ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ຄະນະນຳກະຊວງປ້ອງກັນປະເທດເຂົ້າອວຍພອນ ທ່ານ ພົນເອກ ສີສະຫວາດ ແກ້ວບຸນພັນ

     ຄະນະນຳກະຊວງປ້ອງກັນປະເທດ ນຳໂດຍ ທ່ານ ພົນຕີ ອ່ອນສີ ແສນສຸກ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດ ໄດ້ນຳເອົາກະຕ່າດອກໄມ້ເຂົ້າ
ອວຍພອນ ທ່ານ ພົນເອກ ສີສະຫວາດ ແກ້ວບຸນພັນ ອະດີດກຳມະການກົມການເມືອງສູນກາງພັກ, ອະດີດປະທານສູນກາງແນວລາວຮັກຊາດ ຜູ້ຮ່ວມກໍ່
ຕັ້ງກອງຮ້ອຍລາດຊະວົງໃນເມື່ອກ່ອນ ກໍຄືກອງທັບປະຊາຊົນລາວໃນປັດຈຸບັນ, ພະນັກງານອາວຸໂສບຳນານ ເນື່ອງໃນໂອກາດວັນສ້າງ ຕັ້ງກອງທັບປະຊາ
ຊົນລາວໄດ້ໝູນວຽນມາບັນຈົບຄົບຮອບ 69 ປີ (20/1/1949-20/1/2018) ໃນຕອນບ່າຍຂອງວັນທີ 12 ມັງກອນ 2018 ນີ້.


ພົນຕີ ອ່ອນສີ ແສນສຸກ ເຂົ້າອວຍພອນ ທ່ານ ພົນເອກ ສີສະຫວາດ ແກ້ວບຸນພັນ

     ໂອກາດນີ້, ທ່ານ ພົນຕີ ອ່ອນສີ ແສນສຸກ ໄດ້ຕາງໜ້າໃຫ້ຄະນະນຳກະຊວງປ້ອງກັນປະເທດ, ນາຍ ແລະ ພົນທະຫານທຸກທົ່ວໜ້າໃນກອງທັບປະຊາຊົນ
ລາວ ນຳເອົາຄວາມຢື້ຢາມຖາມຂ່າວ, ຄຳອວຍພອນອັນອົບອຸ່ນ ແລະ ຄວາມຮູ້ບຸນຄຸນຕໍ່ ທ່ານ ພົນເອກ ສີສະຫວາດ ແກ້ວບຸນພັນ ແລະ ຄອບຄົວຈົ່ງມີພະ
ລານາໄມສົມບູນເຂັ້ມແຂງສືບຕໍ່ເປັນຮົ່ມໂພຮົ່ມໄຊອັນປະເສີດໃຫ້ແກ່ກອງກຳລັງປະກອບອາວຸດກອງທັບປະຊາຊົນລາວໃຫ້ເຮັດສຳເລັດໜ້າທີ່ອັນມີກຽດຂອງ
ຕົນທີ່ປະເທດຊາດ, ພັກ-ລັດ ແລະ ປະຊາຊົນລາວມອບໝາຍໃຫ້ຕະຫຼອດໄປ.

     ທ່ານ ພົນເອກ ສີສະຫວາດ ແກ້ວບຸນພັນ ໄດ້ສະແດງຄວາມຂອບອົກຂອບໃຈຕໍ່ການນຳກະຊວງປ້ອງກັນປະເທດ ທີ່ມີຄວາມເປັນຫ່ວງເປັນໃຍເຫັນ
ໄດ້ບົດບາດຜົນງານຄຸນງາມຄວາມດີຂອງຕົນທີ່ມີຕໍ່ພາລະກິດປະຕິວັດໃນໄລຍະຜ່ານມາ ເຊິ່ງໄດ້ນຳເອົາກະຕ່າດອກໄມ້ມາອວຍພອນຄອບຄົວໃນຄັ້ງນີ້,
ທ່ານໄດ້ກ່າວວ່າ: ຕະຫຼອດໄລຍະທີ່ຜ່ານມາກອງທັບປະຊາຊົນລາວຍາມໃດກໍຮັກສາໄດ້ທາດແທ້ມູນເຊື້ອອັນດີງາມຂອງກອງທັບປະຕິວັດ ເຮັດທຸກສິ່ງທຸກ
ຢ່າງເພື່ອພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດຍາມໃດກໍໄດ້ເອົາໃຈໃສ່ປະຕິບັດໜ້າທີ່ອັນມີກຽດ ແລະ ໜັກໜ່ວງທີ່ພັກ-ລັດ, ປະ
ເທດຊາດ ແລະ ປະຊາຊົນມອບໝາຍໃຫ້, ເຮັດສຳເລັດທຸກໜ້າທີ່ ພ້ອມນີ້ທ່ານຍັງໄດ້ຮຽກຮ້ອງໃຫ້ການນຳກະຊວງປ້ອງກັນປະເທດ ເພີ່ມທະວີການນຳພາ
ຂອງພັກຕໍ່ກຳລັງປະກອບອາວຸດປ້ອງກັນຊາດໃຫ້ເລິກເຊິ່ງເຖິງຖອງ ນຳພາປັບປຸງກໍ່ສ້າງກອງທັບປະຊາຊົນລາວໃຫ້ປອດໃສໜັກແໜ້ນທາງດ້ານຄຸນທາດ
ການເມືອງ, ມີລະບຽບວິໄນເຂັ້ມງວດຖືສຳຄັນການສ້າງຖັນແຖວພະນັກງານສືບທອດປ່ຽນແທນ ພ້ອມນັ້ນກໍຕ້ອງຍົກລະດັບສິລະປະຍຸດ-ຍຸດທະວິທີຂອງ
ແຕ່ລະເຫຼົ່າຮົບໃຫ້ມີຄວາມຊຳນິຊຳນານ ເພື່ອສ້າງໃຫ້ກອງທັບກາຍເປັນກອງທັບປະຕິວັດມີແບບແຜນວິທີເຮັດວຽກໃຫ້ທັນສະໄໝເປັນກ້າວໆ. ຖືເອົາໂອ
ກາດອັນມີຄວາມໝາຍສຳຄັນນີ້ໄດ້ອວຍພອນໃຫ້ຄະນະນຳກະຊວງປ້ອງກັນປະເທດ ຕະຫຼອດຮອດພະນັກງານ-ນັກຮົບໃນກອງທັບທຸກທົ່ວໜ້າຈົ່ງມີສຸຂະ
ພາບເຂັ້ມແຂງຍາດໄດ້ຜົນສຳເລັດ ກໍຄືຜົນງານອັນໃໝ່ໃຫຍ່ຫຼວງກວ່າເກົ່າໃນພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ສົມກັບຄວາມ
ໄວ້ເນື້ອເຊື່ອໃຈຈາກພັກ-ລັດ ແລະ ປະຊາຊົນລາວບັນດາເຜົ່າ ແລະ ສົມເປັນກອງທັບວີລະຊົນຂອງຊາດລາວວີລະຊົນອັນແທ້ຈິງ.