ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ທ່ານ ພົນໂທ ວິໄລ ຫຼ້າຄຳຟອງ ໃຫ້ທິດຊີ້ນຳຕໍ່ໜ່ວຍພັກຫ້ອງການກົມໃຫຍ່ການເມືອງກອງທັບ

     ໃນໂອກາດເຂົ້າຮ່ວມເປັນປະທານກອງປະຊຸມໃຫຍ່ຄັ້ງທີ V ຂອງໜ່ວຍພັກຫ້ອງການກົມໃຫຍ່ການເມືອງກອງທັບ ເມື່ອວັນທີ 14 ສິງຫາ 2018 ນີ້,
ທ່ານ ພົນໂທ ວິໄລ ຫຼ້າຄຳຟອງ ເລຂາທິການສູນກາງພັກ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດ, ຫົວໜ້າກົມໃຫຍ່ການເມືອງກອງທັບ ໄດ້ເນັ້ນໜັກ
ໃຫ້ຄະນະໜ່ວຍພັກສືບຕໍ່ເພີ່ມທະວີສຶກສາອົບຮົມການເມືອງ, ແນວຄິດໃຫ້ພະນັກງານ, ສະມາຊິກພັກໃຫ້ມີຄຸນທາດການເມືອງ ໜັກແໜ້ນ, ມີຄວາມຮັບ
ຮູ້ເຂົ້າໃຈຢ່າງເລິກເຊິ່ງຕໍ່ແນວທາງນະໂຍບາຍຂອງພັກ-ກົດໝາຍຂອງລັດ, ໜ້າທີ່ການເມືອງຂອງກົມກອງ, ມີຄວາມຕັ້ງໜ້າຫ້າວຫັນໃນການປະຕິບັດມະຕິ
ຄຳສັ່ງ ກໍຄືໜ້າທີ່ວຽກງານທີ່ໄດ້ຮັບມອບໝາຍ.


ພົນໂທ ວິໄລ ຫຼ້າຄຳຟອງ ປ່ອນບັດເອົາຄະນະພັກຊຸດໃໝ່ ແລະ ຜູ້ແທນສົມບູນ, ສຳຮອງ

     ທ່ານຫົວໜ້າກົມໃຫຍ່ການເມືອງກອງທັບກ່າວວ່າ: ພະນັກງານສະມາຊິກພັກຕ້ອງມີຄວາມອົດທົນຜ່ານຜ່າຄວາມຫຍຸ້ງຍາກ, ຍອມເສຍສະຫຼະຜົນປະ
ໂຫຍດສ່ວນຕົວເພື່ອຜົນປະໂຫຍດສ່ວນລວມເຮັດໜ້າທີ່ວຽກງານດ້ວຍຄວາມຮັບຜິດຊອບສູງ, ສຸມໃສ່ນຳພາຈັດຕັ້ງປະຕິບັດໜ້າທີ່ ແລະ ເປັນເສນາທິການ
ໃຫ້ແກ່ຄະນະພັກກົມໃຫຍ່ການເມືອງກອງທັບ, ຖືເອົາວຽກງານວິຊາສະເພາະເປັນວຽກງານໃຈກາງຂອງກົມກອງ, ສືບຕໍ່ປັບປຸງກໍ່ສ້າງໜ່ວຍພັກໃຫ້ປອດໃສ
ເຂັ້ມແຂງ ໜັກແໜ້ນ.

     ໃນໂອກາດດຳເນີນກອງປະຊຸມໃຫຍ່ຄັ້ງທີ V ຂອງໜ່ວຍພັກອົງການ ກມທ, ພັນເອກ ອິນກອງ ວຽງດາວົງ ເລຂາໜ່ວຍພັກ ຫົວໜ້າຫ້ອງການກົມໃຫຍ່
ການເມືອງກອງທັບ ໄດ້ໃຫ້ຮູ້ວ່າ: ໜ່ວຍພັກຂອງພວກເຮົາໄດ້ມີຜົນສຳເລັດໃນການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ ຄັ້ງທີ IV ຂອງໜ່ວຍພັກ. ໃນປັດ
ຈຸບັນໜ່ວຍພັກມີສະມາຊິກພັກສົມບູນທັງໝົດ 38 ສະຫາຍ, ຍິງ 15 ສະຫາຍ, ສ້າງໄດ້ສະມາຊິກພັກແຂງຮອບດ້ານ ຈຳນວນ 34 ສະຫາຍ, ສະມາຊິກພັກ
ແຂງຈຳນວນ 3 ສະຫາຍ, ໜ່ວຍພັກໄດ້ຮັບນາມມະຍົດໜ່ວຍພັກແຂງ-ຮູ້ນຳພາຮອບດ້ານ 9 ສະໄໝຕິດຕໍ່ກັນ ແລະ ໄດ້ຮັບໃບຢັ້ງຢືນເປັນກອງ 3 ປອດປະ
ເພດ 1 ແລະ ປະເພດ 2 ຕະຫຼອດມາ, ໄດ້ຮັບຮອງສະມາຊິກຊາວໜຸ່ມ 4 ບຸກຈຳນວນ 12 ສະຫາຍ ແລະ ເປັນໜ່ວຍຊາວໜຸ່ມ 4 ບຸກ, ມີສະມາຊິກສະຫະ
ພັນແມ່ຍິງ 3 ດີປະເພດ 1 ຈຳນວນ 9 ສະຫາຍ, ປະເພດ 2 ຈຳນວນ 5 ສະຫາຍ, ເປັນຄອບ ຄົວຕົວແບບສ້າງເສດຖະກິດ 3 ຄອບຄົວ. ນອກນີ້ໜ່ວຍພັກ
ຂອງພວກເຮົາໄດ້ນຳພາສ້າງກອງທຶນຂຶ້ນເພື່ອຊ່ວຍເຫຼືອເຊິ່ງກັນ ແລະ ກັນໃນເວລາເຈັບເປັນ ແລະ ພົບຄວາມຫຍຸ້ງຍາກຕ່າງໆ ປັດຈຸບັນມີເງິນກອງທຶນທັງ
ໝົດ 13 ລ້ານກວ່າກີບ. ດ້ານເສດຖະກິດລວມໝູ່ຂອງຫ້ອງການພວກເຮົາໄດ້ສຸມໃສ່ນຳພາການປູກຝັງ-ລ້ຽງ ສັດຈຳນວນໜຶ່ງສາມາດສ້າງໄດ້ສະຕິເພິ່ງຕົນ
ເອງ, ກຸ້ມຕົນເອງ ແລະ ສ້າງຄວາມເຂັ້ມແຂງດ້ວຍຕົນເອງ. ເຊິ່ງປັດຈຸບັນຫ້ອງການກົມໃຫຍ່ການເມືອງກອງທັບມີເງິນຄັງລວມທັງໝົດ 65 ລ້ານກວ່າກີບ.

     ກອງປະຊຸມຍັງໄດ້ປ່ອນບັດເອົາຄະນະພັກຊຸດໃໝ່ ແລະ ຜູ້ແທນສົມບູນ, ສຳຮອງໄປຮ່ວມກອງປະຊຸມໃຫຍ່ຄະນະພັກຂັ້ນເທິງໄດ້ຕາມຄາດໝາຍ.