ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ສສຊ ຮັບຮອງເອົາກົດໝາຍວ່າດ້ວຍນາຍທະຫານກອງທັບປະຊາຊົນລາວສະບັບປັບປຸງ

     ໃນວັນທີ 14 ມິຖຸນາ 2018, ທີ່ກອງປະຊຸມສະໄໝສາມັນເທື່ອທີ 5 ຂອງສະພາແຫ່ງຊາດຊຸດທີ VIII ພາຍໃຕ້ການເປັນປະທານຂອງ ທ່ານ ພົນໂທ
ແສງນວນ ໄຊຍະລາດ ຮອງປະທານສະພາແຫ່ງຊາດ, ພ້ອມດ້ວຍບັນດາສະມາຊິກສະພາແຫ່ງຊາດ ໄດ້ຮັບຮອງເອົາກົດໝາຍວ່າດ້ວຍນາຍທະຫານກອງທັບ
ປະຊາຊົນລາວ ສະບັບປັບປຸງດ້ວຍຄະແນນສຽງເຫັນດີເປັນສ່ວນຫຼາຍ, ເຊິ່ງຕາງໜ້າສະເໜີຮ່າງກົດໝາຍສະບັບດັ່ງກ່າວໂດຍ ທ່ານ ພົນໂທ ຈັນສະໝອນ
ຈັນຍາລາດ ລັດຖະມົນຕີກະຊວງປ້ອງກັນປະເທດ.


ພົນໂທ ຈັນສະໝອນ ຈັນຍາລາດ ສະເໜີຮ່າງກົດໝາຍວ່າດ້ວຍນາຍທະຫານກອງທັບປະຊາຊົນລາວສະບັບປັບປຸງ

     ກົດໝາຍວ່າດ້ວຍນາຍທະຫານກອງທັບປະຊາຊົນລາວ ສະບັບທຳອິດໄດ້ສ້າງຂຶ້ນ ແລະ ຮັບຮອງຈາກກອງປະຊຸມສະພາສະໄໝສາມັນເທື່ອທີ 4 ຂອງ
ສະພາແຫ່ງຊາດຊຸດທີ 5 ໃນວັນທີ 15 ພະຈິກ 2004 ແລະ ໄດ້ ຮັບການຈັດຕັ້ງປະຕິບັດກົດໝາຍດັ່ງກ່າວມາເປັນເວລາ 14 ປີ, ເຊິ່ງແມ່ນມີແຕ່ໝວດ
ແລະ ມາດຕາ. ໂຄງຮ່າງກົດໝາຍ ວ່າດ້ວຍນາຍທະຫານກອງທັບປະຊາຊົນລາວສະບັບປັບປຸງນີ້ ແມ່ນເພື່ອໃຫ້ຖືກຕ້ອງສອດຄ່ອງທາງດ້ານເຕັກນິກ, ການ
ສ້າງນິຕິກຳ ແລະ ກົດໝາຍວ່າດ້ວຍການສ້າງນິຕິກຳ ສະບັບເລກທີ 19/ສພຊ ລົງວັນທີ 12 ກໍລະກົດ 2012.

