ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ຄະນະບໍລິຫານງານພັກກົມໃຫຍ່ເສນາທິການກອງທັບ
ສະຫຼຸບວຽກງານນຳພາປະຈຳປີ 2016

     ໃນວັນທີ 9 ທັນວາ 2016 ນີ້, ຄະນະບໍລິຫານງານພັກກົມໃຫຍ່ເສນາທິການກອງທັບ ໄດ້ຈັດກອງປະ ຊຸມສະຫຼຸບຕີລາຄາວຽກງານນຳພາປະຈຳ
ປີ 2016 ໂດຍການເຂົ້າຮ່ວມເປັນກຽດຂອງສະຫາຍ ພົນຕີ ສຸວອນ ເລືອງບຸນມີ ກຳມະການສູນກາງພັກ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດ
ເລຂາຄະນະພັກ ຫົວໜ້າກົມໃຫຍ່ເສນາທິການກອງທັບ ເຊິ່ງມີບັນດາສະຫາຍຮອງເລຂາ ແລະ ຄະນະພັກເຂົ້າຮ່ວມ.

                                
                                                                              ພົນຕີສຸວອນເລືອງບຸນມີ ເປັນປະທານສະຫຼຸບວຽກງານນຳພາປະຈຳປີ 2016

     ກອງປະຊຸມໄດ້ຕີລາຄາຜົນສຳເລັດໃນການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ຄັ້ງທີ V ຂອງຄະນະພັກກົມໃຫຍ່ເສນາທິການກອງທັບປະຈຳປີ 2016
ເຊິ່ງໃນນັ້ນໄດ້ຊີ້ນຳກຳລັງຫຼວງ-ກຳລັງທ້ອງຖິ່ນສົມທົບແໜ້ນກັບກະຊວງປ້ອງກັນຄວາມສະຫງົບ, ອຳນາດການປົກຄອງທ້ອງຖິ່ນລົງກໍ່ສ້າງຮາກຖານການ
ເມືອງ ໂດຍຕິດພັນກັບການພັດທະນາຊົນນະບົດ ແລະວຽກງານ 3 ສ້າງ ໂດຍສຸມໃສ່ສ້າງບ້ານພັດທະນາຕິດພັນກັບການສ້າງທ່າສະໜາມສົງຄາມປະຊາ
ຊົນ 3 ຂັ້ນ ຢູ່ບັນດາຈຸດຫຼໍ່ແຫຼມໃນຂອບເຂດທົ່ວປະເທດຈຳນວນ 124 ຈຸດສຸມ, ມີກອງປະຕິບັດງານຮັບຜິດຊອບ 11 ກົມກອງ ໄດ້ເຄື່ອນໄຫວໂຄສະ
ນາແນວທາງນະໂຍບາຍຂອງພັກ-ລັດ ແລະແນວທາງປ່ຽນແປງໃໝ່ຮອບດ້ານຢ່າງມີຫຼັກການຂອງພັກ, ໂຄສະນາຂົນຂວາຍຮຽກເອີ້ນເອົາປະຊາຊົນທີ່ຍັງ
ທຳມາຫາກິນເລື່ອນລອຍຢູ່ປ່າໃຫ້ອອກມາທຳມາຫາກິນຄົງທີ່ໄດ້ 11 ຄົນ, ໄດ້ຊີ້ນຳ-ຊຸກຍູ້ບັນດາໂຄງການກໍ່ສ້າງກິດຈະການປ້ອງກັນຊາດດຳເນີນຕາມແຜນ
ການເປັນຕົ້ນ: ໂຄງການກໍ່ສ້າງເສັ້ນທາງຍຸດທະສາດ, ເສັ້ນທາງເຂົ້າກົມກອງ ແລະສະໜາມຫັດແອບຢູ່ກົມກອງທ້ອງຖິ່ນຕ່າງໆ ໄດ້ຊີ້ນຳ-ປັບປຸງຄືນດຳລັດ
ເລກທີ 111/ນຍ ທີ່ທ່ານນາຍົກລັດຖະມົນຕີເຊັນອະນຸມັດໃນປີ 2011 ວ່າດ້ວຍເຂດຫວງຫ້າມ, ເຂດຍຸດທະສາດປ້ອງກັນຊາດຂອງລັດຖະບານ, ວຽກ
