ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ທ່ານ ພົນເອກ ຈັນສະໝອນ ຈັນຍາລາດ ສໍາເລັດການເຂົ້າຮ່ວມ
ກອງປະຊຸມລັດຖະມົນຕີປ້ອງກັນປະເທດອາຊຽນຄັ້ງທີ 13


ພົນເອກ ຈັນສະໝອນ ຈັນຍາລາດ ສໍາເລັດການເຂົ້າຮ່ວມກອງປະຊຸມ ລັດຖະມົນຕີປ້ອງກັນປະເທດອາຊຽນ (ADMM) ຄັ້ງທີ 13 ຢູ່ທີ່ບາງກອກຣາຊະອານາຈັກໄທ

     ໃນລະຫວ່າງວັນທີ 10-12 ກໍລະກົດ 2019 ນີ້, ທ່ານ ພົນເອກ ຈັນສະໝອນ ຈັນຍາລາດ ລັດຖະມົນ ຕີກະຊວງປ້ອງກັນປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍຄະນະ
ໄດ້ສໍາເລັດເຂົ້າຮ່ວມກອງປະຊຸມລັດຖະມົນຕີປ້ອງກັນປະເທດອາຊຽນ (ADMM) ຄັ້ງທີ 13 ເຊິ່ງຈັດຂຶ້ນທີ່ບາງກອກ ຣາຊະອານາຈັກໄທ ພາຍໃຕ້ຫົວຂໍ້ “ຄວາມໝັ້ນຄົງທີ່
ຍືນຍົງ”. ກອງປະຊຸມໃນຄັ້ງນີ້ແມ່ນດຳເນີນພາຍໃຕ້ການເປັນປະທານຂອງ ທ່ານ ພົນເອກ ປາວິດ ວົງສຸວັນ ຮອງນາຍົກລັດຖະມົນຕີລັດຖະມົນຕີປ້ອງກັນປະເທດ ແຫ່ງ ຣາ
ຊະອານາຈັກໄທ. ມີທ່ານເລຂາທິ ການໃຫຍ່ອາຊຽນ ພ້ອມດ້ວຍລັດຖະມົນຕີປ້ອງກັນປະເທດຈາກປະເທດສະມາຊິກອາຊຽນເຂົ້າຮ່ວມ.

     ກອງປະຊຸມ ADMM ຄັ້ງນີ້, ໄດ້ຮັບຟັງການລາຍງານຄວາມຄືບໜ້າຂອງການຈັດຕັ້ງຜັນຂະຫຍາຍແຜນວຽກ 3 ປີ (2017-2020) ຂອງອາຊຽນມາຮອດປັດຈຸບັນ
ຈາກທ່ານເລຂາທິການໃຫຍ່ອາຊຽນ, ຜົນສຳເລັດຂອງກອງປະຊຸມເຈົ້າໜ້າທີ່ອາວຸໂສປ້ອງກັນປະເທດອາຊຽນ (ADSOM), ຜົນສຳເລັດຂອງກອງປະຊຸມຜູ້ບັນຊາການທະ
ຫານສູງສຸດອາຊຽນ (ACDFM) ຄັ້ງທີ 16. ກອງປະຊຸມຍັງໄດ້ປຶກສາຫາລືເອກະສານວ່າດ້ວຍບົດບາດຂອງບັນດາປະເທດສະມາຊິກອາຊຽນຕໍ່ບັນຫາການປະມົງທີ່ຜິດກົດ
ໝາຍ ແລະ ຝ່າຝືນລະບຽບການ ເພື່ອຮັບຮູ້ເຖິງຜົນກະທົບຂອງບັນຫາດັ່ງກ່າວ ແລະ ຄົ້ນຄວ້າຫາວິທີທາງແກ້ໄຂ. ພ້ອມນີ້, ກອງປະຊຸມ ADMM ຄັ້ງທີ 13 ໄດ້ຮັບຮອງເອົາ
6 ເອກະສານສໍາຄັນຄື: ແນວທາງປະຕິບັດເພື່ອປະເມີນຜົນບັນດາແນວຄວາມຄິດລິເລີ່ມພາຍໃຕ້ຂອບກອງປະຊຸມ ADMM, ບົດແນວຄວາມຄິດວ່າດ້ວຍບົດບາດຂອງກອງ
ທັບຂອງບັນດາປະເທດສະມາຊິກອາຊຽນໃນການສົ່ງເສີມວຽກງານຄຸ້ມຄອງຊາຍແດນ, ບົດແນວຄວາມຄິດວ່າດ້ວຍການຂະຫຍາຍໂຄງການຕິດຕໍ່ສື່ສານສາຍດ່ວນ ໃນ
ຂະບວນການຂອງກອງປະຊຸມ ADMM ໄປຍັງປະເທດ-ອາຊຽນບວກ, ຂໍ້ກໍານົດສໍາຫຼັບກົນໄກການແລກປ່ຽນຂໍ້ມູນສືບຂ່າວເພື່ອການເຝົ້າລະວັງການກໍ່ການຮ້າຍໃນບັນດາ
ປະເທດສະມາຊິກອາຊຽນ, ບົດແນວຄວາມຄິດວ່າດ້ວຍການຈັດຕັ້ງກອງປະຊຸມແພດທະຫານອາຊຽນ ແລະ ເອກະສານແນວ ທາງປະຕິບັດສໍາລັບການຕິດຕໍ່ສື່ສານລະຫວ່າງ
ທະຫານເຮືອອາຊຽນ.

