ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ມອບ-ຮັບໜ້າທີ່ຫົວໜ້າຫ້ອງວ່າການກະຊວງປ້ອງກັນປະເທດ ລະຫວ່າງຜູ້ເກົ່າ ແລະ ຜູ້ໃໝ່

     ພິທີມອບ-ຮັບໜ້າທີ່ຫົວໜ້າຫ້ອງວ່າການກະຊວງປ້ອງກັນປະເທດຜູ້ເກົ່າຄື ທ່ານ ພົນຕີ ອ່ອນສີ ແສນສຸກ ທີ່ໄດ້ຖືກແຕ່ງຕັ້ງເປັນຮອງລັດຖະມົນຕີກະ
ຊວງປ້ອງກັນປະເທດໃຫ້ແກ່ ທ່ານ ພົນຈັດຕະວາ ຄຳສີ ວົງຄຳຊາວ ຜູ້ໃໝ່ ໄດ້ຈັດຂຶ້ນໃນວັນທີ 12 ທັນວາ ນີ້, ທີ່ກະຊວງປ້ອງກັນປະເທດ ໂດຍເປັນກຽດ
ເຂົ້າຮ່ວມເປັນສັກ ຂີພິຍານຂອງ ທ່ານ ພົນໂທ ຈັນສະໝອນ ຈັນຍາລາດ ກຳມະການກົມການເມືອງສູນກາງພັກ, ລັດຖະມົນຕີກະຊວງປ້ອງກັນປະເທດ,
ມີຄະນະນຳ 4 ກົມໃຫຍ່ ແລະບັນດາຄະນະພັກ-ຄະນະບັນຊາກົມກອງອ້ອມຂ້າງເຂົ້າຮ່ວມ.

                                
                                          

     ການມອບຮັບໜ້າທີ່ດັ່ງກ່າວໃນຄັ້ງນີ້ ແມ່ນປະຕິບັດຕາມດຳລັດຂອງລັດຖະບານວ່າດ້ວຍການແຕ່ງຕັ້ງຫົວໜ້າຫ້ອງວ່າການກະຊວງປ້ອງກັນປະເທດ
ບົນພື້ນຖານເຮັດໃຫ້ການຊີ້ນຳ-ນຳພາການບໍລິຫານວຽກງານດ້ານຕ່າງໆໃນຫ້ອງວ່າການກະຊວງປ້ອງກັນປະເທດໃຫ້ມີຄວາມໜັກແໜ້ນ-ເຂັ້ມແຂງ, ສາ
ມາດປະຕິບັດພາລະບົດບາດໜ້າທີ່ເປັນເສນາທິການໃຫ້ແກ່ກະຊວງປ້ອງກັນປະເທດໃນຕໍ່ໜ້າໃຫ້ມີຄຸນນະພາບນັບມື້ດີຂຶ້ນ ຕອບສະໜອງໄດ້ກັບສະພາບ
ການໃໝ່ແຫ່ງການເຊື່ອມໂຍງກັບພາກພື້ນ ແລະສາກົນ.

     ທ່ານ ພົນຕີ ອ່ອນສີ ແສນສຸກ ກໍໄດ້ສະຫຼຸບຄືນໂດຍສັງເຂບ ການຊີ້ນຳ-ນຳພາວຽກງານຂົງເຂດຕ່າງໆທີ່ນອນຢູ່ໃນຂອບເຂດຄວາມຮັບຜິດຊອບໃນ
ໄລຍະຜ່ານມາ ແລະບາງວຽກງານທີ່ຈະໄດ້ສືບຕໍ່ນຳພາຈັດຕັ້ງປະຕິບັດໃຫ້ແກ່ ທ່ານ ພົນຈັດຕະວາ ຄຳສີ ວົງຄຳຊາວ ໄດ້ຮັບຊາບ, ພ້ອມທັງໄດ້ກ່າວມອບ
ໜ້າທີ່ຫົວໜ້າຫ້ອງວ່າການກະຊວງປ້ອງກັນປະເທດໃຫ້ກັບ ທ່ານ ພົນຈັດຕະວາ ຄຳສີ ວົງຄຳຊາວ ນັບແຕ່ນີ້ເປັນຕົ້ນໄປ.

     ໂອກາດດັ່ງກ່າວ ທ່ານ ພົນໂທ ຈັນສະໝອນ ຈັນຍາລາດ ໄດ້ສະແດງຄວາມຊົມເຊີຍຕີລາຄາສູງໝາກຜົນການຊີ້ນຳ-ນຳພາວຽກງານອັນໜັກໜ່ວງ
ແຕ່ມີກຽດສະຫງ່າຂອງ ທ່ານ ພົນຕີ ອ່ອນສີ ແສນສຸກ ພ້ອມດ້ວຍໝູ່ຄະນະໃນໄລຍະຜ່ານມາ, ພ້ອມທັງໃຫ້ທິດຊີ້ນຳຫຼາຍບັນຫາສຳຄັນແກ່ຫົວໜ້າຫ້ອງ
ວ່າການກະຊວງປ້ອງກັນປະເທດຜູ້ໃໝ່ ເພື່ອຮ່ວມກັບໝູ່ຄະນະສືບຕໍ່ນຳພາບໍລິຫານວຽກງານເປັນເສນາທິການໃຫ້ແກ່ກະຊວງປ້ອງກັນ ປະເທດໃນສະພາບ
ການອັນໃໝ່ດ້ວຍຄຸນນະພາບອັນດີ.