ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ຮອງຫົວໜ້າກົມໃຫຍ່ການເມືອງກອງທັບ ລົງເຄື່ອນໄຫວພົບປະນາຍ ແລະ ພົນທະຫານຢູ່ທະຫານແຂວງໄຊສົມບູນ

     ໃນວັນທີ 5 ທັນວາ 2016 ຜ່ານມານີ້, ພັນເອກ ວົງສອນ ອິນປານພິມ ຄະນະພັກກະຊວງປ້ອງກັນປະເທດ, ຮອງຫົວໜ້າກົມໃຫຍ່ການເມືອງກອງ
ທັບ ພ້ອມດ້ວຍຄະນະໄດ້ລົງເຄື່ອນໄຫວຢ້ຽມຢາມພົບປະນາຍ ແລະພົນທະຫານກອງບັນຊາການທະຫານແຂວງໄຊສົມບູນ, ເຊິ່ງມີຄະນະພັກ-ຄະນະບັນຊາ
ຕະຫຼອດຮອດພະນັກງານຫຼັກແຫຼ່ງອົງການ 5 ຫ້ອງເຂົ້າຮ່ວມ.

                                
                                                     ພັນເອກ ວົງສອນ ອິນປານພິມ ເປັນປະທານພົບປະນາຍ ແລະ ພົນທະຫານຢູ່ທະຫານແຂວງໄຊສົມບູນ

     ໂອກາດນີ້, ພັນເອກ ບົວລະພັນ ສຸວັນນະແພງ ຮອງເລຂາຄະນະພັກ ຫົວໜ້າການທະຫານກອງບັນຊາການທະຫານແຂວງໄຊສົມບູນ ໄດ້ຂຶ້ນລາຍງານ
ສະພາບໂດຍຫຍໍ້ຂອງກົມກອງຕະຫຼອດໄລຍະຜ່ານມາໂດຍລວມ ແລ້ວເຫັນວ່າພະນັກງານ-ນັກຮົບພາຍໃນກົມກອງມີຄວາມເຊື່ອໝັ້ນຕໍ່ການນໍາພາຂອງຄະ
ນະພັກ-ຄະນະບັນຊາ, ມີຄວາມຮັບຜິດຊອບສູງໃນການຈັດຕັ້ງປະຕິບັດໜ້າທີ່ວຽກງານຂອງກົມກອງ, ມີຄວາມສາມັກຄີປອງດອງຊ່ວຍ ເຫຼືອເຊິ່ງກັນ ແລະ
ກັນ, ມີຄວາມອົດທົນບຸກບືນຜ່ານຜາອຸປະສັກຫຍຸ້ງຍາກສູ້ຊົນເຮັດໃຫ້ແຂວງໄຊສົມບູນມີ ຄວາມສະຫງົບ.

     ໃນການໂອ້ລົມຄັ້ງນີ້, ພັນເອກ ວົງສອນ ອິນປານພິມ ກໍ່ໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ນາຍ ແລະພົນທະຫານກອງບັນຊາການທະຫານແຂວງດັ່ງ
ກ່າວ ທີ່ມີຄວາມບຸກບືນຜ່ານຜາອຸປະສັກຄວາມຫຍຸ້ງຍາກພ້ອມກັນເຮັດສໍາເລັດໜ້າທີ່-ທີ່ຂັ້ນເທິງມອບໝາຍໃຫ້ ແລະຮຽກຮ້ອງໃຫ້ຄະນະພັກ-ຄະນະບັນຊາ
ເອົາໃຈໃສ່ປັບປຸງລະບົບການຈັດຕັ້ງໃຫ້ຖືກຕ້ອງສອດຄ່ອງກັບໜ້າທີ່ວຽກງານຕົວຈິງໃຫ້ດີຂຶ້ນ, ເອົາໃຈໃສ່ສຶກສາອົບຮົມການ ເມືອງ-ແນວຄິດໃຫ້ພະນັກ
ງານ-ນັກຮົບໃຫ້ມີແນວຄິດໜັກແໜ້ນ, ສຸມໃສ່ປັບປຸງກໍ່ສ້າງພັກ-ກໍ່ສ້າງພະນັກງານ ແບບແຜນວິທີເຮັດວຽກບົນພື້ນຖານເຄົາລົບຫຼັກການລວມສູນປະຊາ
ທິປະໄຕ, ເຮັດວຽກເປັນໝູ່ຄະນະ, ບຸກຄົນຮັບຜິດຊອບ.