     ພາຍຫຼັງສໍາເລັດກອງປະຊຸມ ທ່ານ ພົນເອກ ຈັນສະໝອນ ຈັນຍາລາດ ລັດຖະມົນຕີປ້ອງກັນປະເທດແຫ່ງ ສປປ ລາວ ໄດ້ເຂົ້າຮ່ວມ ແລະ ເຊັນຖະແຫຼງການຮ່ວມຂອງ
ກອງປະຊຸມລັດຖະມົນຕີປ້ອງກັນປະເທດອາຊຽນຄັ້ງທີ 13 ວ່າດ້ວຍຄວາມໝັ້ນຄົງທີ່ຍືນຍົງ.

     ຜົນສຳເລັດຂອງກອງປະຊຸມລັດຖະມົນຕີປ້ອງກັນປະເທດອາຊຽນຄັ້ງທີ 13 ໄດ້ສະແດງເຖິງຄວາມເອົາ ໃຈໃສ່ ແລະ ຄວາມພະຍາຍາມຂອງລັດຖະມົນຕີປ້ອງກັນປະ
ເທດອາຊຽນໃນການເສີມຂະຫຍາຍການຮ່ວມມືກັນຂອງບັນດາກອງທັບອາຊຽນ ເພື່ອເສີມສ້າງຄວາມເຂົ້າອົກເຂົ້າໃຈ, ຄວາມສາມັກຄີ ກໍຄືການສ້າງຂີດຄວາມສາມາດ
ເພື່ອເຮັດໃຫ້ອາຊຽນສາມາດຮັບມືກັບໄພຂົ່ມຂູ່ທັງໃນຮູບແບບໃໝ່-ແບບເກົ່າໄດ້ຢ່າງມີປະສິດທິພາບ ແລະ ທັນເວລາ ເຊິ່ງເປັນປັດໄຈອັນສຳຄັນໃຫ້ແກ່ການສົ່ງເສີມສັນຕິ
ພາບ, ສະຖຽນລະພາບ, ຄວາມໝັ້ນຄົງ ແລະ ການພັດທະນາແບບຍືນຍົງຂອງພາກພື້ນ.

     ນອກຈາກການເຂົ້າຮ່ວມກອງປະຊຸມດັ່ງກ່າວແລ້ວ, ທ່ານລັດຖະມົນຕີກະຊວງປ້ອງກັນປະເທດ ສປປ ລາວ ຍັງໄດ້ພົບປະສອງຝ່າຍກັບຄູ່ຮ່ວມຕໍ່າແໜ່ງຈາກຫວຽດນາມ,
ກຳປູເຈຍ, ໄທ ແລະ ອິນໂດເນເຊຍ ເພື່ອປຶກສາຫາລືການສົ່ງເສີມການພົວພັນ ແລະ ຮ່ວມມືແບບສອງຝ່າຍທີ່ຕ່າງຝ່າຍຕ່າງມີຄວາມສົນໃຈ ແລະ ມີຜົນປະໂຫຍດຮ່ວມກັນ.