ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ກະຊວງປ້ອງກັນປະເທດເປີດພິທີແຂ່ງກີລາຍິງປືນມິດຕະພາບ ລາວ-ຈີນ

     ກະຊວງປ້ອງກັນປະເທດຮ່ວມກັບເອກອັກຄະລັດຖະທູດ ສປ ຈີນ ປະຈຳ ສປປ ລາວ ເປີດການແຂ່ງຂັນກີລາຍິງປືນມິດຕະພາບ ລາວ-ຈີນ ເນື່ອງໃນ
ໂອກາດວັນສຳຄັນຂອງສອງພັກ-ສອງລັດເວົ້າລວມ ເວົ້າສະເພາະວັນສ້າງຕັ້ງກອງທັບປົດປ່ອຍປະຊາຊົນຈີນ ຄົບຮອບ 90 ປີ, ໃນວັນທີ 12 ສິງຫານີ້, ທີ່ສະ
ໜາມຫັດແອບຍິງປືນວິທະຍາຄານກົມມະດຳ ໂດຍເຂົ້າຮ່ວມກ່າວເປີດຂອງ ທ່ານ ພົນຕີ ຈັນທອງ ສອນຕະອາດ ຮອງຫົວໜ້າກົມໃຫຍ່ເສນາທິການ ແລະ
ທ່ານ ຫວາງເຫວິນທຽນ ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມແຫ່ງ ສປ ຈີນ ປະຈຳ ສປປ ລາວ, ມີຮອງລັດຖະມົນຕີກະຊວງປ້ອງກັນປະເທດ,
ຫົວໜ້າກົມ, ຮອງກົມ, ພະນັກງານ-ນັກຮົບ ແລະ ແຂກທີ່ຖືກເຊີນເຂົ້າຮ່ວມ.


ບັນດາສະຫາຍທີ່ໄດ້ຊະນະໃນການແຂ່ງຂັນກີລາຍິງປືນມິດຕະພາບລາວ-ຈີນ

     ຈຸດປະສົງຂອງການຈັດການແຂ່ງຂັນຍິງປືນມິດຕະພາບໃນຄັ້ງນີ້ ກໍເພື່ອເປັນການຮັດແໜ້ນຄວາມສາ ມັກຄີມິດຕະພາບ, ຄວາມຮັກແພງຄວາມສະ
ໜິດສະໜົມ, ທັງເປັນການເສີມສ້າງສາຍພົວພັນການຮ່ວມມືລະຫວ່າງສອງຊາດ, ສອງພັກ, ສອງລັດ, ສອງກອງທັບລາວ-ຈີນ ທີ່ພວກເຮົາເຄີຍໄປມາຫາ
ສູ່ແລກປ່ຽນບົດຮຽນເຊິ່ງກັນ ແລະ ກັນ, ທາງຮີດຄອງປະເພນີ, ວັດທະນະທຳຄ້າຍຄືກັນພວມໄດ້ຮັບການເສີມຂະຫຍາຍສາຍພົວພັນທີ່ມີມາແລ້ວນັ້ນໃຫ້
ເກີດໝາກອອກຜົນຂຶ້ນເລື້ອຍໆ.

     ການແຂ່ງຂັນຍິງປືນມິດຕະພາບໃນຄັ້ງນີ້ມີ 2 ປະເພດຄື: ປືນເຫຼັກຍາວ ( AK ) ແລະ ປືນສັ້ນ K 59 ນັກກີລາແຕ່ລະປະເພດມີ 16 ທິມ, ທິມລະ 4
ຄົນ ການແຂ່ງຂັນເຕັມໄປດ້ວຍຄວາມໝາຍຄວາມສຳຄັນສາ ມັກຄີມິດຕະພາບ, ເບີີີກບານມ່ວນຊື່ນ ແລະ ເຄົາລົບຂໍ້ກຳນົດກົດລະບຽບການແຂ່ງຂັນຢ່າງ
ເຂັ້ມງວດ. ຜົນການແຂ່ງຂັນປະເພດປືນເຫຼັກຍາວ ( AK ) ທີ 1 ແມ່ນທິມເອກອັກຄະລັດຖະທູດ ສປ ຈີນ, ທີ 2 ທິມ ພັນໂທ ສັງມະນີ ຈິດດາວົງ, ທີ 3
ພັນໂທ ຄຳແພງ ສອນພະຈັນ ແລະ ທີ 4 ພັນເອກ ຫຼ້າແກ້ວ ໄຊຍະສິດ ສຳລັບປະເພດປືນສັ້ນ ( K 59 ) ທີ 1 ທິມ ພົນຈັດຕະວາ ຄຳພາ ສີພອນໄຊ, ທີ 2
ພັນໂທ ຄຳແພງ ສອນພະຈັນ, ທີ 3 ທິມເອກອັກຄະລັດຖະທູດ ສປ ຈີນ ແລະ ທີ 4 ທິມ ທ່ານ ຫຼີເຫວີຍ.