ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ຫົວໜ້າກົມໃຫຍ່ພະລາທິການກອງທັບ ມອບເຄື່ອງບັນເທົາທຸກໃຫ້ກຸ່ມບ້ານລາວຮຸ່ງ-ພຽງສາ

     ຕອນບ່າຍວັນທີ 3 ທັນວາ 2016 ນີ້, ທ່ານ ພົນຈັດຕະວາ ວົງຄຳ ພົມມະກອນ ຄະນະພັກກະຊວງປ້ອງກັນປະເທດ ຫົວໜ້າກົມໃຫຍ່ພະລາທິການ
ກອງທັບ ໄດ້ລົງເຄື່ອນໄຫວຢ້ຽມຢາມເຂດທີ່ໝັ້ນປະຫວັດສາດບ່ອນກຳເນີດກອງທັບປະຊາຊົນລາວເຂດມອງນ້ຳ, ລາວຮຸ່ງ, ພຽງສາ ພ້ອມທັງໄດ້ນຳເອົາ
ເຄື່ອງບັນເທົາທຸກມາມອບໃຫ້ບັນດາບ້ານທີ່ຂຶ້ນກັບກຸ່ມບ້ານລາວຮຸ່ງ-ພຽງສາ ເມືອງຊຽງຄໍ້ ແຂວງຫົວພັນ.

                                
                                                   ພົນຈັດຕະວາວົງຄຳພົມມະກອນ ໄດ້ມອບເຄື່ອງບັນເທົາທຸກໃຫ້ກຸ່ມບ້ານລາວຮຸ່ງ-ພຽງສາ

     ເຄື່ອງທີ່ນຳມາມອບໃນຄັ້ງນີ້ ມີຜ້າຫົ່ມ 20 ຜືນ, ເສື້ອກັນໜາວ 50 ຜືນ, ໂສ້ງເສື້ອທົ່ວໄປ 8 ແກັດ, ເຄື່ອງນຸ່ງສຳລັບນັກຮຽນ 50 ຊຸດ, ປຶ້ມຂຽນ 500
ຫົວ ແລະອຸປະກອນຮັບໃຊ້ການຮຽນຈຳນວນໜຶ່ງ ລວມມູນຄ່າ 15 ລ້ານກວ່າກີບ ທັງນີ້ກໍເພື່ອເປັນການປະກອບສ່ວນຊຸກຍູ້ສົ່ງເສີມເດັກນ້ອຍເຂດດັ່ງກ່າວ
ໄດ້ມີຄວາມບຸກບືນຫ້າວຫັນຜ່ານຜ່າຄວາມຫຍຸ້ງຍາກຕັ້ງໜ້າຮ່ຳຮຽນ ເພື່ອກາຍເປັນໜໍ່ແໜງຮຸ່ນສືບທອດຂອງປະເທດຊາດຕໍ່ໄປ ແລະເປັນການຊ່ວຍໃຫ້ພໍ່
ແມ່ປະຊາຊົນໄດ້ບັນເທົາຄວາມໜາວ ເພື່ອການທຳມາຫາກິນລ້ຽງຊີບຕົນສະດວກສະບາຍຂຶ້ນ.

     ໂອກາດນີ້ ທ່ານ ບຸນຕາ ນາວົງຕາງ ເລຂາພັກຮາກຖານກຸ່ມບ້ານລາວຮຸ່ງ-ພຽງສາ ໄດ້ກ່າວສະແດງຄວາມຂອບໃຈເປັນຢ່າງສູງ, ມາຍັງທ່ານຫົວໜ້າກົມ
ໃຫຍ່ພະລາທິການກອງທັບ ທີ່ມີຄວາມເປັນຫ່ວງເປັນໃຍຕໍ່ການດຳລົງຊີວິດກໍຄືການຮ່ຳຮຽນຂອງພໍ່ແມ່ປະຊາຊົນ ແລະນັກຮຽນພາຍໃນກຸ່ມບ້ານແຫ່ງນີ້ ທັງ
ໃຫ້ຄຳໝັ້ນ ສັນຍາວ່າຈະນຳເອົາເຄື່ອງດັ່ງກ່າວໄປແຈກຢາຍໃຫ້ທຸກໆບ້ານທີ່ຂຶ້ນກັບກຸ່ມບ້ານລາວຮຸ່ງ-ພຽງສາ ໃຫ້ທົ່ວເຖິງ ແລະນຳໃຊ້ໃຫ້ສົມກັບຄວາມເປັນ
ຫ່ວງເປັນໃຍໃນຄັ້ງນີ້.