ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ທ່ານ ພົນເອກ ຈັນສະໝອນ ຈັນຍາລາດ ຕ້ອນຮັບ​ເອກອັກຄະລາຊະທູດຍີ່ປຸ່ນ
ປະຈຳ ສປປ ລາວ ​ເຂົ້າ​ຢ້ຽມຂໍ່ານັບ


     ໃນວັນທີ 14 ສິງຫາ 2019 ນີ້, ທ່ານ ພົນເອກ ຈັນສະໝອນ ຈັນຍາລາດ ລັດຖະມົນຕີ ກະຊວງປ້ອງກັນປະເທດ ແຫ່ງ ສປປ ລາວ ໄດ້ໃຫ້ກຽດຕ້ອນຮັບ ທ່ານ ທາເກ
ຊິ ຮິກິຮາລະ ເອກອັກຄະລາຊະທູດ ວິສາມັນ ຜູ້ມີອຳນາດເຕັມແຫ່ງປະເທດ ຍີ່ປຸ່ນ ປະຈຳ ສປປ ລາວ ເຂົ້າຢ້ຽມຂ່ຳນັບອຳລາເນື່ອງໃນໂອກາດສຳເລັດໜ້າທີ່ການທູດ ປະຈຳ
ສປປ ລາວ.

     ໂອກາດດັ່ງກ່າວ ທ່ານ ທາເກຊິ ຮິກິຮາລະ ໄດ້ກ່າວສະແດງຄວາມຮູ້ບຸນຄຸນຕໍ່ ລັດຖະມົນຕີກະຊວງ ປ້ອງກັນປະເທດ ແຫ່ງ ສປປ ລາວ ທີ່ໄດ້ໃຫ້ຄວາມຊ່ວຍເຫຼືອ ຕະ
ຫຼອດໄລຍະເວລາທີ່ຕົນມາ ດຳລົງຕຳແໜ່ງເອກອັກຄະລາຊະທູດ ຜູ້ທີ່ມີອຳນາດເຕັມປະຈຳ ສປປ ລາວ ພ້ອມທັງໄດ້ລາຍງານການເຄື່ອນໄຫວປະຕິບັດໜ້າທີ່ຂອງຕົນໃນໄລ
ຍະຜ່ານມາ, ການຮ່ວມມືກັນລະຫວ່າງສອງປະເທດ ລາວ-ຢີ່ປຸ່ນ ນັບມື້ນັບຍິ່ງຂະຫຍາຍຕົວຂຶ້ນເປັນກ້າວໆບໍ່ວ່າທາງດ້ານເສດຖະກິດ, ວັດທະນະທຳ-ສັງຄົມ ແລະ ການພົວ
ພັນຊ່ວຍເຫຼືອດ້ານຕ່າງໆນັບມື້ຂະຫຍາຍຕົວຂຶ້ນເລື້ອຍໆ.

     ທ່ານ ພົນເອກ ຈັນສະໝອນຈັນຍາລາດ ກໍໄດ້ສະແດງຄວາມຂອບໃຈມາຍັງ ທ່ານ ເອກອັກຄະລາຊະທູດ ຢີ່ປຸ່ນ ຜູ້ທີ່ມີອຳນາດເຕັມປະຈຳ ສປປ ລາວ ທີ່ໄດ້ເອົາໃຈໃສ່
ໃນການປະຕິບັດໜ້າທີ່ຂອງຕົນຈົນສຳເລັດ ແລະ ມີໝາກຜົນທີ່ພົ້ນເດັ່ນຫຼາຍດ້ານຄືດັ່ງທີ່ທ່ານກ່າວມານັ້ນ, ອັນນີ້ມັນແມ່ນບາດກ້າວໜຶ່ງໃນການຮ່ວມມືຂອງສອງປະເທດ
ລາວ-ຢີ່ປຸ່ນ ທັງເປັນການເສີມສ້າງມິດຕະພາບທີ່ມີມາແລ້ວນັ້ນໃຫ້ຈະເລີນງອກງາມຍິ່ງຂຶ້ນ.