ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ກົມປະກັນສັງຄົມເຊັນສັນຍາບໍລິການສຸຂະພາບກັບ 24 ໂຮງໝໍ

     ພິທີເຊັນສັນຍາເພື່ອບໍລິການສຸຂະພາບກັບ 24 ໂຮງໝໍຂອງກົມປະກັນສັງຄົມ, ກົມໃຫຍ່ການເມືອງກອງທັບ, ໄດ້ຈັດຂຶ້ນຢ່າງເປັນທາງການໃນຕອນເຊົ້າ
ຂອງວັນທີ 12 ພຶດສະພາ 2017 ນີ້, ຢູ່ທີ່ສະໂມສອນກົມໃຫຍ່ການເມືອງກອງທັບ, ໂດຍການເປັນປະທານຂອງ ພັນເອກ ສົມປອງ ລຸດຈະດາ ຫົວໜ້າກົມ
ປະກັນສັງຄົມ ກົມໃຫຍ່ການເມືອງກອງທັບ ເຊິ່ງເປັນກຽດເຂົ້າຮ່ວມຂອງ ທ່ານ ພົນຕີ ວິໄລ ຫຼ້າຄຳຟອງ ຮອງລັດຖະມົນຕີກະ ຊວງປ້ອງກັນປະເທດ, ຫົວ
ໜ້າກົມໃຫຍ່ການເມືອງກອງທັບ, ພ້ອມດ້ວຍບັນດາທ່ານຄະນະພັກກະຊວງປ້ອງກັນປະເທດ, ຕາງໜ້າຈາກບັນດາກົມ, ກອງພົນ, ກອງບັນຊາການທະຫານ
ຂວງ, ນະຄອນຫຼວງວຽງຈັນ, ຄະນະອຳນວຍການໂຮງໝໍຈາກ 24 ໂຮງໝໍເຂົ້າຮ່ວມ.


ພົນຕີ ວິໄລ ຫຼ້າຄຳຟອງ ເຂົ້າຮ່ວມພິທີເຊັນສັນຍາເພື່ອບໍລິການສຸຂະພາບກັບ 24 ໂຮງໝໍຂອງກົມປະກັນສັງຄົມ

     ພັນເອກ ສົມປອງ ລຸດຈະດາ ໃຫ້ຮູ້ວ່າ: ການຈັດຕັ້ງເຊັນສັນຍາການບໍລິການສຸຂະພາບແບບມອບເໝົາລະຫວ່າງກົມປະກັນສັງຄົມ, ກົມໃຫຍ່ການເມືອງ ກອງທັບ ແລະ24 ໂຮງໝໍໄດ້ແກ່ໂຮງໝໍ 103, ໂຮງໝໍບໍລິ ເວນ 101, 106, 107, 109, ໂຮງໝໍກອງພົນທີ 1, ກອງພົນທີ 2, ກອງພົນທີ 3, ກອງພົນທີ 5, ໂຮງໝໍທະຫານແຂວງຜົ້ງສາລີ, ຫຼວງນ້ຳທາ, ບໍ່ແກ້ວ, ອຸດົມໄຊ, ໄຊຍະບູລີ, ຫົວພັນ, ວຽງຈັນ, ບໍລິຄຳໄຊ, ຄຳມ່ວນ, ສະຫວັນນະເຂດ, ສາລະວັນ, ຈຳ ປາສັກ, ເຊກອງ ແລະໂຮງໝໍກອງບັນຊາການທະຫານນະຄອນຫຼວງວຽງຈັນ. ແມ່ນໄດ້ຕົກລົງເອກະພາບກັນຫຼາຍບັນຫາ ເພື່ອອຳນວຍຄວາມສະດວກ ໃຫ້ ແກ່ການບໍລິການສຸຂະພາບຂອງພະນັກງານ-ນັກຮົບໃນກອງທັບໃຫ້ມີຄວາມວ່ອງໄວ, ທັນສະໄໝ ແລະຮັບປະກັນຄຸນນະພາບ.

     ຫຼັງຈາກນັ້ນທັງ 3 ພາກສ່ວນ ຄືຕາງໜ້າກົມໃຫຍ່ການເມືອງກອງທັບໂດຍແມ່ນ ທ່ານ ພົນຈັດຕະວາ ວັນທອງ ກອງມະນີ ຮອງຫົວໜ້າກົມໃຫຍ່ການ ເມືອງກອງທັບ ຕາງໜ້າກົມປະກັນສັງຄົມໂດຍແມ່ນ ພັນເອກ ສົມປອງ ລຸດຈະດາ ຫົວໜ້າກົມປະກັນສັງຄົມ ແລະຄະນະອຳນວຍການໂຮງໝໍທັງ 24 ໂຮງໝໍ ພ້ອມກັນລົງນາມຢ່າງເປັນເອກະສັນ ໂດຍຊ້ອງໜ້າຂອງ ທ່ານ ພົນຕີ ວິໄລ ຫຼ້າຄຳຟອງ ຮອງລັດຖະມົນຕີກະຊວງປ້ອງກັນປະເທດ, ຫົວໜ້າກົມໃຫຍການ ເມືອງ ກອງທັບ, ພ້ອມດ້ວຍບັນ ດາທ່ານຄະນະພັກ-ຄະນະບັນຊາ, ກົມກອງຕ່າງໆຮ່ວມເປັນສັກຂີພະຍານ.