ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ມອບໝາຍໜ້າທີ່ໃຫ້ຄະນະສະພາສຶກສາ ປກຊ-ປກສ ແລະ ສະຫຼຸບຜົນງານ 5 ປີ

     ກອງປະຊຸມມອບໝາຍໜ້າທີ່ໃຫ້ຄະນະສະພາສຶກສາປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ໄດ້ຈັດຂື້ນໃນຕອນເຊົ້າວັນທີ 13 ກຸມພານີ້, ຢູ່ທີ່ກະຊວງ
ປ້ອງກັນປະເທດ ໂດຍການເປັນປະທານຂອງ ທ່ານ ພົນໂທ ຈັນສະໝອນ ຈັນຍາລາດ ກຳມະການກົມການເມືອງສູນກາງພັກ ລັດຖະມົນຕີກະຊວງປ້ອງກັນ
ປະເທດ, ປະທານສະພາສຶກສາ ປກຊ-ປກສ, ມີບັນດາທ່ານລັດຖະມົນຕີ-ຮອງລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ, ກະຊວງສຶກສາທິການ ແລະກີ
ລາ, ກະຊວງຖະແຫຼງຂ່າວວັດທະນະທໍາ ແລະທ່ອງທ່ຽວ, ມີບັນດາຫົວໜ້າກົມ-ຮອງກົມທີ່ກ່ຽວຂ້ອງເຂົ້າຮ່ວມ.

                                
                                               ພົນໂທ ຈັນສະໝອນ ຈັນຍາລາດ ເປັນປະທານກອງປະຊຸມມອບໝາຍໜ້າທີ່ ໃຫ້ຄະນະສະພາສຶກສາ ປກຊ-ປກສ ແລະ ສະຫຼຸບຜົນງານ 5 ປີ

     ທັງນີ້ກໍເພື່ອຮັບປະກັນໃນການຊີ້ນໍາ-ນໍາພາວຽກງານສຶກສາ ປກຊ-ປກສ ໃຫ້ເຂົ້າສູ່ລະບຽບກົດໝາຍ, ຮັບປະກັນໄດ້ຄຸນນະພາບດີ ແລະມີລະບົບຮັດກຸມ
ປະທານສະພາສຶກສາ ປກຊ-ປກສ ໄດ້ຕົກລົງແບ່ງປັນຄວາມຮັບຜິດຊອບໃຫ້ຄະນະສະພາສຶກສາ ປກຊ-ປກສ ເຊິ່ງປະກອບມີດັ່ງນີ້: ທ່ານ ພົນຕີ ສົມແກ້ວ ສີ
ລາວົງ ລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ, ທ່ານ ນາງ ແສງເດືອນ ຫລ້າຈັນທະບູນ ລັດຖະມົນຕີກະຊວງສຶກສາທິການ ແລະກີລາ, ທ່ານ ພົນຕີ ສຸ
ວອນ ເລືອງບຸນມີ ຮອງລັດຖະມົນຕີກະຊວງປ້ອງກັນປະເທດ, ຫົວໜ້າກົມໃຫຍ່ເສນາທິການກອງທັບ, ທ່ານ ຄໍາລາວັນ ຈັນທະລາວັນ ຮອງຫົວໜ້າຫ້ອງວ່າ
ການສໍານັກງານນາຍົກ ລັດຖະມົນຕີ, ທ່ານ ທອງຈັນ ໂຂງພູຄໍາ ຮອງຫົວໜ້າຄະນະຈັດຕັ້ງສູນກາງພັກ, ທ່ານ ບົວເງີນ ຊາພູວົງ ຮອງລັດຖະມົນຕີກະຊວງຖະ
ແຫຼງຂ່າວວັດທະນະທໍາ ແລະທ່ອງທ່ຽວ, ທ່ານ ບຸນໂຈມ ອຸບົນປະເສີດ ຮອງລັດຖະມົນຕີກະຊວງການເງີນ, ທ່ານ ພົນຈັດຕະວາ ຄໍາແດງ ແພງວິໄລ ຮອງຫົວ
ໜ້າກົມໃຫຍ່ພະລາທິການກອງທັບ ແລະກົມການທະຫານທ້ອງຖິ່ນ.

