ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ກົມໃຫຍ່ເສນາທິການກອງທັບ ສະຫຼຸບຕີລາຄາ
ການຈັດຕັ້ງປະຕິບັດວຽກງານຮອບດ້ານປະຈຳປີ 2016

     ກົມໃຫຍ່ເສນາທິການກອງທັບ ໄດ້ຈັດກອງປະຊຸມສະຫລຸບຕີລາຄາຖອດຖອນບົດຮຽນການຈັດຕັ້ງປະຕິບັດວຽກງານຮອບດ້ານປະຈຳປີ 2016 ແລະ
ວາງແຜນການທິດທາງຄາດໝາຍສູ້ຊົນສຳເລັດ 2017 ໃນວັນທີ 12-13 ທັນວາ ນີ້, ທີ່ສະໂມສອນກົມໃຫຍ່ເສນາທິການກອງທັບ ໂດຍການເປັນປະທານ
ຂອງ ທ່ານ ພົນຕີ ສຸວອນ ເລືອງບຸນມີ ຮອງລັດຖະມົນຕີກະຊວງປ້ອງກັນປະເທດ ຫົວໜ້າກົມໃຫຍ່ເສນາທິການກອງທັບ, ມີຄະນະພັກ-ຄະນະບັນຊາແຕ່ລະ
ກົມນ້ອຍ, ຂະແໜງການ, ຫ້ອງການ, ຜູ້ຕາງໜ້າກົມກອງອ້ອມຂ້າງກົມໃຫຍ່ເສນາທິການເຂົ້າຮ່ວມ.

                                
               ພົນຕີ ສຸວອນ ເລືອງບຸນມີ ເປັນປະທານກອງປະຊຸມສະຫລຸບຕີລາຄາການຈັດຕັ້ງ ປະຕິບັດວຽກງານຮອບດ້ານປະຈຳປີ 2016 ແລະວາງແຜນການທິດທາງຄາດໝາຍສູ້ຊົນສຳເລັດ 2017

     ກອງປະຊຸມໄດ້ຜ່ານບົດສະຫລຸບຕີລາຄາການຈັດຕັ້ງປະຕິບັດວຽກງານຮອບດ້ານໃນການເຜີຍແຜ່ ແລະເຊື່ອມຊຶມນິຕິກຳຕ່າງໆ ເປັນຕົ້ນແມ່ນຄຳສັ່ງ
ຂອງນາຍົກລັດຖະມົນຕີ ສະບັບເລກທີ 23/ນຍ ລົງວັນທີ 1/8/2016 ວ່າດ້ວຍການສ້າງຕັ້ງເທດສະບານ-ນະຄອນຄຳແນະນຳຂອງກະຊວງພາຍໃນ, ຄຳສັ່ງ
ແນະນຳກະຊວງປ້ອງກັນປະເທດ ສະບັບເລກທີ 4373/ກປທ, ລົງວັນທີ 7 ຕຸລາ 2016 ວ່າດ້ວຍການສະຫລຸບ, ສ້າງແຜນການຊອກແຫລ່ງລາຍຮັບຂອງ
ບັນດາກົມກອງໃນທົ່ວກອງທັບ, ສັງລວມແລ້ວສະພາບການພົ້ນເດັ່ນຂອງໂລກ ແລະ ພາກພື້ນທີ່ສົ່ງຜົນກະທົບຕໍ່ການປະຕິບັດ 2 ໜ້າທີ່ຍຸດທະສາດຂອງ
ພັກ, ການຈັດຕັ້ງປະຕິບັດແຜນງານໃຫຍ່ທີ I ໂຄງການທີ 1, 2, 3, 4 ແລະ5 ສະເພາະການຈັດຕັ້ງເຄື່ອນໄຫວເຮັດໃຫ້ສະພາບມີຄວາມສະຫງົບ ແລະການ
ແກ້ໄຂບັນຫາຫຍໍ້ທໍ້ຕາມບໍລິເວນຊາຍແດນຂອງຊາດ, ການສ້າງພື້ນຖານການປ້ອງກັນຕົວປ້ອງກັນທ້ອງຖິ່ນ ການຈັດຕັ້ງແຜນງານໃຫຍ່ທີ 2 ໂຄງການທີ 6
ໂຄງການທີ 7 ແລະໂຄງການທີ 8 ທີ່ຄະນະພັກກະຊວງປ້ອງກັນປະເທດວາງອອກ ແລະວຽກງານປິ່ນອ້ອມອື່ນໆ ເຊິ່ງສັງລວມແລ້ວເຫັນວ່າ: ແຕ່ລະຂົງເຂດ
ວຽກງານແມ່ນໄດ້ຮັບການຈັດຕັ້ງປະຕິບັດບັນລຸໝາກຜົນຕາມຄາດໝາຍ, ຫັນເຂົ້າສູ່ລະບອບແບບແຜນທີ່ຕັ້ງໜ້າດີ, ມີຫລາຍດ້ານມີລັກສະນະພົ້ນເດັ່ນ,
ສາມາດເຮັດສຳເລັດໜ້າທີ່ເປັນເສນາທິການດ້ານວຽກງານພັກ-ວຽກງານການເມືອງ ແລະວຽກງານເຮັດໃຫ້ສະພາບມີຄວາມສະຫງົບໃນຂອບເຂດທົ່ວປະ
ເທດ ໃຫ້ແກ່ຄະນະພັກຂັ້ນເທິງດ້ວຍຄຸນນະພາບອັນດີ ໃນນີ້ອັນພື້ນຖານແມ່ນດ້ານຄຸນທາດການເມືອງຄຸນສົມບັດສິນທຳປະຕິວັດຂອງພະນັກ ງານ-ນັກ
ຮົບແມ່ນໄດ້ຮັບການຍົກສູງຂຶ້ນຢ່າງຈະແຈ້ງ ເປັນເຈົ້າການຈັດຕັ້ງປະຕິບັດແນວທາງນະໂຍບາຍດ້ານຕ່າງໆຂອງພັກ, ກົດໝາຍຂອງລັດ ຂໍ້ກຳນົດກົດລະບຽບ
ຂອງກອງທັບ ບັນຫາຫຍໍ້ທໍ້ໄດ້ຮັບການແກ້ໄຂຫລຸດລົງກວ່າເກົ່າ, ການສ້າງກອງສາມປອດ, ກອງແຂງໜ່ວຍພັກຮູ້ນຳພາຮອບດ້ານ ແລະກອງວັດທະນະທຳ
ໄດ້ຂະຫຍາຍຕົວເພີ່ມຂຶ້ນ ທັງດ້ານຈຳນວນ ແລະຄຸນນະພາບອັນໃໝ່.