ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ພັນເອກ ສາຍສະໝອນ ສະຫຼັບແສງ ຕ້ອນຮັບຄະນະສິລະປະກອນກອງທັບມຽນມາ

     ວັນທີ 12 ທັນວາ 2016 ນີ້, ພັນເອກ ສາຍສະໝອນ ສະຫຼັບແສງ ຫົວໜ້າກົມໂຄສະນາອົບຮົມ, ກົມໃຫຍ່ການເມືອງກອງທັບ ພ້ອມດ້ວຍຄະນະ
ທາງການ ໄດ້ໃຫ້ກຽດຕ້ອນຮັບຄະນະສິລະປະກອນກອງທັບສະຫະພາບມຽນມາ ນຳໂດຍ ພັນເອກ ຊໍມິນ ຕຸນ ຮອງຫົວໜ້າກົມປະຊາສຳພັນ ແລະສົງຄາມ
ຈິດຕະວິທະຍາກອງທັບສະຫະພາບມຽນມາ ໃນໂອກາດທີ່ຄະນະດັ່ງກ່າວໄດ້ເດີນທາງມາສະແດງມິດຕະພາບຢ່າງເປັນທາງການຢູ່ ສປປ ລາວ ແຕ່ວັນ
ທີ 12-17 ທັນວາ 2016 ນີ້, ເຊິ່ງພິທີຕ້ອນຮັບໄດ້ຈັດຂຶ້ນຢູ່ທີ່ໂຮງແຮມອ່າງຄຳ.

                                
                                               

     ໂອກາດດັ່ງກ່າວ ພັນເອກ ສາຍສະໝອນ ສະຫຼັບແສງ ກໍໄດ້ກ່າວສະແດງຄວາມຍິນດີຕ້ອນຮັບ ແລະຊົມເຊີຍ ພັນເອກ ຊໍມິນ ຕຸນ ແລະຄະນະສິລະ
ປະກອນກອງທັບມຽນມາ ທີ່ໄດ້ເດີນທາງມາສະແດງມິດຕະພາບຢູ່ ສປປ ລາວ ໃນຄັ້ງນີ້, ພ້ອມໄດ້ຕີລາຄາສູງຕໍ່ສາຍພົວພັນມິດຕະພາບລະຫວ່າງສອງປະ
ເທດເວົ້າລວມ ເວົ້າສະເພາະກໍຄືການພົວພັນຮ່ວມມືທີ່ດີລະຫວ່າງສອງກອງທັບ ລາວ-ມຽນມາ ໃນໄລຍະຜ່ານມາ. ຫົວໜ້າກົມໂຄ ສະນາອົບຮົມ ກມທ
ໄດ້ກ່າວຕື່ມອີກວ່າ: ການມາສະແດງມິດຕະພາບຂອງຄະນະສິລະປະກອນກອງທັບມຽນມາໃນຄັ້ງນີ້ສຸດທີ່ມີຄວາມໝາຍຄວາມສຳຄັນ ເຊິ່ງນອນຢູ່ໃນທ່າມ
ກາງບັນຍາກາດທີ່ທົ່ວພັກ ທົ່ວລັດ ທົ່ວກອງທັບແລະທົ່ວປວງຊົນລາວທັງຊາດຈັດຕັ້ງສະເຫຼີມສະຫຼອງວັດຊາດທີ 2 ທັນວາ ຄົບຮອບ 41 ປີ ແລະກະກຽມ
ສະເຫຼີມສະຫຼອງວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 68 ປີ ທີ່ຈະໝູນວຽນມາບັນຈົບຄົບຮອບອີກວາລະໜຶ່ງ ເຊິ່ງທັງໝົດນີ້ມັນສະແດງໃຫ້ເຫັນ
ເຖິງນ້ຳໃຈມິດຕະພາບຮ່ວມມືເຊິ່ງກັນ ແລະກັນ ເພື່ອເສີມຂະຫຍາຍສາຍພັວພັນອັນດີຂອງສອງກອງທັບ ລາວ-ມຽນມາ ເວົ້າລວມ ເວົ້າສະເພາະໃນດ້ານ
ການແລກປ່ຽນວັດທະນະທຳ ຮີດຄອງປະເພນີ ແລະການດຳລົງຊີວິດຂອງປະຊາຊົນສອງຊາດກໍຄືສອງກອງທັບ.

     ການສະແດງມິດຕະພາບຂອງຄະນະດັ່ງກ່າວຈະຈັດຂຶ້ນຢູ່ 3 ແຫ່ງຄື: ຢູ່ຫໍວັດທະນະທຳແຫ່ງຊາດໃນຄໍ່າຄືນຂອງວັນທີ 13 ທັນວາ, ຢູ່ສະໂມສອນກົມ
ໃຫຍ່ການເມືອງກອງທັບໃນຄໍ່າຄືນຂອງວັນທີ 14 ທັນວາ ແລະ ຢູ່ວິທະຍາຄານນາຍທະຫານບົກກົມມະດຳໃນຄໍ່າຄືນຂອງວັນທີ 15 ທັນວາ 2016 ນີ້.