ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ມື້ທີ 2 ຂອງການດໍາເນີນ ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XI ຂອງ​ພັກ​
ໄດ້​ປ​່ອນບັດ​ເລືອກ​ຕັ້ງ​ເອົາກ​ຳມະ​ການ​ສູນ​ກາງ​ພັກ ສົມບູນ ​ແລະ ສຳຮອງ


     ມື້ທີ 2 ຂອງການດໍາເນີນ ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XI ຂອງພັກປະຊາຊົນປະຕິວັດລາວ ໃນວັນທີ 14 ມັງກອນ 2021 ທີ່ຫໍປະຊຸມ
ແຫ່ງຊາດ ນະຄອນຫຼວງວຽງຈັນ ໂດຍການເປັນປະທານໃນພາກເຊົ້າຂອງ ສະຫາຍ ທອງລຸນ ສີສຸລິດ ກໍາມະການກົມການເມືອງສູນກາງພັກ ນາຍົກລັດຖະ
ມົນຕີ ແລະ ພາກແລງ ໂດຍການເປັນປະທານ ຂອງ ສະຫາຍ ພັນຄໍາ ວິພາວັນ ກໍາມະການກົມການເມືອງສູນກາງພັກ, ຜູ້ປະຈໍາການຄະນະເລຂາທິການສູນ
ກາງພັກ, ຮອງປະທານປະເທດ ແລະ ກອງປະຊຸມ ໄດ້ສະເໜີຮ່າງບົດສໍາຫຼວດການ ນໍາພາລວມຂອງຄະນະບໍລິຫານງານສູນກາງພັກສະໄໝ X ແລະ ສະເໜີ
ມາດຖານ, ເງື່ອນໄຂ ແລະ ລາຍຊື່ຜູ້ສະໝັກຮັບເລືອກຕັ້ງເຂົ້າໃນຄະນະບໍລິຫານງານສູນກາງພັກຊຸດໃໝ່ສະໄໝທີ XI ທັງກໍາມະການສູນກາງພັກສົມບູນ
ແລະ ສໍາຮອງ.

     ໃນວາລະກອງປະຊຸມໄດ້ຮັບຟັງການຜ່ານບົດສໍາຫຼວດການນໍາພາລວມຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ X ທີ່ ສະເໜີໂດຍ ສະຫາຍ ພັນ
ຄໍາ ວິພາວັນ ກໍາມະການກົມການເມືອງສູນກາງພັກ, ຜູ້ປະຈໍາການຄະນະເລຂາທິການສູນກາງພັກ, ຮອງປະທານປະເທດ ເຊິ່ງ ສະຫາຍ ໄດ້ຍົກໃຫ້ເຫັນຜົນ
ສໍາເລັດໃນ ການຊີ້ນໍາ-ນໍາພາ ຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ຜູ້ແທນ ທົ່ວປະເທດ ຄັ້ງທີ X ຂອງພັກ, ຂອງຄະນະບໍລິຫານງານສູນກາງພັກ ສະໄໝ
ທີ X ຕະຫຼອດໄລຍະ 5 ປີ ຜ່ານມາ ເຫັນວ່າໄດ້ຮັບຜົນສໍາເລັດພົ້ນເດັ່ນໃນຫຼາຍດ້ານ, ໂດຍສະເພາະແມ່ນຮັບປະກັນເຮັດໃຫ້ປະເທດຊາດຂອງພວກ ເຮົາມີ
ຄວາມສະຫງົບທາງດ້ານ ການເມືອງທີ່ໜັກແໜ້ນ, ຮັກສາໄດ້ຄວາມເປັນເອກະລາດ, ອໍານາດ ອະທິປະໄຕ, ປະຊາຊົນ ເຮົາໄດ້ມີອິດສະຫຼະພາບ ແລະ ເປັນ
ເຈົ້າຂອງປະເທດຊາດຢ່າງແທ້ຈິງ. ພາຍໃນຊາດມີຄວາມສາມັກຄີ ເປັນປຶກແຜ່ນຢ່າງແໜ້ນແກ່ນ, ສັງຄົມມີຄວາມສະຫງົບ ແລະ ເປັນລະບຽບຮຽບຮ້ອຍ
ໂດຍພື້ນຖານ, ເສດຖະກິດແຫ່ງຊາດມີການຂະຫຍາຍຕົວຢ່າງເປັນລະບົບ, ເຂດນ້ໍາແດນດິນອັນຄົບຖ້ວນຂອງປະເທດຊາດ ໄດ້ຮັບການປົກປັກຮັກສາຢ່າງ
ໝັ້ນຄົງທັງຮັບປະກັນສະຖຽນລະພາບທາງດ້ານການເມືອງ ແລະ ສັງຄົມມີຄວາມເປັນລະບຽບຮຽບຮ້ອຍ ແລະ ປອດໄພ.

