ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ຫົວໜ້າກົມວິທະຍາສາດ-ປະຫວັດສາດ ການທະຫານ ລົງກວດກາການກໍ່ສ້າງເສັ້ນທາງ
ເຂົ້າຄ້າຍ ກອງພັນທີ 2​ ໃນ​ເມື່ອ​ກ່ອນ​ຢູ່​ທົ່ງ​ໄຫ​ຫີນ​ແຂວງ​ຊຽງຂວາງ


     ວັນທີ 12 ສິງຫາ 2019 ນີ້, ສະຫາຍ ພົນຈັດຕະວາ ວຽງໄຊ ສົມວິຈິດ ຫົວໜ້າກົມວິທະຍາສາດ-ປະຫວັດສາດ ການທະຫານ ພ້ອມດ້ວຍຄະນະຮັບຜິດຊອບໄດ້ລົງ
ກວດກາ ແລະ ປຶກສາຫາລື ການກໍ່ສ້າງເສັ້ນທາງເຂົ້າຄ້າຍກອງພັນທີ 2 ຜ່າວົງປິດລ້ອມຢູ່ ທົ່ງໄຫຫີນແຂວງຊຽງຂວາງ ໂດຍມີສະຫາຍ ພົນຈັດຕະວາ ຄຳມ່ວນ ເລືອງວັນຫຼ້າ
ຮອງຫົວໜ້າ ຫ້ອງວ່າການກະຊວງປ້ອງກັນປະເທດ, ເຈົ້າເມືອງໆແປກແຂວງຊຽງຂວາງ, ບໍລິສັດຮັບເໝົາກໍ່ສ້າງໂກເອໂກ ແລະ ພະແນກທີ່ກ່ຽວຂ້ອງເຂົ້າຮ່ວມ.

     ອີງຕາມການແຈ້ງການ ກະຊວງແຜນການ ແລະ ການລົງທຶນວ່າດ້ວຍການອະນຸມັດການລົງທຶນ ຂອງລັດປີ 2019 ກະຊວງປ້ອງກັນປະເທດ ໃນໂຄງການກໍ່ສ້າງທາງປູ
ຢາງ 2 ຊັ້ນ ເຂົ້າຄ້າຍ ກອງພັນທີ 2 ຜ່າວົງປິດລ້ອມຢູ່ທົ່ງໄຫຫີນ ແຂວງຊຽງຂວາງ. ຈຸດປະສົງໃນຄັ້ງນີ້ແມ່ນເພື່ອພ້ອມກັນກວດກາ ແລະ ປຶກສາຫາລືຜົນສໍາ ເລັດໃນໂຄງ
ການກໍ່ສ້າງດັ່ງກ່າວ ຕາມເປົ້າໝາຍທີ່ລະບຸໄວ້. ຜ່ານການລົງກວດວຽກຕົວຈິງເຫັນວ່າເສັ້ນທາງມີຄວາມຍາວທັງໝົດ 11,316 ແມັດ ໄດ້ສຳເລັດຕາມເປົ້າໝາຍທີ່ລະບຸ
ໄວ້ປີນີ້, ນອກຈາກລົງກວດ ພື້ນທີ່ໄດ້ສຳເລັດແລ້ວຍັງໄດ້ແລກປ່ຽນຄຳຄິດຄຳເຫັນປຶກສາຫາລື ເປັນເອກະພາບລະຫວ່າງເຈົ້າຂອງໂຄງການ ແລະ ບໍລິສັດ ຮັບເໝົາກໍ່ສ້າງ
ເພື່ອໃຫ້ເສັ້ນທາງມີມາດຕະຖານໄດ້ຕາມເປົ້າໝາຍທີ່ວາງໄວ້.