ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ກອງປະຊຸມຄະນະກຳມະການຮ່ວມມືຮັກສາຄວາມສະຫງົບຮຽບຮ້ອຍ
ຕາມຊາຍແດນທົ່ວໄປ ລາວ-ກຳປູເຈຍ, ກຳປູເຈຍ-ລາວ ຄັ້ງທີ 2

     ກອງປະຊຸມຄະນະກຳມະການຮ່ວມມືຮັກສາຄວາມສະຫງົບຮຽບຮ້ອຍຕາມຊາຍແດນທົ່ວໄປ ລາວ-ກຳປູ ເຈຍ, ກຳປູເຈຍ-ລາວ ຄັ້ງທີ 2 ໄດ້ຈັດຂຶ້ນ
ລະຫວ່າງວັນທີ 5-6 ທັນວາ 2016 ນີ້, ທີ່ນະຄອນຫຼວງພະນົມເປັນ ຣາຊະອານາຈັກກຳປູເຈຍ ໂດຍການເປັນປະທານຮ່ວມຝ່າຍລາວນຳໂດຍ ທ່ານ ພົນ
ຈັດຕະວາ ສີພັນ ພຸດທະວົງ ຫົວໜ້າກົມທະຫານຊາຍແດນກົມໃຫຍ່ເສນາທິການກອງທັບປະຊາຊົນລາວ, ປະທານຄະນະກຳມະການຮ່ວມມືຮັກສາຄວາມ
ສະຫງົບຮຽບຮ້ອຍຕາມຊາຍແດນທົ່ວໄປ ລາວ-ກຳປູເຈຍ ແລະຝ່າຍກຳປູເຈຍແມ່ນ ທ່ານ ພົນໂທ ເສັຍໂຊະ ຈຽດ ຮອງເສນາທິການຮ່ວມ ຫົວໜ້າກົມ
ກິດຈະການຊາຍແດນກອງບັນຊາການທະຫານສູງສຸດປະທານຄະນະກຳມະການຮ່ວມມືຮັກສາຄວາມສະຫງົບຮຽບຮ້ອຍຕາມຊາຍແດນທົ່ວໄປ ກຳປູເຈຍ
ລາວ ພ້ອມ ດ້ວຍວິຊາການທັງສອງຝ່າຍເຂົ້າຮ່ວມ.

                                
               ພົນຈັດຕະວາ ສີພັນພຸດທະວົງ ເຂົ້າຮ່ວມກອງປະຊຸມຄະນະກຳມະການຮ່ວມມື ຮັກສາຄວາມສະຫງົບຮຽບຮ້ອຍຕາມຊາຍແດນທົ່ວໄປ ລາວ-ກຳປູ ເຈຍ, ກຳປູເຈຍ-ລາວຄັ້ງທີ 2

