ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ກົມ 213 ສຳເລັດບັ້ນດຳເນີນຊີວິດການເມືອງປົວແປງພັກ

     ກອງປະຊຸມດຳເນີນຊີວິດການເມືອງປັບປຸງປົວແປງພາຍໃນພັກທົ່ວຄະນະພັກ ກົມ 213 ທີ່ໄດ້ດຳເນີນມາແຕ່ວັນທີ 8 ມິຖຸນາ ມາເຖິງວັນທີ 14 ມິຖຸນາ
ນີ້, ໄດ້ປິດລົງດ້ວຍຜົນສຳເລັດອັນຈົບງາມ ໂດຍການເຂົ້າຮ່ວມຂອງສະຫາຍ ພົນຈັດຕະວາ ສະຫວ່າງໄຊ ສິນນະວົງ ຄະນະພັກກະຊວງປ້ອງກັນປະເທດ, ຫົວ
ໜ້າຫ້ອງ ການ ຄະນະກຳມະການປ້ອງກັນຊາດ-ປ້ອງກັນຄວາມສະຫງົບສູນກາງ ມີບັນດາຄະນະພັກ-ຄະນະບັນຊາ, ພະນັກງານສະມາຊິກພັກຈາກກົມກອງ,
ອົງການ, ພະແນກການ ແລະ ໂຮງຮຽນທີ່ຂຶ້ນກັບເຂົ້າຮ່ວມ.


ພົນຈັດຕະວາ ສະຫວ່າງ ໄຊສິນນະວົງ ເຂົ້າຮ່ວມກອງປະຊຸມ ດຳເນີນຊີວິດການເມືອງປັບປຸງປົວແປງພາຍໃນພັກທົ່ວຄະນະພັກ ກົມ 213

     ສະຫາຍ ພົນຈັດຕະວາ ທອງວັນ ຈັນທະວົງ ຫົວໜ້າກົມ 213 ກ່າວຄຳເຫັນປິດກອງປະຊຸມວ່າ: ຜ່ານການຄົ້ນຄວ້າເຊື່ອມຊຶມບັນດາເນື້ອໃນເອກະສານ
ສຳຄັນຕ່າງໆ ແລະ ການປະກອບຄຳເຫັນການສຳຫຼວດກວດກາຂອງບັນດາສະຫາຍສະມາຊິກພັກແມ່ນມີຄວາມເອກະພາບສູງພາຍໃນພັກ, ນະໂຍບາຍຂອງ
ພັກໃນການແກ້ໄຂບັນຫາທີ່ເປັນສິ່ງທ້າທາຍສຳລັບພັກປະຊາຊົນ ປະຕິວັດລາວ ແລະ ປະເທດຊາດ ກໍຄືຕໍ່ກຳລັງປະກອບອາວຸດຂອງພວກເຮົາ ເວົ້າລວມ, ເວົ້າ
ສະເພາະແມ່ນທົ່ວຄະນະພັກກົມ 213 ແລະ ກົມກອງທີ່ຂຶ້ນກັບ, ພ້ອມນັ້ນຍັງຍົກໃຫ້ເຫັນດ້ານອ່ອນ, ຂໍ້ຄົງຄ້າງທີ່ຈະຕ້ອງໄດ້ຕັດສິນໃຈແກ້ໄຂໃນຕໍ່ໜ້າ,
ຊອກຫາສາເຫດຕົ້ນຕໍຕ່າງໆ ແລະ ບັນຫາເລັ່ງທວງຮີບດ່ວນທີ່ຈະພ້ອມກັນແກ້ໄຂ, ບັ້ນດຳເນີນຊີວິດການເມືອງປັບປຸງປົວແປງພາຍໃນພັກຄັ້ງນີ້ໄປຈັດຕັ້ງ
ປະຕິບັດຕົວຈິງໃຫ້ແທດເໝາະ ແລະ ສຳເລັດດີກວ່າເກົ່າ.

     ສະຫາຍ ພົນຈັດຕະວາ ສະຫວ່າງໄຊ ສິນນະວົງ ຍັງໄດ້ເນັ້ນໃຫ້ຄະນະພັກ-ຄະນະບັນຊາແຕ່ລະຂັ້ນຈົ່ງພ້ອມກັນສືບຕໍ່ຄົ້ນຄວ້າເຊື່ອມຊຶມ, ປຶກສາຫາລື
ໂດຍມີການວິເຄາະໄຈ້ແຍກກຳແໜ້ນບັນຫາຈຸດພິເສດຂອງແຕ່ລະກົມກອງຕະຫຼອດບັນດາພະແນກການ, ຂະແໜງການວິຊາສະເພາະໃຫ້ເລິກເຊິ່ງກວ່າເກົ່າ
ເພື່ອປັບປຸງແບບ ແຜນວິທີເຮັດວຽກຂອງຕົນດ້ວຍຄວາມຮັບຜິດຊອບສູງ ພ້ອມທັງເປັນແບບຢ່າງນຳໜ້າຂອງພະນັກງານສະມາ ຊິກພັກຂັ້ນຕ່າງໆເອົາໃຈ
ໃສ່ສຶກສາອົບຮົມການເມືອງນຳພາແນວຄິດໃຫ້ສະມາຊິກພັກ ພະນັກງານນັກຮົບຢູ່ໃນຂອບເຂດຮັບຜິດຊອບຂອງຕົນໃຫ້ມີແນວຄິດການເມືອງໜັກແໜ້ນ
ແລະ ການກະທຳຕົວຈິງໃຫ້ຖືກຕ້ອງ ພ້ອມກັນເຊີດຊູມານະຈິດປະຕິວັດບຸກ, ກ້າເຮັດ, ກ້າເສຍສະຫຼະ, ກ້າຮັບຜິດຊອບຕໍ່ວຽກງານຕົວຈິງໃນກອງ, ສ້າງກອງ
ຮາກຖານເຂັ້ມແຂງ-ໜ່ວຍພັກຮູ້ນຳພາຮອບດ້ານໃຫ້ກວມອັດຕາສ່ວນສູງລື່ນເກົ່າ.