ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ຄະນະພັກກອງບັນຊາການທະຫານແຂວງອັດຕະປື
ຈັດກອງປະຊຸມເປີດກວ້າງຄັ້ງທີ 3 ສະໄໝທີ IV

     ໃນວັນທີ 13 ມິຖຸນາ 2107 ຜ່ານມານີ້, ຄະນະພັກກອງບັນຊາການທະຫານແຂວງອັດຕະປື ໄດ້ຈັດກອງປະຊຸມເປີດກວ້າງຄັ້ງທີ 3 ສະໄໝທີ IV ຕິດ
ພັນກັບບັ້ນດຳເນີນຊີວິດການເມືອງປັບປຸງປົວແປງພັກ ໂດຍໃຫ້ກຽດເຂົ້າຮ່ວມຂອງ ທ່ານ ນາມ ວິຍາເກດ ກຳມະການສູນກາງພັກ ເລຂາພັກແຂວງ ເຈົ້າ
ແຂວງ ອັດຕະປື, ມີ ພົນຈັດຕະວາ ກັນໄຍ ໄຊຍະສິດ ຄະນະປະຈຳພັກແຂວງ ເລຂາພັກ ຫົວໜ້າການທະຫານກອງບັນຊາການທະຫານແຂວງອັດຕະປື,
ພ້ອມດ້ວຍຄະນະພັກ-ຄະນະບັນຊາ 5 ຫ້ອງກອງບັນຊາການ, ຄະນະພັກ-ຄະນະກອງບັນ ຊາການ 5 ຕົວເມືອງ, ໂຮງຮຽນ, ໂຮງໝໍ, 2 ກອງພັນນ້ອຍ, ກອງ
ຮ້ອຍເອກະລາດ, ພະແນກການອ້ອມຂ້າງ ກອງບັນຊາການເຂົ້າຮ່ວມ.


ທ່ານ ນາມ ວິຍາເກດ ເຂົ້າຮ່ວມກອງປະຊຸມເປີດກວ້າງຄັ້ງທີ 3 ສະໄໝທີ IV ຂອງຄະນະພັກກອງບັນຊາການທະຫານແຂວງອັດຕະປ

     ພັນໂທ ໄຊຍະພອນ ແກ້ວບົວພາສິດ ຄະນະພັກກອງບັນຊາການ ຫົວໜ້າຫ້ອງພະລາທິການ ໄດ້ຂຶ້ນຜ່ານບົດສະຫຼຸບຕີລາຄາການເຄື່ອນໄຫວນຳພາ
ຂອງອົງຄະນະພັກກອງບັນຊາການທະຫານແຂວງໃນການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫ່ຍ ຄັ້ງທີ X ຂອງພັກ ແລະ ມະຕິກອງປະຊຸມໃຫຍ່ ຄັ້ງທີ IV
ຂອງອົງຄະນະພັກກອງບັນຊາການ ເຊິ່ງກ່ອນອື່ນສະຫາຍໄດ້ຕີລາຄາຄວາມຮັບຜິດຊອບຂອງຄະນະພັກກອງບັນຊາການທະຫານແຂວງໃນ 1 ປີຜ່ານມາ
ໄດ້ຍົກສູງການນຳພາທາງດ້ານວຽກງານ. ແນວຄິດເປັນປັດໃຈຕັດສິນໄຊຊະນະເວົ້າລວມ, ເວົ້າສະເພາະແມ່ນການປັບປຸງ-ກໍ່ສ້າງກົມກອງໃນເງື່ອນໄຂອັນ
ໃໝ່ ຄະນະພັກກອງບັນຊາການທະຫານແຂວງກໍ່ໄດ້ເອົາໃຈໃສ່ຊີ້ນຳ ແລະ ລົງກວດກາຊຸກຍູ້ຢູ່ບັນດາກົມກອງ ເພື່ອປັບປຸງກໍ່ສ້າງກຳລັງ, ກໍ່ສ້າງຄ້າຍຄູ, ແກ້
ໄຂຊີວິດການເປັນຢູ່ ແລະ ປັບປຸງລະບຽບວິໄນຂອງກອງທັບໄດ້ກາຍເປັນຂະບວນຟົດຟື້ນ. ນອກນັ້ນ ຍັງໄດ້ຫັນເອົາກຳລັງລົງກໍ່ສ້າງຮາກຖານການເມືອງ
ພັດທະນາຊົນນະບົດຮອບດ້ານ, ຕິດພັນກັບການສ້າງທ່າສະໜາມສົງຄາມປະຊາຊົນ 3 ຂັ້ນຢູ່ 5 ເມືອງ ສ້າງບ້ານພັດທະນາໄດ້ 17 ບ້ານ ກວມ 11,64%
ຂອງບ້ານທັງໝົດ, ສ້າງບ້ານວັດທະນະທຳໄດ້ 15 ບ້ານ ກວມ 10,27% , ສ້າງຄອບຄົວ ປກຊ ເຂັ້ມແຂງໄດ້ 3.347 ຄອບຄົວ ສ້າງບ້ານ ປກຊ ເຂັ້ມ
ແຂງໄດ້ 16 ບ້ານ.

     ໃນກອງປະຊຸມ ຍັງໄດ້ຜ່ານເອກະສານກ່ຽວກັບຜົນສຳເລັດກອງປະຊຸມວຽກງງານພັກ-ພະນັກງານທົ່ວກອງທັບຄັ້ງທີ V, ເອກະສານຕອບຕ້ານຍຸດທະ
ສາດຫັນປ່ຽນໂດຍສັນຕິ, ຂອງອິດທິກຳລັງປໍລະປັກ, ເອກະສານປັບປຸງ-ປົວແປງພັກ, ແນະນໍາການຂຽນບົດສໍາຫຼວດລົງຄະແນນສຽງທາບທາມຄວາມເຊື່ອ
ໝັ້ນໄວ້ວາງໃຈບຸກ ຄົນໃນຄະນະພັກກອງບັນຊາການ. ກອງປະຊຸມຈະໄດ້ດຳເນີນເຖີງວັນທີ 16 ມິຖຸນາ 2017 ຈິ່ງຈະສຳເລັດ.