ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ກະຊວງປ້ອງກັນປະເທດປາຖະກະຖາມູນເຊື້ອວັນຊາດທີ 2 ທັນວາ

     ຕອນເຊົ້າຂອງວັນທີ 6 ທັນວານີ້, ຢູ່ທີ່ສະໂມສອນກົມໃຫຍ່ການເມືອງກອງທັບ, ກະຊວງປ້ອງກັນປະ ເທດ ໄດ້ຈັດຕັ້ງພິທີປາຖະກະຖາມູນເຊື້ອວັນຊາດ
ທີ 2 ທັນວາ ຄົບຮອບ 41 ປີ ແລະວັນຄ້າຍວັນເກີດຂອງປະທານ ໄກສອນ ພົມວິຫານ ຄົບຮອບ 96 ປີ ໂດຍການປາຖະກະຖາຂອງ ທ່ານ ພົນຕີ ວິໄລ ຫຼ້າ
ຄຳຟອງ ເລຂາທິການສູນກາງພັກ ຮອງລັດຖະມົນກະຊວງປ້ອງກັນປະເທດ, ຫົວໜ້າກົມໃຫຍ່ການເມືອງກອງທັບ, ມີຄະນະພັກ-ຄະນະບັນຊາ 4 ກົມໃຫຍ່,
ກົມນ້ອຍ, ກົມກອງອ້ອມຂ້າງກະຊວງ ແລະຫ້ອງການເຂົ້າຮ່ວມຮັບຟັງ.

                                
                                                     ທ່ານ ພົນຕີ ວິໄລ ຫຼ້າຄຳຟອງ ເປັນປະທານປາຖະກະຖາມູນເຊື້ອວັນຊາດ ທີ 2 ທັນວາຄົບຮອບ 41

     ໂອກາດນີ້ ທ່ານ ພົນຕີ ວິໄລ ຫຼ້າຄຳຟອງ ກໍໄດ້ຍົກໃຫ້ເຫັນຄວາມໝາຍ-ຄວາມສຳຄັນຂອງວັນຊາດ ທີ 2 ທັນວາ ຄົບຮອບ 41 ປີ, ວັນຄ້າຍວັນ
ເກີດປະທານ ໄກສອນ ພົມວິຫານ ຄົບຮອບ 96 ປີ ເຊິ່ງຊາດລາວແມ່ນຊາດໜຶ່ງທີ່ມີປະຫວັດສາດອັນຍາວນານມາຫຼາຍພັນປີ, ມີມູນເຊື້ອອັນສະຫງ່າອົງ
ອາດກ້າແກ່ນໃນການຕໍ່ສູ້ຕ້ານການຮຸກຮານຂອງສັດຕູຈາກພາຍນອກ ແລະສ້າງສາພັດທະນາ, ໂດຍສືບທອດມູນເຊື້ອທີ່ສະຫງ່າອົງອາດຂອງບັນພະບູລຸດ
ດັ່ງກ່າວນັ້ນ ປະຊາຊົນບັນດາເຜົ່າພາຍໃຕ້ການນຳພາຂອງພັກປະຊາຊົນ ປະຕິວັດລາວ ໄດ້ສາ ມັກຄີກັນຕໍ່ສູ້ຢ່າງພິລາດອາດຫານຕ້ານການຮຸກຮານ ແລະ
ຄອບຄອງຂອງພວກຈັກກະພັດລ່າເມືອງຂຶ້ນທັງແບບເກົ່າ ແລະແບບໃໝ່. ສາມາດປົດປ່ອຍປະເທດຊາດໄດ້ຢ່າງສົມບູນ ແລະສະຖາປະນາປະເທດ ສາທາ
ລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຂຶ້ນຢ່າງສະຫງ່າຜ່າເຜີຍໃນວັນທີ 2 ທັນວາ ປີ 1975 ຈາກນັ້ນທ່ານຍັງໄດ້ຍົກໃຫ້ເຫັນຜົນສຳເລັດໃນການປົກ
ປັກຮັກສາ ແລະພັດທະນາປະເທດຊາດໃນໄລຍະ 41 ປີຜ່ານມາ ເຊິ່ງພວກເຮົາສາມາດປົກປັກຮັກສາເອກະລາດ, ອຳນາດອະທິປະໄຕ ແລະຜືນແຜ່ນດິນ
ອັນຄົບຖ້ວນຂອງຊາດໄວ້ຢ່າງໝັ້ນຄົງ, ປະເທດຊາດມີຄວາມສະຫງົບ, ມີສະຖຽນລະພາບທາງດ້ານການເມືອງ, ມີຄວາມເປັນລະບຽບຮຽບຮ້ອຍດີໂດຍ
ພື້ນຖານ, ເສດຖະກິດ-ສັງຄົມມີການຂະຫຍາຍຕົວເປັນກ້າວໆ.

     ໃນການຈັດຕັ້ງປາຖະກະຖາຄັ້ງນີ້ ຍັງໄດ້ຍົກໃຫ້ເຫັນເຖິງຊີວິດ ແລະການເຄື່ອນໄຫວປະຕິວັດຂອງປະທານ ໄກສອນ ພົມວິຫານ ເຊິ່ງເພິ່ນໄດ້ເຂົ້າ
ຮ່ວມເຄື່ອນໄຫວປະຕິວັດຕັ້ງແຕ່ເຍົາໄວ, ໄດ້ຜ່ານການເຝິກຝົນທົດສອບໃນຂະບວນການຕົວຈິງ ແລະຮັບຜິດຊອບວຽກງານສຳຄັນແຕ່ນ້ອຍຫາໃຫຍ່
ຈົນກ້າວຂຶ້ນເປັນຜູ້ນຳສູງສຸດຂອງພັກ ແລະລັດເຮົາ. ພ້ອມນັ້ນສະຫາຍຍັງໄດ້ຮຽກຮ້ອງໃຫ້ຜູ້ເຂົ້າຮ່ວມຈົ່ງພ້ອມກັນຕັ້ງໜ້າຮໍ່າຮຽນ ແລະສືບທອດມໍລະ
ດົກອັນລ້ຳຄ່າຂອງ ປະທານ ໄກສອນ ພົມວິຫານ ທີ່ໄດ້ສ້າງປະໄວ້ເພື່ອໝູນໃຊ້ໃນການເຝິກຝົນຫຼໍ່ຫຼອມຕົນເອງໃຫ້ຄຸນທາດການເມືອງໜັກແໜ້ນ, ມີ
ຄຸນສົມບັດສິນທຳປະຕິວັດ, ເພີ່ມທະວີຄວາມຮັບຜິດຊອບຕໍ່ໜ້າທີ່ວຽກງານທີ່ການຈັດຕັ້ງມອບໝາຍ ປະກອບສ່ວນອັນຕັ້ງໜ້າເຂົ້າໃນການປັບປຸງກໍ່
ສ້າງກົມກອງໃຫ້ເຕີບໃຫຍ່ເຂັ້ມແຂງຢ່າງບໍ່ຢຸດຢັ້ງ.