ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ທ່ານ ພົນໂທ ຈັນສະໝອນ ຈັນຍາລາດ ເນັ້ນໃຫ້ 3 ແຂວງພາກເໜືອ
ສຸມໃສ່ປັບປຸງກໍ່ສ້າງກຳລັງຕິດພັນກັບວຽກງານ ປກຊ-ປກສ

     ວັນທີ 11 ທັນວານີ້, ກອງປະຊຸມສະຫຼຸບຕີລາຄາວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ 3 ແຂວງພາກເໜືອ ຄື: ແຂວງຊຽງຂວາງ, ຫົວພັນ
ແລະ ແຂວງໄຊສົມບູນ ໄດ້ຈັດຂຶ້ນທີ່ແຂວງຊຽງຂວາງ ໂດຍການເຂົ້າຮ່ວມເປັນປະທານຂອງ ທ່ານ ພົນໂທ ຈັນສະໝອນ ຈັນຍາລາດ ກຳມະການກົມການ
ເມືອງສູນກາງພັກ ຜູ້ປະຈຳການ ຄະນະກຳມະການປ້ອງກັນຊາດ-ປ້ອງກັນຄວາມສະຫງົບສູນກາງ, ລັດຖະມົນຕີກະຊວງປ້ອງກັນປະເທດ ເຊິ່ງສອງຄະນະນຳ
ຈາກບັນດາກົມທີ່ກ່ຽວຂ້ອງຈາກກະຊວງປ້ອງກັນປະເທດ, ກະຊວງປ້ອງກັນຄວາມສະຫງົບ ແລະ ຄະນະພັກ-ຄະນະບັນຊາກອງບັນຊາການທະຫານແຂວງ,
ກອງບັນຊາການປ້ອງກັນຄວາມສະຫງົບຈາກ 3 ແຂວງດັ່ງກ່າວເຂົ້າຮ່ວມ.


ພົນໂທ ຈັນສະໝອນ ຈັນຍາລາດ ເປັນປະທານກອງປະຊຸມສະຫຼຸບຕີລາຄາວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ 3 ແຂວງພາກເໜືອ

     ເນື້ອໃນສຳຄັນຂອງການດຳເນີນກອງປະຊຸມດັ່ງກ່າວ ແມ່ນໄດ້ສະຫຼຸບຕີລາຄາຄືນສະພາບການຈັດຕັ້ງປະຕິບັດ 4 ໜ້າທີ່ໃຫຍ່ 26 ແຜນງານຂອງຄະນະ
ພັກກະຊວງປ້ອງກັນປະເທດ ແລະ ບັນດາແຜນງານຂອງຄະນະພັກກະຊວງປ້ອງກັນຄວາມສະຫງົບວາງອອກໃນປີຜ່ານມາ ໂດຍສະເພາະແມ່ນການປັບປຸງກໍ່
ສ້າງກຳລັງໃຫ້ມີຄວາມເຂັ້ມແຂງໜັກແໜ້ນທຸກດ້ານຕາມທິດຫັນເປັນແບບແຜນທັນສະໄໝ, ການຫັນລົງກໍ່ສ້າງຮາກຖານການ ເມືອງພັດທະນາຊົນນະບົດ
ຮອບດ້ານຕາມ 4 ເນື້ອໃນ 4 ຄາດໝາຍ ຕິດພັນກັບວຽກງານ 3 ສ້າງ ແລະ ວຽກງານປິ່ນອ້ອມຕ່າງໆ ເຊິ່ງສັງລວມແລ້ວເຫັນວ່າສະພາບຢູ່ແຕ່ລະແຂວງ
ໄດ້ມີສະຖຽນລະພາບທາງດ້ານການເມືອງໜັກແໜ້ນ, ມີຄວາມສະຫງົບດີໂດຍພື້ນຖານ, ສ້າງເງື່ອນໄຂສະດວກແກ່ການພັດທະນາເສດຖະກິດ-ສັງຄົມຂະ
ຫຍາຍຕົວດີຕໍ່ເນື່ອງ.

     ກ່າວຄຳເຫັນໂອ້ລົມຕໍ່ກອງປະຊຸມດັ່ງກ່າວ ທ່ານ ພົນໂທ ຈັນສະໝອນ ຈັນຍາລາດ ໄດ້ຕີລາຄາສູງຄວາມຮັບຜິດຊອບຂອງຄະນະພັກ, ອົງການປົກຄອງ
ທຸກຂັ້ນ ແລະ ກຳລັງປ້ອງກັນຊາດ-ປ້ອງກັນຄວາມສະຫງົບຂອງ 3 ແຂວງ ຕໍ່ການຊີ້ນຳ-ນຳພາເຮັດວຽກງານດັ່ງກ່າວ, ພ້ອມທັງເນັ້ນໃຫ້ຄະນະພັກ-ຄະນະບັນ
ຊາ 2 ກຳລັງ (ປກຊ-ປກສ) ສືບຕໍ່ເປັນເຈົ້າການເຮັດວຽກງານສຶກສາອົບຮົມການເມືອງນຳພາແນວຄິດພະນັກງານ-ນັກຮົບຂອງຕົນໃຫ້ມີຄຸນທາດການເມືອງ
ໜັກແໜ້ນ, ມີສະຕິລະວັງຕົວປະຕິວັດສູງ, ສຸມໃສ່ປັບປຸງກໍ່ສ້າງກຳລັງໃຫ້ມີຄວາມເຂັ້ມແຂງໜັກແໜ້ນດ້ວຍຈິດໃຈບຸກທະລຸ ເພີ່ມທະວີວຽກງານກໍ່ສ້າງຮາກ
ຖານການເມືອງພັດທະນາຊົນນະບົດຮອບດ້ານໃຫ້ຖືກທິດບັນລຸໄດ້ຕາມຄາດໝາຍວຽກງານ 3 ສ້າງຂອງພັກ.