ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ທ່ານ ສອນໄຊ ສີພັນດອນ ເຄື່ອນໄຫວຢ້ຽມຢາມແຂວງໄຊສົມບູນ

     ໃນລະຫວ່າງວັນທີ 06-07 ທັນວາ 2016, ທ່ານ ສອນໄຊ ສີພັນດອນ ຮອງນາຍົກລັດຖະມົນຕີ ພ້ອມດ້ວຍຄະນະໄດ້ເຄື່ອນໄຫວຢ້ຽມຢາມ ແລະ
ເຮັດວຽກຢູ່ແຂວງໄຊສົມບູນ ເຊິ່ງມີ ທ່ານ ພົນຕີ ທອງລອຍ ສີລິວົງ ເຈົ້າແຂວງໆໄຊສົມບູນ ພ້ອມດ້ວຍຄະນະພັກ-ຄະນະນຳແຂວງ ແລະປະຊາຊົນອ້ອມ
ຂ້າງໃຫ້ການຕ້ອນຮັບ.

                     
                                                                           ພົນຕີ ທອງລອຍ ສີລິວົງ ຕ້ອນຮັບ ທ່ານສອນໄຊສີພັນດອນພ້ອມດ້ວຍຄະນະ

     ໂອກາດນີ້, ທ່ານ ພົນຕີ ທອງລອຍ ສີລິວົງ ໄດ້ລາຍງານໃຫ້ຊາບກ່ຽວກັບສະພາບການພັດທະນາເສດ ຖະກິດ-ສັງຄົມຂອງແຂວງໃນໄລຍະຜ່ານມາ
ເຊິ່ງພາຍຫຼັງແຂວງໄຊສົມບູນໄດ້ຮັບການສ້າງຕັ້ງຂຶ້ນໃນວັນທີ 13 ທັນວາ 2013 ຕາມມະຕິຮັບຮອງຂອງສະພາແຫ່ງຊາດ ແລະໄດ້ປະກາດຢ່າງເປັນທາງ
ການ ພ້ອມນີ້, ທ່ານ ສອນໄຊ ສີພັນດອນ ກໍໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ການນໍາແຂວງ, ພະນັກງານ ແລະພໍ່ແມ່ປະຊາຊົນບັນດາເຜົ່າພາຍໃນ
ແຂວງທີ່ໄດ້ສຸມທຸກເຫື່ອແຮງຂອງຕົນ ເຂົ້າໃນການພັດທະນາເສດຖະກິດ-ສັງຄົມໄປຄຽງຄູ່ກັບການຮັກສາໄວ້ໄດ້ວຽກງານປ້ອງກັນຊາດ, ປ້ອງກັນ
ຄວາມສະຫງົບໂດຍພື້ນຖານ ແຕ່ຕ້ອງໄດ້ສຸມໃສ່ພັດທະນາພື້ນຖານໂຄງລ່າງຕື່ມບາງບັນຫາ ເພື່ອເຮັດແນວໃດຮັບປະກັນໃຫ້ຊີວິດການເປັນຢູ່ຂອງ
ປະຊາຊົນມີຊີວິດການເປັນຢູ່ຂຶ້ນ ເປັນກ້າວໆ ເປັນຕົ້ນເອົາໃຈໃສ່ສືບຕໍ່ປະຕິບັດເປົ້າໝາຍການພັດທະນາທີ່ຍືນຍົງ (SDGs) ໃຫ້ບັນລຸຕາມຄາດໝາຍ
ທີ່ວາງໄວ້ ໂດຍສຸມໃສ່ປັບປຸງ, ຍົກລະດັບຄຸນນະພາບການສຶກສາ, ສາທາລະນະສຸກໃຫ້ແຂງແຮງກວ່າເກົ່າ, ສືບຕໍ່ເພີ່ມທະວີວຽກງານກໍ່ສ້າງພັກ-ພະ
ນັກງານໃຫ້ໜັກແໜ້ນ ເພື່ອກາຍເປັນກຳລັງຫຼັກໃຫ້ແກ່ການຈັດຕັ້ງປະຕິ ບັດໜ້າທີ່ວຽກງານຂອງພັກ-ລັດ ມອບໝາຍໃຫ້, ສືບຕໍ່ປັບປຸງໂຄງການກໍ່
ສ້າງເສັ້ນທາງເຊື່ອມຕໍ່ແຂວງໃຫ້ສຳເລັດຕາມແຜນການ, ສືບຕໍ່ຮັກສາສະຖຽນລະພາບທາງດ້ານການເງິນໃຫ້ຢູ່ໃນລະດັບເກົ່າ ຫຼື ເພີ່ມຂຶ້ນ (GDP),
ສືບຕໍ່ປຸກລະດົມໃຫ້ນັກທຸລະກິດພາຍໃນ ແລະຕ່າງປະເທດມາລົງທຶນຢູ່ແຂວງໃຫ້ຫຼາຍຂຶ້ນຕາມທ່າແຮງຂອງ ແຂວງທີ່ມີ ແລະສືບຕໍ່ຜັນຂະຫຍາຍ
ມະຕິກອງປະຊຸມໃຫຍ່ຄັ້ງທີ X ຂອງພັກ ໃຫ້ປະກົດເປັນຈິງ.

