ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ຄະນະພັກກົມໃຫຍ່ການເມືອງກອງທັບ
ປະກາດມະຕິຕົກລົງຮັບຮອງຄະນະພັກກົມໃຫຍ່ການເມືອງກອງທັບ ສະໄໝທີ 5 ແລະ
ທາບທາມບຸກຄະລາກອນສະໝັກເລືອກຕັ້ງເຂົ້າຄະນະພັກກະຊວງ ສະໄໝທີ 5 ຮອບທີ 2

.

     ໃນວັນທີ 15 ພຶດສະພາ 2020 ນີ້, ຄະນະພັກກົມໃຫຍ່ການເມືອງກອງທັບ ໄດ້ຈັດກອງປະຊຸມ ປະກາດມະຕິຕົກລົງ ຂອງຄະນະພັກກະຊວງປ້ອງກັນປະເທດ ວ່າດ້ວຍການ
ຮັບຮອງເອົາຄະນະບໍລິຫານງານພັກ ກົມໃຫຍ່ການເມືອງກອງທັບ ສະໄໝທີ V, ໂດຍການເຂົ້າຮ່ວມເປັນປະທານຂອງ ສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ ກຳມະການກົມ
ການເມືອງສູນກາງພັກ, ເລຂາຄະນະພັກກະຊວງ, ລັດຖະມົນຕີກະຊວງປ້ອງກັນປະເທດ, ມີສະຫາຍ ພົນໂທ ທອງລອຍ ສິລິວົງ ກຳມະການສູນກາງພັກ, ຮອງເລຂາຄະນະພັກກະ
ຊວງ, ຫົວໜ້າກົມໃຫຍ່ການເມືອງກອງທັບ, ມີບັນດາສະຫາຍຄະນະພັກກະຊວງ, ຄະນະພັກກົມໃຫຍ່, ບັນດາສະຫາຍຄະນະພັກຮາກຖານ, ບັນດາກົມ, ກອງ, ຫ້ອງການ ທີ່ຂຶ້ນ
ກັບ ເຂົ້າຮ່ວມ.

     ໃນພິທີ ສະຫາຍ ພັນໂທ ຈັນທາ ບຸນນະວົງ ຮອງຫົວໜ້າກົມຈັດຕັ້ງພັກ ກົມໃຫຍ່ການເມືອງກອງທັບ ໄດ້ຂຶ້ນອ່ານມະຕິຕົກລົງ ຂອງຄະນະພັກກະຊວງປ້ອງກັນປະເທດ ວ່າ
ດ້ວຍການຮັບຮອງເອົາ ຄະນະພັກ ກົມໃຫຍ່ການເມືອງກອງທັບ ສະໄໝທີ V ສະບັບເລກທີ 1856/ຄພກປທ, ລົງວັນທີ 21 ເມສາ 2020, ເຊິ່ງໄດ້ຕົກລົງຮັບຮອງເອົາຄະນະພັກ
ກົມໃຫຍ່ການເມືອງກອງທັບ ສະໄໝທີ V ທັງໝົດປະກອບມີ 15 ສະຫາຍ, ໂດຍສະຫາຍ ພົນໂທ ທອງລອຍ ສິລິວົງ ເປັນເລຂາຄະນະພັກ, ສະຫາຍ ພົນຕີ ສອນທອງ ພົມລາວົງ
ເປັນຮອງເລຂາຄະນະພັກ, ຮັບຮອງເອົາຄະນະປະຈຳພັກ ມີ 5 ສະຫາຍ ແລະ ຮັບຮອງເອົາປະທານ, ຮອງປະທານກວດກາພັກ, ປະກອບມີ 3 ສະຫາຍ ໂດຍແມ່ນສະຫາຍ ພົນ
ຈັດຕະວາ ວົງສອນ ອິນປານພິມ ເປັນປະທານກວດກາພັກ ແລະ ມີຮອງອີກ 2 ສະຫາຍ.

     ໃນໂອກາດເຂົ້າຮ່ວມເປັນປະທານພິທີປະກາດຄະນະພັກ ອົງການກົມໃຫຍ່ການເມືອງກອງທັບ ສະໄໝທີ V ໃນຄັ້ງນີ້, ສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ ໄດ້ໃຫ້
ກຽດໂອ້ລົມ ໃຫ້ທິດຊີ້ນຳ ບາງບັນຫາ, ເຊິ່ງສະຫາຍ ໄດ້ເນັ້ນເຖິງຄວາມເປັນເຈົ້າການຄະນະພັກ ຕໍ່ການຈັດຕັ້ງປະຕິບັດຕາມພາລະບົດບາດ ແລະ ໜ້າທີ່ຂອງຄະນະພັກ ກົມໃຫຍ່
ການເມືອງກອງທັບ ໃນຄວາມຮັບຜິດຊອບໂດຍກົງ ຕໍ່ຄະນະພັກຂັ້ນເທິງກ່ຽວກັບຜົນໄດ້ ຜົນເສຍ ໃນການຈັດຕັ້ງປະຕິບັດມະຕິ, ຄຳສັ່ງ ແລະ ແນວທາງນະໂຍບາຍຕ່າງໆຂອງພັກ,
ເອົາໃຈໃສ່ເພີ່ມທະວີຄວາມສາມັກຄີພາຍໃນ ຮັກສາການພົວພັນທີ່ດີລະຫວ່າງຄະນະພັກກັບຮາກຖານພັກອົງການກົມກອງທີ່ຂຶ້ນກັບ, ອົງການຈັດຕັ້ງມະຫາຊົນ, ໂຄສະນາສຶກສາອົບ
ຮົມການເມືອງແນວຄິດ, ຮໍ່າຮຽນທິດສະດີປະຕິວັດ, ທິດສະດີການເມືອງ, ມູນເຊື້ອຂອງຊາດ, ຂອງພັກ, ຂອງກອງທັບ, ເອົາໃຈໃສ່ຕໍ່ວຽກງານກໍ່ສ້າງພັກ, ວຽກງານຄຸ້ມຄອງປ້ອງ
ກັນພັກ, ກໍ່ສ້າງຮາກຖານພັກ- ໜ່ວຍພັກປອດໃສ, ເຂັ້ມແຂງ ແລະ ໜັກແໜ້ນ.

     ຕໍ່ຈາກນັ້ນ, ກອງປະຊຸມໄດ້ດຳເນີນການປ່ອນບັດທາບທາມບຸກຄະລາກອນທີ່ສະໝັກເຂົ້າໃນຄະນະບໍລິຫານງານພັກກະຊວງປ້ອງກັນປະເທດ ສະໄໝທີ 5 ຮອບທີ 2, ເຊິ່ງ
ພາຍໃຕ້ການເປັນປະທານຂອງ ສະຫາຍ ພົນໂທ ທອງລອຍ ສິລິວົງ ແລະ ການປ່ອນບັດທາບທາມ ໄດ້ດຳເນີນໄປດ້ວຍຄວາມເປັນລະບຽບຮຽບຮ້ອຍທຸກປະການ.