ງານປັບປຸງກໍ່ສ້າງພັກວຽກງານຄຸ້ມຄອງພັກດ້ານຈຳນວນ ແລະຄຸນນະພາບ ໄດ້ຊີ້ນຳ-ນຳພາຈັດຕັ້ງກອງປະຊຸມສະຫຼຸບຖອດຖອນບົດຮຽນຂະບວນການກໍ່
ສ້າງກອງແຂງ-ໜ່ວຍພັກຮູ້ນຳພາຮອບດ້ານ ສົກປີ 2014-2015 ສຳເລັດຕາມແຜນການ, ຊີ້ນຳ-ນຳພາຈັດຕັ້ງກວດກາກອງແຂງ-ໜ່ວຍພັກຮູ້ນຳພາຮອບ
ດ້ານສົກປີ 2015- 2016 ຢູ່ໃນທົ່ວກົມໃຫຍ່ເສນາທິການກອງທັບສຳເລັດຕາມແຜນການ, ຜົນໄດ້ຮັບມີຄະນະພັກຮາກຖານແຂງຮອບດ້ານ 15 ຄະນະ
ທຽບໃສ່ສົກປີ 2014-2015 ຫຼຸດລົງ 1 ຄະນະ ເທົ່າກັບ 6,25%, ໜ່ວຍພັກແຂງຮອບດ້ານ 108 ໜ່ວຍ ໃນນີ້ເປັນໜ່ວຍພັກເອກະລາດ 25 ໜ່ວຍ,
ໜ່ວຍພັກຂື້ນກັບຄະນະພັກຮາກຖານ 82 ໜ່ວຍ ທຽບໃສ່ສົກປີ 2014-2015 ເພີ່ມຂຶ້ນ 8 ໜ່ວຍ ເທົ່າກັບ 7,4%, ຄະນະພັກຮາກຖານແຂງ 4 ຄະນະ,
ໜ່ວຍພັກແຂງ 8 ໜ່ວຍ, ຄະນະພັກຮາກຖານກາງ 3 ຄະນະ, ໜ່ວຍພັກກາງ 16 ໜ່ວຍ, ຄະນະພັກຮາກຖານອ່ອນ 1 ຄະນະ, ໜ່ວຍພັກອອ່ນ 8 ໜ່ວຍ,
ບໍ່ໄດ້ຕີລາຄາ 2 ໜ່ວຍ, ສະມາຊິກພັກແຂງ, ຮູ້ນຳພາ ຮອບດ້ານ 2,332 ສະຫາຍ, ແຂງ 505 ສະຫາຍ, ກາງ 40 ສະຫາຍ, ອ່ອນ 6 ສະຫາຍ, ຍົກຍ້າຍ
ອອກໄປ 201 ສະຫາຍ, ຍົກຍ້າຍເຂົ້າມາ 136 ສະຫາຍ, ໄດ້ຈັດຕັ້ງພິທີມອບບັດສະມາຊິກພັກສົມບູນຢູ່ທົ່ວກົມໃຫຍ່ເສນາທິການກອງທັບຊຸດທີ 3 ແລະ
ທີ 4 ສຳເລັດ ມີສະມາຊິກພັກທີ່ໄດ້ຮັບບັດທັງໝົດ 1.761 ສະຫາຍ, ໄດ້ອະນຸມັດມອບ-ໂອນຄະນະພັກຮາກຖານກອງ “ຄ 615” ໃຫ້ກອງ “ຂ 661” ແລະ
ມອບ-ໂອນການຈັດຕັ້ງພັກກອງ “ຂ 661” ໃຫ້ກົມຈັດຕັ້ງພັກກົມໃຫຍ່ການເມືອງກອງທັບ, ໄດ້ຄົ້ນຄວ້າອະນຸມັດມະຫາຊົນຜູ້ກ້າວໜ້າເຂົ້າພັກໄດ້ 307 ສະ
ຫາຍ, ຍິງ 89 ສະຫາຍ ແລະຄົ້ນຄວ້າອະນຸມັດເລື່ອນສະມາຊິກພັກສຳຮອງຂື້ນສົມບູນ 193 ສະຫາຍ, ຍິງ 41 ສະຫາຍ ແລະວຽກງານພະນັກງານແມ່ນໄດ້
ຄົ້ນຄວ້າແຕ່ງຕັ້ງມອບໝາຍໜ້າທີ່ໃຫ້ພະນັກງານ 144 ຕຳແໜ່ງ, ຍົກຍ້າຍໄປກົມກອງອື່ນ 103 ສະຫາຍ, ສົ່ງໄປຮຽນ 27 ສະຫາຍ, ສະເໜີເລື່ອນຊັ້ນທຽບ
ຊັ້ນແຕ່ຮ້ອຍຕີ-ພັນເອກ 426 ສະຫາຍ, ຍົກຂັ້ນເງິນເດືອນແຕ່ຮ້ອຍໂທ-ພັນເອກ 73 ສະຫາຍ,ໄດ້ຮັບການເລື່ອນຊັ້ນແຕ່ຮ້ອຍຕີ-ພົນຈັດຕະວາ 841 ສະ
ຫາຍ.