ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ເຝິກຊ້ອມໃຫຍ່ການສວນສະໜາມຄັ້ງທີ I
ເພື່ອສະເຫຼີມສະຫຼອງວັນສ້າງຕັ້ງກອງທັບ ຄົບຮອບ 70


ການເຝິກຊ້ອມໃຫຍ່ການສວນສະໜາມຄັ້ງທີ I ເພື່ອສະເຫຼີມສະຫຼອງວັນສ້າງຕັ້ງກອງທັບ ຄົບຮອບ 70 ປ

     ການເຝິກຊ້ອມໃຫຍ່ສວນສະໜາມຂອງກ້ອນກຳລັງເຫຼົ່າຮົບຕ່າງໆຄັ້ງທີ 1 ເພື່ອສະເຫຼີມສະຫຼອງວັນສ້າງ ຕັ້ງກອງທັບປະຊາຊົນລາວ ຄົບຮອບ 70 ປີ ໄດ້ຈັດຂຶ້ນໃນວັນ
ທີ 14 ມັງກອນ 2019 ນີ້, ໂດຍມີ ທ່ານ ທອງລຸນ ສີສຸລິດ ກຳມະການກົມການເມືອງສູນກາງພັກ ນາຍົກລັດຖະມົນຕີ, ພ້ອມດ້ວຍການນຳພັກ-ລັດ, ການນຳກະຊວງປ້ອງ
ກັນປະເທດ, ພະນັກງານປະຕິວັດອາວຸໂສບຳນານ, ພະນັກງານ-ນັກຮົບ ແລະ ມວນຊົນເຂົ້າຮ່ວມຮັບຊົມຢ່າງຫຼວງຫຼາຍ.

     ການເຝິກຊ້ອມໃຫຍ່ແມ່ນເລີ່ມຕົ້ນດ້ວຍການຮັບຊົມການສະແດງສິລະປະຈາກກອງສິລະປະກອນກອງທັບ, ການສະແດງຫັດກາຍມວຍ ແລະ ມວຍປ້ອງກັນຕົວຂອງ
ເຫຼົ່າຮົບຕີພິເສດ, ຈາກນັ້ນກໍໄດ້ເລີ່ມເຝິກຊ້ອມໃຫຍ່ການສວນສະໜາມ ໂດຍເລີ່ມຈາກຂະບວນລົດພະນັກງານປະຕິວັດອາວຸໂສຕາມດ້ວຍກ້ອນທຸງໄຊກອງທັບປະຊາຊົນ
ລາວ, ກ້ອນກອງທັບອິດສະຫຼະ, ກ້ອນກຳລັງກອງທັບປົດປ່ອຍ, ກ້ອນກຳລັງເພດຍິງ 769, ກ້ອນນາຍທະຫານບົກ, ກ້ອນນາຍທະຫານອາກາດ, ກ້ອນນາຍທະຫານຊາຍ
ແດນ, ກ້ອນທະຫານຮາບ, ກ້ອນທະຫານຕີພິເສດ, ກ້ອນທະຫານລົດຕັງ-ຍານເກາະ, ກ້ອນທະຫານປືນໃຫຍ່ໜ້າດິນ, ກ້ອນທະຫານປ້ອງກັນອາກາດ, ກ້ອນທະຫານຊ່າງ
ແສງ, ກ້ອນທະຫານສື່ສານ, ກ້ອນກຳລັງແພດເພດຍິງ, ກ້ອນທະຫານທ້ອງຖິ່ນ, ກ້ອນກຳລັງກອງຫຼອນ, ກ້ອນກຳລັງປ້ອງກັນຕົວ ແລະ ຂະບວນພາຫະນະປະກອບດ້ວຍຂະ
ບວນລົດທະຫານຮາບ-ຍານເກາະ ຂະບວນລົດເຫຼົ່າຮົບລົດຕັງ-ຍານເກາະ, ຂະບວນລົດເຫຼົ່າຮົບປືນໃຫຍ່ໜ້າດິນ, ຂະບວນລົດເຫຼົ່າຮົບປ້ອງກັນອາກາດ, ຂະບວນລົດເຫຼົ່າ
ຮົບຊ່າງແສງ, ກ້ອນກອງແກວົງກອງທັບປະຊາຊົນລາວ, ການສະແດງຝູງບິນ Mi-17 ຈຳນວນ 3 ລຳປະກອບທຸງຊາດ, ທຸງພັກ ແລະ ທຸງກາ 70 ປີ ກອງທັບປະຊາຊົນລາວ,
ຝູງບິນ LE-500 ຈຳ ນວນ 4 ລຳ ແລະ ການສະແດງໂດດຈ້ອງທາງອາກາດປະກອບທຸງຊາດ, ທຸງພັກ, ທຸງກາ 70 ປີກອງທັບປະຊາຊົນລາວຈຳນວນພົນທັງໝົດ 50 ສະ
ຫາຍ.

     ການເຝິກຊ້ອມສວນສະໜາມໃນຄັ້ງນີ້ ກໍເພື່ອສະແດງຜ່ານໃຫ້ການນຳພັກ-ລັດ ກໍຄືຄະນະຮັບຜິດຊອບໄດ້ປະກອບຄຳຄິດເຫັນເພື່ອນຳໄປປັບປຸງແກ້ໄຂຂອດທີ່ຍັງຄົງ
ຄ້າງໃຫ້ດີຂຶ້ນ ແນໃສ່ເຮັດໃຫ້ການເດີນຂະບວນສວນສະໜາມໃນງານສະເຫຼີມສະຫຼອງວັນສ້າງຕັ້ງກອງທັບ ຄົບຮອບ 70 ປີ ໃນວັນທີ 20 ມັງກອນ 2019ນີ້, ມີຄວາມ
ເປັນເອກະພາບ, ສວຍງາມ, ມີຄວາມຈຶກຈັກເຂັ້ມແຂງສະແດງໃຫ້ເຫັນເຖິງການເຕີບໃຫຍ່ເຂັ້ມແຂງຂອງກອງທັບປະຊາຊົນລາວ.