     ນອກຈາກນີ້, ທ່ານຮອງນາຍົກລັດຖະມົນຕີ ພ້ອມຄະນະຍັງໄດ້ເດີນທາງໄປຢ້ຽມຢາມໂຮງງານຂຸດຄົ້ນແຮ່ຄຳ ພູຄຳ ຂອງບໍລິສັດ ພູເບ້ຍ ມາຍນິງ
ທີ່ບ້ານນໍ້າຍອນ ເມືອງອະນຸວົງ ແຂວງໄຊສົມບູນ ຫຼັງຈາກນັ້ນ, ກໍ່ໄດ້ເດີນທາງໄປຢ້ຽມຢາມ ແລະພົບປະກັບພະນັກງານກໍ່ສ້າງຮາກຖານການເມືອງໃນ
ເຂດພັດທະນາຈຸດສຸມບ້ານອອມ ເມືອງອະນຸວົງ ແຂວງໄຊສົມບູນ

     ໃນໂອກາດຢ້ຽມຢາມໃນຄັ້ງນີ້, ໂດຍຕາງໜ້າໃຫ້ຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ (ຫສນຍ) ທ່ານ ສົມສະນິດ ສຸວັນນະລາດ ຮອງລັດ
ຖະມົນຕີ, ຮອງຫົວໜ້າ ຫສນຍ ກໍໄດ້ມອບຄອມພີວເຕີໂນດບຸກຈຳ ນວນ 12 ໜ່ວຍ ໃຫ້ແກ່ຫ້ອງວ່າການປົກຄອງແຂວງໄຊສົມບູນ ເພື່ອນໍາໃຊ້ເຂົ້າ
ໃນວຽກງານຕ່າງໆຂອງແຂວງ, ພ້ອມກັນນີ້ກໍໄດ້ມອບເງິນຊ່ວຍເຫຼືອຈຳນວນ 100 ລ້ານກີບໃຫ້ແກ່ແຂວງໄຊສົມບູນ ໂດຍຕາງໜ້າຮັບແມ່ນ ທ່ານ ພົນ
ຕີ ທອງລອຍ ສີລິວົງ ແລະມອບໂດຍ ທ່ານ ໂຊກໄຊ ສົມໃຈນຶກ ຕາງໜ້າໃຫ້ກຸ່ມບໍລິສັດໂຊກໄຊ ເພື່ອປະກອບສ່ວນເຂົ້າໃນວຽກງານລຶບລ້າງຄວາມ
ທຸກຍາກຂອງປະຊາຊົນ ແລະວຽກງານການພັດທະນາຂອງ ແຂວງໄຊສົມບູນ.