ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ທ່ານ ຈູມມາລີ ໄຊຍະສອນ ລົງເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກຢູ່ກອງ “ ກ 2 ”

     ໃນວັນທີ 5 ທັນວາ 2016 ນີ້, ທ່ານ ຈູມມາລີ ໄຊຍະສອນ ອະດີດເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກປະຊາຊົນ ປະຕິວັດລາວ, ອະດີດ
ປະທານປະເທດແຫ່ງ ສປປ ລາວ ພ້ອມພັນລະຍາ ແລະຄະນະໄດ້ລົງເຄື່ອນໄຫວຢ້ຽມຢາມພົບປະໂອ້ລົມຕໍ່ພະນັກງານຫຼັກແຫຼ່ງຂັ້ນນໍາຂັ້ນບັນຊາພາຍໃນກອງ
“ກ 2” ໂດຍການເປັນກຽດຕ້ອນຮັບຢ່າງສົມກຽດຈາກ ພັນເອກ ພັນແສງ ບຸນພັນ ເລຂາຄະນະພັກ ຫົວໜ້າການເມືອງກອງ “ກ 2” ພ້ອມດ້ວຍຄະນະ ເຊິ່ງມີ
ທ່ານ ພົງສະຫວັນ ສິດທິວົງ ກໍາມະການສູນກາງພັກ ເລຂາພັກແຂວງເຈົ້າ ແຂວງໆໄຊຍະບູລີ ມີທ່ານ ພົນຕີ ພູວົງ ວົງພົມ ຄະນະປະຈໍາພັກກະຊວງ, ຮອງລັດ
ຖະມົນຕີກະຊວງປ້ອງກັນປະເທດ, ມີຄະນະພັກ-ຄະນະກອງບັນຊາການທະຫານແຂວງ, ກອງບັນຊາການ ປກສ ແຂວງຕະຫຼອດຮອດພະນັກ ງານຫຼັກແຫຼ່ງຂັ້ນ
ນໍາ, ຂັ້ນບັນຊາພາຍໃນກອງ “ກ 2” ເຂົ້າຮ່ວມ.

                                
                                                    

     ໃນໂອກາດນີ້ ພັນເອກ ພັນແສງ ບຸນພັນ ກໍໄດ້ຂຶ້ນລາຍງານໂດຍຫຍໍ້ສະພາບການເຄື່ອນໄຫວຈັດຕັ້ງປະຕິບັດວຽກງານຮອບດ້ານໃນໄລຍະທີ່ຜ່ານມາ
ໂດຍປິ່ນອ້ອມ 4 ແຜນງານໃຫຍ່ 26 ໂຄງການຂອງຄະນະພັກກະຊວງປ້ອງກັນປະເທດວາງອອກ ເປັນຕົ້ນໃນຂົງເຂດວຽກງານເຮັດໃຫ້ສະພາບໃນຂອບ
ເຂດຂອງກົມກອງຮັບຜິດຊອບມີຄວາມສະຫງົບ, ວຽກງານຫັນລົງກໍ່ສ້າງຮາກຖານການເມືອງ, ພັດທະນາຊົນນະບົດຮອບດ້ານຕາມທິດ ນໍາຂອງພັກ, ວຽກ
ງານກຽມພ້ອມສູ້ຮົບ ແລະກອບກູ້ໄພພິບັດ, ວຽກງານສະກັດກັ້ນ ແລະແກ້ໄຂປະກົດການຫຍໍ້ທໍ້ຢູ່ພື້ນຖານຂອງກົມກອງ, ວຽກງານປັບປຸງກໍ່ສ້າງກໍາລັງ-ເຝິກ
ແອບຮໍ່າຮຽນ, ວຽກງານກໍ່ສ້າງພັກ-ພະນັກງານ ແລະອົງການຈັດຕັ້ງມະຫາຊົນ, ວຽກງານພົວພັນຮ່ວມມືກັບອໍານາດການປົກຄອງທ້ອງຖິ່ນ ແລະສາກົນ ແລະ
ວຽກງານຮັບປະກັນວຽກພະລາທິການ-ເຕັກນິກ ປັບປຸງແກ້ໄຂຊິວິດການເປັນຢູ່ຂອງກົມກອງໃຫ້ດີຂຶ້ນເທື່ອລະກ້າວ ໂດຍສະເພາະແມ່ນຜົນສໍາເລັດໂຄງການ
ສ້າງຕັ້ງກອງ “ຂ 202” ທີ່ຂຶ້ນກັບກອງ “ກ 2”.

     ຈາກນັ້ນ ທ່ານ ຈູມມາລີ ໄຊຍະສອນ ກໍໄດ້ໂອ້ລົມ ເຊິງກ່ອນອື່ນທ່ານໄດ້ກ່າວສະແດງຄວາມຍ້ອງຍໍຊົມ ເຊີຍຕໍ່ຜົນງານ ແລະໄຊຊະນະທີ່ຄະນະພັກ-ຄະ
ນະບັນຊາ ແລະພະນັກງານ-ນັກຮົບພາຍໃນກອງ “ກ 2” ຍາດ ມາໄດ້ຕະຫຼອດໄລຍະທີ່ຜ່ານມາ. ພ້ອມທັງຍົກໃຫ້ເຫັນຜົນສໍາເລັດອັນພົ້ນເດັ່ນໃນການປະຕິ
ບັດ 2 ໜ້າທີ່ຍຸດທະສາດປົກປັກຮັກສາ ແລະສ້າງສາພັດທະນາປະເທດຊາດຕະຫຼອດໄລຍະ 41 ປີທີ່ຜ່ານມາ ຜົນສໍາເລັດໃນການຈັດ ຕັ້ງຜັນຂະຫຍາຍມະ
ຕິກອງປະຊຸມໃຫຍ່ຄັ້ງທີ X ຂອງພັກ ກໍຄືແຜນພັດທະນາເສດຖະກິດສັງຄົມແຫ່ງລັດ ແລະຄາດໝາຍສູ້ຊົນນໍາພາປະເທດຊາດອອກຈາກສະຖານະພາບປະ
ເທດດ້ອຍພັດທະນາໃນປີ 2020 ພ້ອມນັ້ນທ່ານກໍ່ໄດ້ກ່າວວ່າ: ກໍາລັງປະກອບອາວຸດຍາມໃດກໍມີຄວາມຈົ່ງຮັກພັກດີຕໍ່ຊາດ, ຕໍ່ພັກ ແລະຕໍ່ປະຊາຊົນຕັ້ງ
ໜ້າເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດຂອງກົມກອງ ແລະມີຄວາມສັດຊື່ບໍລິສຸດຕໍ່ພັກຕໍ່ປະເທດຊາດ ແລະປະຊາຊົນສ້າງໂອກາດ ແລະປະກອບສວ່ນ
ໃນການສ້າງສາພັດທະນາປະເທດຊາດໃຫ້ຈະເລີນສີວິໄລຂື້ນເທື່ອລະກ້າວ.