     ກອງປະຊຸມໄດ້ປຶກສາຫາລື ແລະເຫັນດີເປັນເອກະພາບບາງເນື້ອໃນດັ່ງນີ້: ທັງສອງຝ່າຍໄດ້ປຶກສາຫາລື ແລະກຳນົດວິທີການພົວພັນຮ່ວມມືຕິດຕໍ່ປະ
ສານກັນໃຫ້ມີຄວາມວ່ອງໄວ ແນໃສ່ປົກປັກຮັກສາຄວາມສະຫງົບ ຮຽບຮ້ອຍປອດໄພ ແລະການດຳລົງຊີວິດທີ່ດີຂອງປະຊາຊົນລຽບຕາມບໍລິເວນຊາຍ
ແດນທັງສອງປະເທດ ເຊິ່ງສອງຝ່າຍໄດ້ເອກະພາບກັນກຳນົດຫ້ອງການ ແລະຈຸດປະສານງານ, ສອງຝ່າຍເປັນເອກະພາບໃຫ້ກຳລັງປ້ອງກັນ ຊາຍແດນຮ່ວມ
ມືລາດຕະເວນໃນພື້ນທີ່ຊາຍແດນຂອງຕົນ ເຮັດໜ້າທີ່ກວດກາປົກປັກຮັກສາເສັ້ນຊາຍແດນ, ຫຼັກໝາຍຊາຍແດນໄວ້ໃຫ້ໝັ້ນຄົງ, ຫ້າມບໍ່ໃຫ້ມີການກໍ່
ສ້າງກິດຈະການໃດໆແຕ່ຝ່າຍດຽວຢູ່ບໍລິເວນແຕ່ລະດ້ານຂອງສັນປັນນ້ຳທີ່ເປັນເສັ້ນຊາຍແດນ ຖ້າຝ່າຍໃດຝ່າຍໜຶ່ງມີຈຸດປະສົງຈະກໍ່ສ້າງກິດຈະການໃດ
ໜຶ່ງຕ້ອງຫ່າງຈາກເສັ້ນຊາຍແດນບໍ່ໃຫ້ຕໍ່າກວ່າ 100 ແມັດ ໃນພື້ນທີ່ຊາຍແດນທີ່ໄດ້ກຳນົດ ແລະປັກຫຼັກໝາຍຊາຍແດນສຳ ເລັດແລ້ວ, ສອງຝ່າຍເອກະ
ພາບຮ່ວມມືໃນການປົກປ້ອງສິດທິຂອງພົນລະເມືອງຂອງສອງປະເທດ ກໍລະນີມີການກັກຕົວພົນລະເມືອງທີ່ລັກລອບຂ້າມແດນ ຫຼື ລະເມີດລະບຽບກົດ
ໝາຍຕາມຊາຍແດນ, ສອງຝ່າຍເຫັນດີຮ່ວມກັນສະກັດກັ້ນ ແລະປາບປາມກຸ່ມຄົນບໍ່ຫວັງດີຕໍ່ສາຍພົວພັນ ລາວ-ກຳປູເຈຍ ທີ່ຈະໃຊ້ດິນແດນຂອງຕົນ
ເພື່ອເປັນບ່ອນເຄື່ອນໄຫວຕໍ່ຕ້ານ ຫຼື ກໍ່ຄວາມບໍ່ສະຫງົບໃຫ້ອີກຝ່າຍໜຶ່ງ ສອງຝ່າຍເອກະພາບມອບໃຫ້ອຳນາດການປົກຄອງ ແລະກຳລັງປ້ອງກັນຊາຍ
ແດນທີ່ກ່ຽວຂ້ອງຕາມພື້ນທີ່ຊາຍແດນ ລາວ- ກຳປູເຈຍ, ກຳປູເຈຍ-ລາວ ຕ້ອງສືບຕໍ່ປຶກສາຫາລື ແລະປະຕິບັດໜ້າທີ່ໃຫ້ສອດຄ່ອງຕາມເນື້ອໃນບົດ
ບັນທຶກໃຫ້ເປັນຮູບປະທຳ ແລະເນື້ອໃນອື່ນໆອີກຈຳນວນໜຶ່ງ ທັງນີ້ກໍເພື່ອເສີມຂະຫຍາຍສາຍພົວພັນມິດຕະພາບອັນເປັນມູນເຊື້ອຖານບ້ານໃກ້ເຮືອນ
ຄຽງທີ່ດີລະຫວ່າງສອງຊາດ, ສອງກອງທັບ ລາວ-ກຳປູເຈຍ ບົນພື້ນຖານຫຼັກການຂອງຄວາມສະເໝີພາບຕ່າງຝ່າຍຕ່າງມີຜົນປະໂຫຍດ, ການເຄົາລົບ
ສິດອຳນາດອະທິປະໄຕ ແລະຜືນແຜ່ນດິນອັນຄົບຖ້ວນ, ຄວາມເປັນ ເອກະລາດທາງດ້ານການເມືອງ ແລະບໍ່ແຊກແຊງເຂົ້າກິດຈະການພາຍໃນຂອງກັນ
ແລະກັນ ໃຫ້ນັບມື້ກ້າວໜ້າຂະຫຍາຍຕົວ ແລະມີຄວາມສະຫງົບປອດໄພ, ຄວາມເປັນລະບຽບຮຽບຮ້ອຍຕາມຊາຍແດນຂອງສອງປະເທດ.