     ກອງປະຊຸມໄດ້ຮັບຟັງການສະຫຼຸບຕີລາຄາການຈັດຕັ້ງປະຕິບັດວຽກງານໃນໄລຍະຜ່ານມາຈາກ ພັນເອກ ບົວທອງ ຄໍາຜອງບຸດດີ ຫົວໜ້າກົມການທະ
ຫານທ້ອງຖິ່ນ ເຊິ່ງໄດ້ສັງຮວມໃຫ້ເຫັນວ່າ: ຜ່ານການຈັດຕັ້ງວຽກງານດັ່ງກ່າວຕະຫຼອດ 5 ປີ ຜ່ານມາ ເຫັນວ່າມີຫຼາຍດ້ານທີ່ພົ້ນເດັ່ນ ແລະຍັງມີບາງດ້ານ
ທີ່ຈະຕ້ອງໄດ້ພ້ອມກັນສຸມໃສ່ຈັດຕັ້ງປະຕິບັດໃນຕໍ່ໜ້າ ເພື່ອໃຫ້ວຽກງານສຶກສາ ປກຊ-ປກສ ທົ່ວປວງຊົນຮອບດ້ານໄດ້ຮັບການຈັດຕັ້ງປະຕິບັດ ແລະມີ
ຜົນໄດ້ຮັບສູງ ໂດຍສະເພາະສຸມໃສ່ລົງຕິດຕາມຊີ້ນໍາການຮຽນ-ການສອນໃຫ້ແຕ່ລະເປົ້າໝາຍ, ຊີ້ນໍາບາງແຂວງທີ່ຍັງບໍ່ທັນໄດ້ແຕ່ງຕັ້ງສະພາສຶກສາ ປກຊ
ປກສ, ສືບຕໍ່ຂຽນກົດໝາຍກ່ຽວກັບວຽກງານສຶກສາປກຊ-ປກສ ແລະປັບປຸງເອກະສານທີ່ກ່ຽວພັນເຖິງວຽກງານສຶກສາ ປກຊ- ປກສ ໃນສະພາບການ
ໃໝ່, ຕາມທິດໄດ້ກໍານົດໄວ້ໃນດໍາລັດຂອງທ່ານນາຍົກ ແລະທ້າຍປີຈັດກອງປະຊຸມສະຫຼຸບຖອນຖອນບົດຮຽນ ກ່ຽວກັບວຽກງານສຶກສາ ປກຊ-ປກສ ທົ່ວ
ປະເທດ.

     ໂອກາດນີ້, ທ່ານ ພົນໂທ ຈັນສະໝອນ ຈັນຍາລາດ ກໍໄດ້ໃຫ້ກຽດໂອ້ລົມ ແລະໃຫ້ທິດຊີ້ນຳຫຼາຍບັນ ຫາສຳຄັນ ພ້ອມທັງໄດ້ຮຽກຮ້ອງໃຫ້ແຕ່ລະທ່ານ
ທີ່ໄດ້ຮັບການຜິດຊອບໃນແຕ່ລະໜ້າທີ່ ຈົ່ງພ້ອມກັນສືບຕໍ່ປັບ ປຸງຕື່ມກ່ຽວກັບພື້ນຖານວຽກງານ ປກຊ-ປກສ ໃຫ້ໜັກແໜ້ນເຂັ້ມແຂງຂຶ້ນຕື່ມ, ສືບຕໍ່ປັບ
ປຸງທິດທາງແຜນ ການໃຫ້ຮັດກຸມແທດເໝາະກັບໜ້າວຽກງານຕົວຈິງ, ແບ່ງຄວາມຮັບຜິດຊອບໃຫ້ບັນດາສະຫາຍຮັບຜິດຊອບໃຫ້ເໝາະສົມ ແລະປັບປຸງ
ຫຼັກສູດການຮຽນ-ການສອນໃຫ້ມີເນື້ອໃນເລິກເຊິງ.