ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ປິດການແຂ່ງຂັນຍິງປືນກອງທັບບົກອາຊຽນຄັ້ງທີ 26 ຢ່າງເປັນທາງການ

     ພິທີປິດການແຂ່ງຂັນຍິງປືນກອງທັບບົກອາຊຽນຄັ້ງທີ 26 (AARM) ໄດ້ຈັດຂຶ້ນຢູ່ທີ່ສະໜາມຍິງປືນອາຊຽນກອງທັບບົກປະເທດ ຟີລິບປີນ ໃນວັນ
ທີ 7 ທັນວາ 2016 ນີ້, ໂດຍມີ ທ່ານ ພົນຕີ ຮາໂຣດ ຄາເບ ໂຣດສ໌ ຮອງຜູ້ບັນຊາການສູງສຸດກອງທັບບົກປະເທດຟີລິບປີນ, ສໍາລັບກອງທັບລາວເຮົາແມ່ນ
ທ່ານ ພົນຈັດ ຕະວາ ຄຳລຽງ ອຸທະໄກສອນ ຮອງຫົວໜ້າກົມໃຫຍ່ເສນາທິການກອງທັບ, ມີບັນດາການນໍາ, ຫົວໜ້າທິມ, ຄູເຝິກ-ນັກກີລາຈາກ 10 ກອງ
ທັບບົກອາຊຽນຄື: ສປປ ລາວ, ບລູໄນ, ກໍາປູເຈຍ, ອິນໂດເນເຊຍ, ມາເລເຊຍ, ຟີລິບປີນ, ສິງກະໂປ, ໄທ, ມຽນມາ ແລະ ຫວຽດນາມ ເຂົ້າຮ່ວມ.

                                
                                                     

     ທ່ານ ພົນຕີ ຮາໂຣດ ຄາເບ ໂຣດສ໌ ໄດ້ກ່າວວ່າ: ການແຂ່ງຂັນຍິງປືນກອງທັບບົກອາຊຽນ ຄັ້ງທີ 26 ເປັນກິດຈະກຳທີ່ສໍາຄັນ ເຊິ່ງສະແດງໃຫ້ເຫັນ
ເຖິງຄວາມສາມັກຄີຄວາມຮ່ວມມືມິດຕະພາບ ແລະການພັດທະນາລະຫວ່າງກອງທັບບົກປະເທດອາຊຽນ, AARM ບໍ່ແມ່ນການເອົາຊະນະກັນ ແຕ່ໃນ
ຄວາມເປັນຈິງແມ່ນການຮຽນຮູ້ສ້າງປະສົບການ ສ້າງຄວາມສາມັກຄີທີ່ຈະເຮັດໃຫ້ທຸກຄົນເປັນຜູ້ຊະນະ ໂດຍການແຂ່ງຂັນຄັ້ງນີ້ມີຜູ້ເຂົ້າຮ່ວມສາມາດ
ສ້າງສະຖິຕິໃຫມ່ໆໃນການແຂ່ງຂັນຍິງປືນທັງ 5 ປະເພດໄດ້ຫຼາຍລາຍການ, ເຊິ່ງມັນສະທ້ອນໃຫ້ເຫັນເຖິງຄຸນນະພາບຄວາມເຂັ້ມແຂງໃນການເຝິກ
ຊ້ອມອົບຮົມທັກສະຄວາມສາມາດ ແລະຄວາມກ້າຫານໃນການສູ້ຮົບຂອງກອງທັບບົກອາຊຽນ.

     ສໍາລັບການແຂ່ງຂັນຍິງປືນກອງທັບບົກອາຊຽນຄັ້ງນີ້ ທີມຈາກກອງທັບບົກປະເທດອິນໂດເນເຊຍໄດ້ເປັນແຊມປຽນ ໂດຍໄດ້ຮັບຂັນລາງວັນ 6
ໜ່ວຍ, ຫລຽນຄໍາຈໍານວນ 15 ໜ່ວຍ, ຫລຽນເງິນຈໍານວນ 11 ໜ່ວຍ ແລະຫລຽນທອງຈໍານວນ 11 ໜ່ວຍ, ທີ 2 ແມ່ນທີມກອງທັບບົກປະເທດໄທ
ໂດຍ ໄດ້ຮັບຂັນລາງ ວັນ 4 ໜ່ວຍ, ຫລຽນຄໍາຈໍານວນ 6 ໜ່ວຍ, ຫລຽນເງິນຈໍານວນ 10 ໜ່ວຍ ແລະຫລຽນທອງຈໍານວນ 6 ໜ່ວຍ, ທີ 3 ກອງ
ທັບບົກປະເທດຟີລິບປີນ ໂດຍໄດ້ຮັບຂັນລາງວັນ 3 ໜ່ວຍ, ຫລຽນຄໍາຈໍານວນ 7 ໜ່ວຍ, ຫລຽນເງິນຈໍານວນ 7 ໜ່ວຍ ແລະຫລຽນທອງຈໍານວນ 9
ໜ່ວຍ, ສໍາລັບກອງທັບລາວເຮົາກໍເຮັດເຕັມທີ່ແລ້ວໄດ້ອັນດັບທີ 9 ບໍ່ສາມາດຍາດໄດ້ຈັກຫລຽນມາຄອງ, ພາຍຫລັງສຳເລັດພິທີປິດເຈົ້າພາບໄດ້ມອບທຸງ
AARM ໃຫ້ກອງທັບບົກປະເທດສິງກະໂປ ເປັນເຈົ້າພາບຈັດການແຂ່ງຂັນຍິງປືນຄັ້ງຕໍ່ໄປ.