ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ປະກາດເລື່ອນຊັ້ນ ພັນຕີ ຂຶ້ນ ພັນໂທ ໃຫ້ນາຍທະຫານຈຳນວນ 215 ສະຫາຍ

     ກະຊວງປ້ອງກັນປະເທດໄດ້ຈັດຕັ້ງປະກາດເລື່ອນຊັ້ນ ພັນຕີ ຂຶ້ນ ພັນໂທ ໃຫ້ນາຍທະຫານຢູ່ບັນດາອົງການ, ກອງພົນ, ກອງພັນໃຫຍ່ ແລະ ກອງບັນຊາການທະຫານ
ແຂວງ ຈຳນວນ 215 ສະຫາຍ ຕາມກົດໝາຍນາຍທະຫານກອງທັບປະຊາຊົນລາວ ໄດ້ລະບຸໄວ້ໃນໝວດທີ 3 ມາດຕາທີ 17 ແລະ 18 ວ່າດ້ວຍການເລື່ອນຊັ້ນໃຫ້ນາຍ
ທະຫານ.


ພົນໂທ ວິໄລ ຫຼ້າຄຳຟອງ ເຂົ້າຮ່ວມພິທີປະກາດເລື່ອນຊັ້ນ ພັນຕີ ຂຶ້ນ ພັນໂທ ໃຫ້ນາຍທະຫານຈຳນວນ 215 ສະຫາຍ

     ພິທີດັ່ງກ່າວໄດ້ຈັດຂຶ້ນໃນວັນທີ 13 ພະຈິກ 2018 ນີ້, ຢູ່ທີ່ສະໂມສອນກົມໃຫຍ່ເສນາທິການກອງທັບ ໂດຍການເປັນກຽດເຂົ້າຮ່ວມຂອງ ທ່ານ ພົນໂທ ວິໄລ ຫຼ້າຄຳ
ຟອງ ເລຂາທິການສູນກາງພັກ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດ, ຫົວໜ້າກົມໃຫຍ່ການເມືອງກອງທັບ, ມີຜູ້ຕາງໜ້າຈາກ 4 ກົມໃຫຍ່, ຫ້ອງວ່າການກະຊວງ
ແລະ ນາຍທະຫານທີ່ໄດ້ຮັບການເລື່ອນຊັ້ນໃໝ່ເຂົ້າຮ່ວມ.

     ທ່ານ ພົນໂທ ວິໄລ ຫຼ້າຄໍາຟອງ ກໍໄດ້ເນັ້ນໜັກຕໍ່ນາຍທະຫານທີ່ໄດ້ຮັບການເລື່ອນຊັ້ນໃໝ່ໃນຄັ້ງນີ້ຈົ່ງເພີມທະວີຄວາມຮັບຜິດຊອບຕໍ່ໜ້າທີ່ການເມືອງຂອງຕົນຂຶ້ນຕື່ມ
ອີກ ເພາະວ່າການເລື່ອນຊັ້ນນີ້ແມ່ນເປັນການມອບໝາຍໜ້າທີ່ຂຶ້ນຕື່ມອີກກ້າວໜຶ່ງ, ສະນັ້ນແຕ່ລະສະຫາຍຕ້ອງເຊື່ອມຊຶມກຳແໜ້ນ ແລະ ເປັນເອກະພາບກັບແນວທາງນະໂຍ
ບາຍຂອງພັກ ແລະ ໜ້າທີ່ການເມືອງຂອງກອງທັບຢ່າງເລິກເຊິ່ງ, ເປັນເຈົ້າການພັດທະນາຕົນເອງໃຫ້ເປັນແບບຢ່າງນຳໜ້າທີ່ດີໃນທຸກດ້ານ, ພ້ອມກັນຍົກສູງບົດບາດການນຳ
ພາຂອງພັກຕໍ່ກໍາລັງປະກອບອາວຸດໃຫ້ເລິກເຊິ່ງ, ມີຄວາມສາມັກຄີເປັນເອກະພາບໃນການເຄື່ອນໄຫວວຽກງານດ້ານຕ່າງໆ, ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການປັບປຸງກໍ່
ສ້າງກົມກອງ ເພື່ອເຮັດສຳເລັດໜ້າທີ່ການເມືອງຂອງຕົນ. ພ້ອມກັນນັ້ນກໍຕ້ອງມີວິໄສທັດກວ້າງໄກ, ເບິ່ງບັນຫາກົງໄປກົງມາຢ່າງຖືກຕ້ອງ, ມີສະຕິລະວັງຕົວຕໍ່ກົນອຸບາຍຫັນ
ປ່ຽນໂດຍສັນຕິຂອງສັດຕູອິດທິກຳລັງປໍລະປັກ, ມີສະຕິຕໍ່ການຈັດຕັ້ງ, ມີລະບຽບວິໄນເຂັ້ມງວດ ແລະ ເພີ່ມທະວີການພົວພັນຮ່ວມມືກັບບັນດາປະເທດເພື່ອນມິດຍຸດທະ
ສາດສັງຄົມນິຍົມເພື່ອຍາດເອົາການຊ່ວຍເຫຼືອ ແລະ ແລກປ່ຽນບົດຮຽນໂດຍໃຫ້ສອດຄ່ອງກັບນະໂຍບາຍການຕ່າງປະເທດຂອງພັກ.