳເລັດເປັນຢ່າງດີ. ຜົນງານດັ່ງກ່າວເປັນການປະກອບສ່ວນທີ່ສໍາຄັນໃນການເສີມຂະຫຍາຍ
ສາຍພົວພັນມິດຕະພາບ ແລະ ການຮ່ວມມືຮອບດ້ານລະຫວ່າງສອງຊາດ ລາວ-ຈີນ.

     ທ່ານ ພົນເອກ ສາງວ້ານສວນ ກໍໄດ້ກ່າວສະແດງຄວາມຂອບໃຈຕໍ່ທ່ານປະທານປະເທດທີ່ໄດ້ໃຫ້ການຕ້ອນຮັບອັນອົບອຸ່ນ ພ້ອມທັງແຈ້ງໃຫ້ຊາບເຖິງ
ຈຸດປະສົງຂອງການເດີນທາງມາຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ ໃນຄັ້ງນີ້ ແລະ ໃຫ້ຄຳໝັ້ນສັນຍາວ່າຈະສືບຕໍ່ເພີ່ມພູນຄູນສ້າງໄມຕີຈິດມິດຕະພາບ
ຖານເພື່ອນສະຫາຍຍຸດທະສາດໝັ້ນຄົງຍາວນານ ໂດຍສະເພາະສອງກອງທັບ ລາວ-ຈີນ ໃຫ້ຈະເລີນງອກງາມຂຶ້ນເລື້ອຍໆ ເພື່ອຜົນປະໂຫຍດອັນຍາວນານ
ຂອງສອງພັກ, ສອງລັດ, ສອງກອງທັບ ແລະ ປະຊາຊົນສອງຊາດ ລາວ-ຈີນ.