ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ການຈັດຕັ້ງບາງກົມກອງໃນກົມໃຫຍ່ການເມືອງກອງທັບໄດ້ຮັບການປັບປຸງຄືນໃໝ່

     ກົມໃຫຍ່ການເມືອງກອງທັບ ໄດ້ຈັດພິທີປະກາດການແຕ່ງຕັ້ງ ແລະຍົກຍ້າຍນາຍທະຫານຂັ້ນສູງ ແລະປະກາດປັບປຸງການຈັດຕັ້ງບາງກົມກອງໃນກົມ
ໃຫຍ່ການເມືອງກອງທັບຄືນໃໝ່ຂຶ້ນໃນວັນທີ 14 ມີນາ 2017 ນີ້, ໂດຍການເຂົ້າຮ່ວມເປັນປະທານຂອງ ທ່ານ ພົນຕີ ວິໄລ ຫຼ້າຄຳຟອງ ຮອງລັດຖະມົນ
ຕີກະຊວງປ້ອງກັນປະເທດ, ຫົວໜ້າກົມໃຫຍ່ການເມືອງກອງທັບ ເຊິ່ງມີຄະນະພັກ-ຄະນະບັນຊາ, ພະນັກງານ-ນັກຮົບ, ອົງການ ແລະກົມກອງອ້ອມຂ້າງ
ເຂົ້າຮ່ວມ.

                            
                               ພົນຕີ ວິໄລ ຫຼ້າຄຳຟອງ ເປັນປະທານພິທີປະກາດການແຕ່ງຕັ້ງ ແລະຍົກຍ້າຍນາຍທະຫານຂັ້ນສູງແລະປະກາດປັບປຸງການຈັດຕັ້ງບາງກົມກອງໃນກົມໃຫຍ່ການເມືອງກອງທັບ

     ພັນໂທ ວັນທອງ ພົງສະຫວັນ ຫົວໜ້າພະແນກພະນັກງານຫ້ອງການເມືອງກົມໃຫຍ່ການເມືອງກອງທັບ ໄດ້ຂຶ້ນຜ່ານຂໍ້ຕົກລົງວ່າດ້ວຍການຍົກຍ້າຍ
ພັນເອກ ສະຫວັນທອງ ພູນຊັບ ຫົວໜ້າຫ້ອງການບໍລິຫານກົມໃຫຍ່ການເມືອງກອງທັບ ໄປຮັບໜ້າທີ່ໃໝ່ຢູ່ຫ້ອງການຄະນະກຳມະການ ປກຊ-ປກສ ແຂວງ
ສະຫວັນນະເຂດ,ແຕ່ງຕັ້ງ ພັນເອກ ພິມມະຈັນ ວົງປັນຍາ ທີ່ສຳເລັດໜ້າທີ່ທີ່ປຶກສາທູດຝ່າຍທະຫານລາວປະຈຳ ສສ ຫວຽດນາມ ເປັນຫົວໜ້າຫ້ອງການ
ບໍລິຫານກົມໃຫຍ່ການເມືອງກອງທັບ, ຍົກຍ້າຍ ພັນໂທ ບົວທາ ໄຊສະນິດ ຮອງອຳນວຍການຫໍພິພິທະພັນປະຫວັດສາດກອງທັບ ໄປຮັບໜ້າທີ່ໃໝ່ຢູ່ກອງ
ບັນນາທິການວາລະສານປ້ອງກັນຊາດ, ແຕ່ງຕັ້ງ ພັນໂທ ບົວທາ ໄຊສະນິດ ເປັນຮອງຫົວໜ້າກອງບັນນາທິການວາລະສານປ້ອງກັນຊາດ, ແຕ່ງຕັ້ງ ພັນໂທ|
ອຳພອນ ລິນອຸໄທ ເປັນຫົວໜ້າອຳນວຍການໂຮງພິມກອງທັບ, ແຕ່ງຕັ້ງ ພັນໂທ ພິນນະຄອນ ອິນປຣາສີ ເປັນຮອງຮັບຜິດຊອບການເມືອງໂຮງພິມກອງທັບ,
ແຕ່ງຕັ້ງ ພັນໂທ ພູແກ້ວ ກຳພອຍເພັດ ເປັນຮອງຮັບຜິດ ຊອບວິຊາການໂຮງພິມກອງທັບ, ແຕ່ງຕັ້ງ ພັນໂທ ນາງ ຈຳປາ ສິດທິພອນ ເປັນຮອງຮັບຜິດຊອບ
ບໍລິຫານ-ການເງິນໂຮງພິມກອງທັບ, ອະນຸຍາດໃຫ້ ພັນເອກ ວຽງພອນ ມະນີເດດ ຮອງຫົວໜ້າຫ້ອງການເມືອງກົມໃຫຍ່ການເມືອງກອງທັບ ພັກການ
ປິ່ນປົວສຸຂະພາບ, ອະນຸຍາດໃຫ້ ພັນເອກ ທອງສີ ພິມມະວົງສາ ຫົວໜ້າໂຮງພິມກອງທັບ ພັກການເພື່ອກຽມຮັບເບ້ຍບຳນານ.

     ໃນໂອກາດດັ່ງກ່າວ ທ່ານ ພົນຕີ ວິໄລ ຫຼ້າຄຳຟອງ ໄດ້ໃຫ້ການໂອ້ລົມໂດຍກ່າວວ່າ: ການແຕ່ງຕັ້ງນາຍທະຫານຮັບໜ້າທີ່ໃໝ່ຢູ່ພາຍໃນກົມໃຫຍ່ການ
ເມືອງກອງທັບ ກໍຄືຫ້ອງການບໍລິຫານ, ໂຮງພິມກອງທັບ ແລະວາລະສານປ້ອງກັນຊາດ ແມ່ນເປັນການປັບປຸງພາຍໃນ ປັບປຸງກໍ່ສ້າງກຳລັງປະກອບອາວຸດເຮົາ
ໃຫ້ໜັກແໜ້ນເຂັ້ມແຂງ ແລະທັນສະໄໝຂຶ້ນເລື້ອຍໆ ໂດຍສຸມໃສ່ເຮັດໃຫ້ກອງທັບເຮົາມີຄວາມໜັກແໜ້ນທາງດ້ານການ ເມືອງ, ເຂັ້ມແຂງທາງດ້ານການ
ຈັດຕັ້ງ, ຖັນແຖວພະນັກງານນຳພາ-ບັນຊາຕ້ອງມີລະດັບຄວາມຮູ້ໃນລະດັບອັນແນ່ນອນໃຫ້ສົມກັບໜ້າທີ່ຕຳແໜ່ງທີ່ໄດ້ຮັບມອບໝາຍໃຫ້ ດັ່ງນັ້ນຜູ້ທີ່ໄດ້
ຮັບການແຕ່ງຕັ້ງຕ້ອງກຳແໜ້ນໜ້າທີ່ການເມືອງຂອງກົມກອງ, ຂອງກອງທັບແຕ່ລະໄລຍະ ໂດຍອີງໃສ່ 4 ໜ້າທີ່ໃຫຍ່ 26 ແຜນງານ ຂອງກະຊວງປ້ອງກັນ
ປະເທດວາງອອກເອົາໃຈໃສ່ປັບປຸງກໍ່ສ້າງກຳລັງໃຫ້ເຂັ້ມແຂງຮອບດ້ານ.