ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ກອງພັນໃຫຍ່ 279 ເປີດຊຸດອົບຮົມການເມືອງ-ການທະຫານ ປະຈຳປີ 2017

     ໃນວັນທີ 10 ກຸມພາ 2017 ນີ້, ກອງພັນໃຫຍ່ 279 ໄດ້ເປີດຊຸດອົບຮົມຫັດແອບການເມືອງ-ການທະຫານ ແລະວິຊາສະເພາະປະຈໍາປີ 2017 ຂຶ້ນ
ໂດຍການເປັນປະທານຂອງ ພັນເອກ ຄໍາປ່ຽວ ພິມມະສອນ ຫົວໜ້າກົມອົບຮົມກົມໃຫຍ່ເສນາທິການກອງທັບ, ມີຄະນະພັກ-ຄະບັນຊາ ພ້ອມດ້ວຍນາຍ
ແລະພົນທະຫານໃນກົມກອງເຂົ້າຮ່ວມ.

                                
                                                         ພັນເອກ ຄໍາປ່ຽວ ພິມມະສອນ ເປັນປະທານພິທີເປີດຊຸດອົບຮົມຫັດແອບການເມືອງ-ການທະຫານປະຈໍາປີ 2017

     ການເປີດຊຸດອົບຮົມຫັດແອບໃນຄັ້ງນີ້ແມ່ນໄດ້ອີງໃສ່ແຜນການອົບຮົມຫັດແອບປະຈໍາປີ 2017 ຂອງກອງພັນໃຫຍ່ 279 ເພື່ອເປັນການອົບຮົມ-ຫັດ
ແອບ, ປັບປຸງລະບຽບແບບແຜນ, ເຝິກຝົນກໍາລັງກາຍປະຈໍາປີ 2017 ມີລາຍລະອຽດຄື: ການເຝິກແອບການເມືອງ 10 ວັນ, ການທະຫານ 90 ວັນ, ອົບ
ຮົມວິຊາສະເພາະ15ວັນ ແລະອົບຮົມວຽກງານພະລາທິການອື່ນໆອີກຈໍານວນໜຶ່ງ ລວມທັງໝົດ 120 ວັນ, ເພື່ອເຮັດໃຫ້ພະນັກ ງານ-ນັກຮົບທົ່ວກົມກອງ
ເຫັນໄດ້ຄວາມໝາຍຄວາມສໍາຄັນຂອງການອົບຮົມຫັດແອບ ກໍຄືຂໍ້ກໍານົດກົດລະບຽບ ແລະວິຊາສະເພາະດ້ານຕ່າງໆ ແລະໃຫ້ມີຄວາມຊິນເຄີຍ, ຊໍານິຊໍາ
ນານ ແລະມີຄວາມຄ່ອງແຄ່ວ, ເຕັມໄປດ້ວຍຄວາມຮູ້ຄວາມສາມາດຍິ່ງໆຂຶ້ນ, ເພື່ອພ້ອມກັນຖືເອົາບົດຮຽນການອົບຮົມຫັດແອບດັ່ງກ່າວເຂົ້າໃນການປັບ
ປຸງລະບຽບແບບແຜນຂອງກົມກອງໃຫ້ມີຄວາມໜັກແໜ້ນ ແລະເຂັ້ມແຂງຂຶ້ນໄປເລື້ອຍໆ.