ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ທ່ານ ພົນຈັດຕະວາ ຜາລົມ ລິນທອງ ໂອ້ລົມພະນັກງານຫຼັກແຫຼ່ງທະຫານແຂວງເຊກອງ

     ໃນວັນທີ 6 ເດືອນທັນວາ ປີ 2016 ນີ້, ທ່ານ ພົນຈັດຕະວາ ຜາລົມ ລິນທອງ ຄະນະພັກກະຊວງປ້ອງກັນປະເທດ ຮອງຫົວໜ້າກົມໃຫຍ່ການເມືອງ
ກອງທັບ ໄດ້ພົບປະໂອ້ລົມຄະນະພັກ-ຄະນະບັນຊາ ແລະພະນັກງານຫຼັກແຫຼ່ງທະຫານແຂວງເຊກອງ ເຊິ່ງມີບັນດາສະຫາຍຄະນະພັກ-ຄະນະບັນຊາ ແລະພະ
ນັກງານຫຼັກແຫຼ່ງ 5 ຫ້ອງເຂົ້າຮ່ວມຮັບຟັງ.

                                
                                                   

     ການພົບປະໂອ້ລົມຄັ້ງນີ້ ທ່ານຮອງຫົວໜ້າກົມໃຫຍ່ການເມືອງກອງທັບ ໄດ້ເນັ້ນໜັກໃຫ້ຄະນະພັກ-ຄະນະບັນຊາ ແລະພະນັກງານຫຼັກແຫຼ່ງໃນກອງ
ບັນຊາການທະຫານແຂວງດັ່ງກ່າວ ເພີ່ມທະວີວຽກງານສະກັດກັ້ນ ແລະແກ້ໄຂປະກົດການຫຍໍ້ທໍ້ຕ່າງໆທີ່ພົ່ນເດັ່ນໃນສັງຄົມແນໃສ່ຮັບປະກັນສະຖຽນລະ
ພາບທາງດ້ານການເມືອງ, ຄວາມສະຫງົບຄວາມເປັນລະບຽບຮຽບຮ້ອຍຂອງແຂວງ. ນອກຈາກນັ້ນ ທ່ານຍັງໄດ້ເນັ້ນໜັກໃຫ້ຄະນະພັກ-ຄະນະບັນຊາພະ
ນັກງານທຸກຄົນກຳແໜ້ນແນວທາງນະໂຍບາຍຂອງພັກ, ໜ້າທີ່ການເມືອງຂອງກອງທັບ, ດຸໝັ່ນຄົ້ນຄວ້າຮຳ່ຮຽນຍົກລະດັບດ້ານຕ່າງໆໃຫ້ນັບມື້ສູງຂຶ້ນ,
ສືບຕໍ່ຮັບປະກັນໃຫ້ຂອບເຂດ ແລະກົມກອງທ້ອງຖິ່ນຂອງຕົນມີຄວາມສະຫງົບສຸກ, ແຂ່ງຂັນກັນສ້າງຂະບວນການເພື່ອຂຳ່ນັບຮັບຕ້ອນວັນສຳຄັນຕ່າງໆ
ຂອງພັກຂອງກອງທັບ ສືບຕໍ່ຫັນເອົາກຳລັງລົງກໍ່ສ້າງຮາກຖານ ການເມືອງຕິດພັນກັບປະຊາຊົນ ນຳພາປະຊາຊົນສ້າງສາພັດທະນາທ້ອງຖິ່ນ ແລະແກ້ໄຂຊີ
ວິດການເປັນຢູ່ໃຫ້ດີຂຶ້ນເທື່ອລະກ້າວ ແລະຈັດຕັ້ງປະຕິບັດ 4 ແຜນການໃຫຍ່ 26 ໂຄງການຂອງຄະນະພັກກະຊວງປ້ອງກັນປະເທດວາງອອກໃຫ້ປະກົດ
ຜົນເປັນຈິງ.