ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ທ່ານ ພົນຈັດຕະວາ ວົງຄຳ ພົມມະກອນ ລົງຢ້ຽມຢາມ
ແລະ ເຮັດວຽກຢູ່ເມືອງຊຽງຄໍ້ ແຂວງຫົວພັນ

     ທ່ານ ພົນຈັດຕະວາ ວົງຄຳ ພົມມະກອນ ຫົວໜ້າກົມໃຫຍ່ພະລາທິການກອງທັບ ພ້ອມດ້ວຍຄະນະໄດ້ລົງເຄື່ອນໄຫວຢ້ຽມຢາມ ແລະເຮັດວຽກຢູ່ກອງ
ບັນຊາການທະຫານແຂວງຫົວພັນ ໃນລະຫວ່າງວັນທີ 1-4 ທັນວາ 2016 ນີ້, ໃນຕອນເຊົ້າວັນທີ 2 ທັນວາ 2016 ທ່ານ ພົນຈັດຕະວາ ວົງຄຳ ພົມມະ
ກອນ ພ້ອມດ້ວຍ ຄະນະໄດ້ລົງຢ້ຽມຢາມ ແລະເຮັດວຽກຢູ່ເມືອງຊຽງຄໍ້ ແຂວງຫົວພັນ ໂດຍໄດ້ຮັບການຕ້ອນຮັບຈາກ ທ່ານ ພັນຕາ ທອນວົງສາ ເຈົ້າ
ເມືອງໆຊຽງຄໍ້ ພ້ອມດ້ວຍຄະນະ ຢູ່ທີ່ຫ້ອງວ່າການເມືອງດັ່ງກ່າວ.

                                
                                                     

     ໂອກາດນີ້ ທ່ານເຈົ້າເມືອງໄດ້ຂຶ້ນລາຍງານກ່ຽວກັບການເຄື່ອນໄຫວຈັດຕັ້ງປະຕິບັດວຽກງານຮອບດ້ານຂອງເມືອງໂດຍຫຍໍ້ໃຫ້ທ່ານຫົວໜ້າກົມໃຫຍ່
ພະລາທິການພ້ອມດ້ວຍຄະນະໄດ້ຮັບຊາບ ເປັນຕົ້ນແມ່ນໄດ້ສຸມໃສ່ວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ວຽກງານພັດທະນາພື້ນຖານໂຄງລ່າງ,
ວຽກງານເສດຖະກິດ ແລະວຽກງານວັດທະນະທຳ-ສັງຄົມພ້ອມນີ້ຍັງໄດ້ຍົກໃຫ້ເຫັນບັນດາປາກົດການຫຍໍ້ທໍ້ທາງສັງຄົມຢູ່ລຽບຕາມຊາຍແດນອີກຈຳນວນ
ໜຶ່ງ.

     ຈາກນັ້ນ ທ່ານ ພົນຈັດຕະວາ ວົງຄຳ ພົມມະກອນ ກໍໄດ້ໃຫ້ກຽດໂອ້ລົມ ເຊິ່ງໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ກັບຜົນງານທີ່ຍາດມາໄດ້ ແລະຮຽກ
ຮ້ອງຄະນະນຳຂອງເມືອງກໍຄືຂະແໜງການຕ່າງໆພ້ອມກັນເສີມຂະຫຍາຍມູນເຊື້ອ ແລະຜົນງານທີ່ສ້າງມາໄດ້ສຸມໃສ່ແກ້ໄຂປາກົດການຫຍໍ້ທໍ້ທີ່ເກີດຂຶ້ນ, ຫັນ
ເອົາພະນັກງານລົງກໍ່ສ້າງຮາກຖານຕາມຂອບເຂດຕົນເອງຮັບຜິດຊອບ, ຮຽກຮ້ອງໃຫ້ສຸມໃສ່ພັດທະນາໃນແຕ່ລະຂົງເຂດວຽກງານໃຫ້ມີໃບໜ້າໃໝ່ດີຂຶ້ນ
ຕາມທິດນຳທີ່ວ່າ: ສ້າງແຂວງເປັນຫົວໜ່ວຍຍຸດທະສາດ, ສ້າງເມືອງເປັນຫົວໜ່ວຍເຂັ້ມແຂງຮອບດ້ານ ແລະ ສ້າງບ້ານເປັນຫົວໜ່ວຍພັດທະນາ.

     ໂອກາດນີ້, ທ່ານ ຫົວໜ້າກົມໃຫຍ່ພະລາທິການ ຍັງໄດ້ນຳເອົາຈັກອັດເອກະສານ 1 ເຄື່ອງ, ຄອມພິວເຕີຕັ້ງໂຕະ 1 ຊຸດ, ບານສົ່ງ 2 ໜ່ວຍ, ບານເຕະ
2 ໜ່ວຍ ແລະ ເປຕັງ 1 ຊຸດ ລວມມູນຄ່າ 15 ລ້ານກວ່າກີບ ມາມອບໃຫ້ເມືອງດັ່ງກ່າວນຳອີກ.