     ຕະຫຼອດໄລຍະ 5 ປີ ຜ່ານມາ, ເຖິງວ່າປະເທດຂອງພວກເຮົາ ໄດ້ປະເຊີນກັບຄວາມຫຍຸ້ງຍາກ ຫຼາຍປະການ ໂດຍສະເພາະ ການລະບາດ ຂອງພະຍາດ
ໂຄວິດ-19 ຢ່າງຮ້າຍແຮງໃນທົ່ວ ໂລກແຕ່ລາວເຮົາຍັງສາມາດຮັກສາໄດ້ການເຕີບໂຕ ຂອງເສດຖະກິດ ໂດຍສະເລ່ຍ 5,8%, ລາຍຮັບສະເລ່ຍຕໍ່ຫົວຄົນ
ບັນລຸ 2.664 ໂດລາສະຫະລັດຕໍ່ຄົນຕໍ່ປີ, ທຽບໃສ່ ປີ 2015 ເພີ່ມຂຶ້ນ 694 ໂດລາສະຫະລັດ, ບັນດາໂຄງການລົງທຶນຂະໜາດໃຫຍ່ໃນຫຼາຍຂົງເຂດໄດ້
ຮັບການຈັດຕັ້ງປະຕິບັດຢ່າງຕໍ່ເນື່ອງເຮັດໃຫ້ຊີວິດການເປັນຢູ່ຂອງປະຊາຊົນບັນດາເຜົ່າ ໂດຍລວມໄດ້ຮັບການປັບປຸງ, ຍົກລະດັບດີຂຶ້ນທາງດ້ານວັດຖຸ ແລະ
ຈິດໃຈ, ຖານະບົດບາດ ແລະ ຊື່ສຽງຂອງ ສປປ ລາວ ໄດ້ຮັບການເຊີດຊູສູງເດັ່ນຂຶ້ນໃນເວທີພາກພື້ນ ແລະ ສາກົນ. ນອກຈາກນີ້, ສະຫາຍ ຍັງໄດ້ຍົກໃຫ້
ເຫັນບາງຂໍ້ຄົງຄ້າງ, ສາເຫດທີ່ພາໃຫ້ມີດ້ານດີ-ດ້ານອ່ອນ, ລວມທັງບົດຮຽນທີ່ຖອດຖອນໄດ້ ເພື່ອກໍານົດທິດທາງແຜນການປັບປຸງໃນຕໍ່ໜ້າທີ່ຄະນະບໍລິ
ຫານງານສູນກາງພັກຊຸດໃໝ່ ຕ້ອງສືບຕໍ່ນໍາພາຈັດຕັ້ງປະຕິບັດໃນ 5 ປີຕໍ່ໜ້າຕື່ມອີກ.

     ຈາກນັ້ນ, ສະຫາຍ ຈັນສີ ໂພສີຄໍາ ກໍາມະການກົມການເມືອງສູນກາງພັກ, ຄະນະເລຂາທິການສູນກາງພັກ, ຫົວໜ້າ ຄະນະຈັດຕັ້ງສູນກາງພັກຕາງໜ້າ
ອະນຸກໍາມະການກົດລະບຽບ ແລະ ບຸກຄະລາກອນ ໄດ້ສະເໜີມາດຖານ, ເງື່ອນໄຂ ແລະ ລາຍຊື່ຜູ້ສະໝັກຮັບເລືອກຕັ້ງ ເຂົ້າໃນຄະນະບໍລິຫານງານສູນກາງ
ພັກ ສະໄໝທີ XI ທັງກໍາມະການສົມບູນ ແລະ ສໍາຮອງ.

     ຈາກນັ້ນກອງປະຊຸມໃຫຍ່ ໄດ້ດໍາເນີນການປ່ອນບັດເລືອກຕັ້ງເອົາ ກໍາມະການສູນກາງພັກສົມບູນ ແລະ ສໍາຮອງ ເຊິ່ງໝາກຜົນຂອງການເລືອກຕັ້ງຄັ້ງນີ້
ຈະໄດ້ແຈ້ງຢ່າງເປັນທາງການໃນມື້ສຸດທ້າຍຂອງກອງປະຊຸມໃຫຍ່.