     ໂອກາດນີ້, ທ່ານ ແສງນວນ ໄຊຍະລາດ ໄດ້ສັງຮວມການປະກອບຄຳຄິດຄຳເຫັນຂອງບັນດາ ສສຊ ຕະຫຼອດໄລຍະການປະກອບຄຳຄິດຄຳເຫັນເປັນ
ເວລາເຄິ່ງວັນ ບັນດາສະມາຊິກສະພາແຫ່ງຊາດເຊິ່ງເປັນຕົວແທນແຫ່ງສິດ ແລະ ຜົນປະໂຫຍດຂອງປະຊາຊົນໄດ້ພ້ອມກັນສຸມໃສ່ປະກອບຄຳຄິດຄຳເຫັນຢ່າງ
ກົງໄປກົງມາ ແລະ ດ້ວຍຄວາມຮັບຜິດຊອບສູງໃສ່ຮ່າງກົດໝາຍດັ່ງກ່າວເປັນຕົ້ນ: ສະເໜີໃຫ້ປັບປຸງເນື້ອໃນບາງມາດຕາໃຫ້ຮັດກຸມເຂົ້າໃຈງ່າຍ ແລະ ຄົບ
ຖ້ວນສົມບູນ, ສະເໜີໃຫ້ຈັດລຽງລຳດັບຂອງການກຳນົດຊັ້ນຂອງນາຍທະຫານເປັນແຕ່ລະຂັ້ນ, ຄວນກຳນົດການປະຕິບັດນະໂຍບາຍກ່ຽວກັບອາຍຸກະສຽນ
ຂອງນາຍທະຫານເພດຍິງໃຫ້ສອດຄ່ອງກັບກົດໝາຍວ່າດ້ວຍພະນັກງານລັດຖະກອນ, ພ້ອມກັນນັ້ນກໍຄວນກຳນົດອາຍຸກະສຽນບຳນານຂອງນາຍທະຫານທີ່
ປະຈຳການໃຫ້ເປັນເອກະພາບກັນໃນຂອບເຂດທົ່ວປະເທດ. ສຳລັບບັນຫາກ່ຽວກັບການປະຕິບັດນະໂຍບາຍຂອງລູກນາຍທະຫານທີ່ເສຍສະຫຼະຊີວິດໃນ
ການສູ້ຮົບຢ່າງພິລະອາດຫານ ແລະ ຮັບໃຊ້ຢູ່ສະໜາມຮົບນັ້ນຜູ້ແທນມີຄວາມເປັນຫ່ວງ ຖ້າຫາກບໍ່ກຳນົດລະອຽດຈະແຈ້ງອາດຈະກາຍເປັນຊ່ອງວ່າງ ແລະ
ບໍ່ສາມາດຈັດຕັ້ງປະຕິບັດໄດ້ ໂດຍສະເໜີໃຫ້ມີລະບຽບການສະເພາະເພື່ອຈັດຕັ້ງປະຕິບັດໃຫ້ເໝາະສົມ ແລະ ບັນຫາທີ່ກ່ຽວຂ້ອງອື່ນໆ.

     ຈາກນັ້ນ ສສຊ ຈຶ່ງໄດ້ຕົກລົງເຫັນດີເປັນເອກະພາບກັນລົງຄະແນນສຽງຮັບຮອງເອົາກົດໝາຍວ່າດ້ວຍນາຍທະຫານກອງທັບປະຊາຊົນລາວສະບັບປັບປຸງ ເຊິ່ງຮ່າງກົດໝາຍນີ້ປະກອບມີ 5 ພາກ, 8 ໝວດ, 50 ມາດຕາ. ພ້ອມນີ້ປະທານກອງປະຊຸມຍັງໄດ້ໃຫ້ຄຳຊີ້ນຳຕໍ່ຄະນະອະນຸກຳມະການຮ່າງກົດໝາຍດັ່ງກ່າວ
ສັງຮວມເອົາຄຳຄິດຄຳເຫັນຂອງບັນດາສະມາຊິກສາພາແຫ່ງຊາດໄປປັບປຸງເນື້ອໃນກົດໝາຍບາງພາກ, ບາງມາດຕາໃຫ້ມີຄວາມຮັດກຸມ ແລະ ມີເນື້ອໃນຄົບ
ຖ້ວນສົມບູນເພື່ອໃຫ້ສາມາດຈັດຕັ້ງປະຕິບັດສອດຄ່ອງກັບຄວາມເປັນຈິງ.

     ເມື່ອກົດໝາຍສະບັບນີ້ໄດ້ຖືກຮັບຮອງ ແລະ ປະກາດໃຊ້ແລ້ວຄາດຄະເນຈະໄດ້ຮັບຜົນປະໂຫຍດຫຼາຍຢ່າງ ເປັນຕົ້ນກົດໝາຍສອດຄ່ອງກັບສະພາບການ
ຈັດຕັ້ງ ແລະ ການເຄື່ອນໄຫວຂອງນາຍທະຫານກອງທັບປະຊາຊົນລາວໃນເງື່ອນໄຂໃໝ່, ປັດຈຸບັນ ແລະ ອະນາຄົດເປັນການປັບປຸງກຳລັງປ້ອງກັນຊາດໃຫ້ມີ
ຄວາມໜັກແໜັນເຂັ້ມແຂງ, ມີປະສິດທິຜົນ, ຍົກສູງບົດບາດກຳລັງປ້ອງກັນຊາດໃນການປະຕິບັດໜ້າທີ່ປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ.
ພ້ອມກັນນີ້ ຍັງເປັນບ່ອນອີງໃຫ້ແກ່ການກໍ່ສ້າງ, ຄຸ້ມຄອງ, ຕິດຕາມກວດກາ, ປະຕິບັດນະໂຍບາຍຕໍ່ນາຍທະຫານ ເພື່ອໃຫ້ສອດຄ່ອງກັບສະພາບການເຕີບ
ໃຫຍ່ຂະຫຍາຍຕົວຂອງກອງທັບປະ ຊາຊົນລາວໃຫ້ໄປຕາມທິດການປົກຄອງລັດດ້ວຍກົດໝາຍ.